ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
໓. ຄົນປະຈົບສໍພໍ
໔. ຄົນຊັກຊວນໃນທາງຈິບຫາຍ
ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕ (ໝູ່ປອມ).
ດູຣາຄະຫະບໍດີບຸຕ ! ຄົນນໍາເອົາສິ່ງຂອງໆໝູ່ເພື່ອນໄປຝ່າຍດຽວ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕ ໂດຍຖານະ ໔ ປະການຄື :-
໑. ເປັນຄົນຄິດເອົາແຕ່ໄດ້ຝ່າຍດຽວ
໒. ຍອມເສຍໜ້ອຍ ແຕ່ຫວັງຢາກໄດ້ຫລາຍ
໓. ບໍ່ຮັບເຮັດກິດຂອງເພື່ອນໃນຍາມມີໄພ
໔. ຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົນ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ດູຣາຄະຫະບໍດີບຸຕ ! ຄົນນໍາເອົາສິ່ງຂອງໆໝູ່ເພື່ອນໄປຝ່າຍດຽວ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕໂດຍສະຖານະ ໔ ປະການເຫລົ່ານີ້ແລ.
ດູຣາຄະຫະບໍດີບຸຕ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕໂດຍສະຖານະ ໔ ປະການຄື :-
໑. ເກັບເອົາສິ່ງທີ່ຜ່ານກາຍມາແລ້ວມາປາໄສ
໒. ອ້າງເອົາສິ່ງທີ່ຍັງບໍ່ມາຮອດມາປາໄສ
໓. ສົງເຄາະໃນສິ່ງທີ່ຫາປະໂຫຍດບໍ່ໄດ້
໔. ເວລາມີກິດທຸຣະກໍສະແດງຄວາມຂັດຂ້ອງ
ດູຣາຄະຫະບໍດີບຸຕ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕ ໂດຍຖານະ ໔ປະການເຫລົ່ານີ້ແລ.
ດູຣາຄະຫະບໍດີບຸຕ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ເຖີດວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕ ໂດຍຖານະ ໔ ປະການຄື :-
໑. ຕາມໃຈເພື່ອນທີ່ເຮັດຄວາມຊົ່ວ (ຈະເຮັດຄວາມຊົ່ວ
ກໍຄ້ອຍຕາມ)
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
໒. ຕາມໃຈເພື່ອນທີ່ເຮັດຄວາມດີ (ຈະເຮັດຄວາມດີ
ກໍຄ້ອຍຕາມ)
໓. ຕໍ່ໜ້າສັນລະເສີນ
໔. ລັບຫລັງແລ້ວນິນທາ
ດູຣາຄະຫະບໍດີບຸຕ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕ ໂດຍຖານະ ໔ ປະການເຫລົ່ານີ້ແລ
ດູຣາຄະຫະບໍດີບຸຕ ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕໂດຍສະຖານະ ໔ ປະການຄື :-
໑. ຊັກຊວນໃນການດື່ມນໍ້າເມົາຄືສຸຣາແລະເມຣັຍ
ອັນເປັນທີ່ຕັ້ງຂອງຄວາມປະມາດ
໒. ຊັກຊວນໄປທ່ຽວໃນສະຖານທີ່ຕ່າງໆໃນເວລາ
ວິກາລ (ເວລາກາງຄືນ)
໓. ຊັກຊວນໄປທ່ຽວການເບິ່ງການຫລິ້ນຄົບງັນຕ່າງໆ (ການສະແດງຕ່າງໆມີລິເກເປັນຕົ້ນເຊັ່ນ : ເລື່ອງພະຣາມຫລືຣາມມະກຽນ)
໔. ຊັກຊວນໃຫ້ຫລິ້ນການພະນັນ ອັນເປັນທີ່ຕັ້ງຂອງ
ຄວາມປະມາດ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ດູຣາຄະຫະບໍດີບຸຕ ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ເຖີ້ນວ່າ ນີ້ບໍ່ແມ່ມິຕ ເປັນພຽງຄົນທຽມມິຕໂດຍຖານະ ໔ ປະການເຫລົ່ານີ້ແລ.
ບັນດິຕຮູ້ແຈ້ງມິຕ ໔ ຈໍາພວກ ເຫລົ່ານີ້ຄື ມິຕປອກລອກ ; ມິຕດີແຕ່ເວົ້າ ; ມິຕປະຈົບສໍພໍ ; ມິຕຊັກຊວນໃນທາງຈິບຫາຍ, ວ່າບໍ່ແມ່ນມິຕ ດັ່ງນີ້ແລ້ວ ກໍເວັ້ນເສຍໃຫ້ຫ່າງໄກ ເໝືອນຄົນເດີນທາງ ເວັ້ນໄກຈາກທາງທີ່ມີໄພ ເຊັ່ນນັ້ນ.
໒. ມິຕດີ
ດູຣາຄະຫະບໍດີບຸຕ ! ມິຕ ໔ ຈໍາພວກ ເຫລົ່ານີ້ຄື :-
໑. ມິຕທີ່ມີອຸປະກາຣະ
໒. ມິຕຮ່ວມສຸຂຮ່ວມທຸກຂ໌
໓. ມິຕແນະນໍາປະໂຫຍດ
໔. ມິຕມີຄວາມຮັກໃຄ່
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ດູຣາຄະຫະບໍດີບຸຕ ! ມິຕມີອຸປະກາຣະ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ໂດຍຖານະ ໔ ປະການຄື :-
໑. ຮັກສາເພື່ອນຜູ້ປະມາດແລ້ວ
໒. ຮັກສາຊັບຂອງເພື່ອນຜູ້ປະມາດແລ້ວ
໓. ເມື່ອມີໄພກໍເພິ່ງພາອາໄສໄດ້
໔. ເມື່ອມີກິດທຸຣະທີ່ຈະຕ້ອງເຮັດ ກໍເພີ່ມຊັບໃຫ້ເປັນ
ສອງເທົ່າ (ເມື່ອມີກິດທຸຣະກໍຊ່ວຍເຫລືອຊັບເກີນທີ່ບອກໄວ້)
ດູຣາຄະຫະບໍດີບຸຕ ! ມິຕມີອຸປະກາຣະ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ໂດຍສະຖານະ ໔ ປະການເຫລົ່ານີ້ແລ.
ດູຣາຄະຫະບໍດີບຸຕ ! ມິຕຮ່ວມສຸຂຮ່ວມທຸກຂ໌ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ ໂດຍຖານະ ໔ ປະການຄື :-
໑. ບອກຄວາມລັບຂອງຕົນແກ່ເພື່ອນ
໒. ປິດບັງຄວາມລັບຂອງເພື່ອນ
໓. ບໍ່ປະຖິ້ມເພື່ອນໃນຍາມມີໄພ
໔. ແມ່ນແຕ່ຊີວິຕກໍສະລະເພື່ອນປະໂຫຍດຂອງເພື່ອນໄດ້
ດູຣາຄະຫະບໍດີບຸຕ ! ມິຕຮ່ວມສຸຂຮ່ວມທຸກຂ໌ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ໂດຍສະຖານະ ໔ ປະການເຫລົ່ານີ້ແລ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ດູຣາຄະຫະບໍດີບຸຕ ! ມິຕແນະນໍາປະໂຫຍດ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ ໂດຍຖານະ ໔ ປະການຄື :-








