ທານ
ໜ້າ/ 70
ຖ້າທູຕນັ້ນກ່າວຕໍ່ພິກຂຸນັ້ນຢ່າງນີ້ວ່າ ກໍໃຜໆ ຜູ້ເປັນໄວຍາວັຈຈະກອຣຂອງທ່ານມີຫຼື
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸຜູ້ຕ້ອງການຈີວອຣຕ້ອງສະແດງຊົນຜູ້ທຳການໃນອາຣາມ ຫຼືອຸບາສົກໃຫ້ເປັນໄວຍາວັຈຈະກອຣ ດ້ວຍຄຳວ່າ ຄົນນັ້ນແລເປັນໄວຍາວັຈຈະກອຣຂອງພິກຂຸທັງຫຼາຍ
ຖ້າທູຕນັ້ນສັ່ງໄວຍາວັຈກອຣນັ້ນໃຫ້ເຂົ້າໃຈແລ້ວ ເຂົ້າໄປຫາພິກຂຸ ນັ້ນກ່າວຢ່າງນີ້ວ່າ ຄົົນທີ່ທ່ານສະແດງເປັນໄວຍາວັຈຈະກອຣນັ້ນ ຂ້າພະເຈົ້າສັ່ງໃຫ້ເຂົ້າໃຈແລ້ວ ທ່ານຈົ່ງເຂົ້າໄປຫາ ເຂົາຈັກໃຫ້ທ່ານຄອງຈີວອຣຕາມກາລ
ພິກຂຸຜູ້ຕ້ອງການຈີວອຣເຂົ້າໄປຫາໄວຍາວັຈກອຣແລ້ວ ຈົ່ງທວງ ຈົ່ງເຕືອນສອງສາມເທື່ອວ່າ ຮູບຕ້ອງການຈີວອຣ ພິກຂຸທວງຢູ່ ເຕືອນຢູ່ສອງສາມເທື່ອ ຍັງໄວຍາວັຈຈະກອຣນັ້ນ ໃຫ້ຈັດຈີວອຣສຳເລັດໄດ້ ການໃຫ້ສຳເລັດໄດ້ດ້ວຍຢ່າງນີ້ ນັ້ນເປັນການດີ
ຖ້າໃຫ້ສຳເລັດບໍ່ໄດ້ ຈົ່ງຢືນນິ້ງຕໍ່ໜ້າ ໔ ເທື່ອ ໕ ເທື່ອ ໖ ເທື່ອ ເປັນຢ່າງຍິ່ງ ເຂົາຢືນນິ້ງຕໍ່ໜ້າ ໔ ເທື່ອ ໕ ເທື່ອ ໖ ເທື່ອ ເປັນຢ່າງຍິ່ງ ຍັງໄວຍາວັຈຈະກອຣນັ້ນໃຫ້ຈັດຈີວອຣສຳເລັດໄດ້ ການໃຫ້ສຳເລັດໄດ້ດ້ວຍຢ່າງນີ້ ນັ້ນເປັນການດີ
ຖ້າໃຫ້ສຳເລັດບໍ່ໄດ້ ຖ້າເຂົາພະຍາຍາມໃຫ້ເກີນກວ່ານັ້ນ ຍັງຈີວອຣນັ້ນໃຫ້ສຳເລັດ ເປັນນິສສັກຄິຍະປາຈິຕຕີຍ໌
ຖ້າໃຫ້ສຳເລັດບໍ່ໄດ້ຈົ່ງໄປເອງກໍໄດ້ ສົ່ງທູຕໄປກໍໄດ້ ໃນສຳນັກທີ່ສົ່ງຊັພສຳລັບຈ່າຍຈີວອຣມາເພື່ອເຂົາ ບອກວ່າທ່ານສົ່ງຊັພສຳລັບຈ່າຍຈີວອຣໄປສະເພາະພິກຂຸໃດ ຊັພນັ້ນຫາສຳເລັດປະໂຍຊນ໌ໜ້ອຍໜຶ່ງແກ່ພິກຂຸນັ້ນບໍ່ ທ່ານຈົ່ງທວງເອົາຊັພຂອງທ່ານຄືນ ຊັພຂອງທ່ານຢ່າໄດ້ຈິບຫາຍເສຍເລີຍ ນີ້ເປັນສາມີຈິກັມໃນເລື່ອງນັ້ນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທັມມະແວດລ້ອມ ທີ່ມາໃນສູຕອື່ນໆ
.... ເມນະດະກະຄະຫະບໍດີຜູ້ນັ່ງຢູ່ ນະ ທີ່ຄວນສ່ວນຂ້າງໜຶ່ງ ໄດ້ກາບທູນ ພຣະຜູ້ມີພຣະພາຄວ່າ “ມີຢູ່ ພຣະອົງຄ໌ຂ້ານ້ອຍ ຫົນທາງກັນດານອັຕຕະຄັດນ້ຳ ອັຕຕະຄັດອາຫາຣ ພິກຂຸບໍ່ມີສະບຽງ ຈະເດີນທາງໄປເປັນໄປບໍ່ໄດ້ງ່າຍ ຂໍປະທານພຣະວະໂຣກາສ ຂໍພຣະອົງຄ໌ໂປດຊົງອະນຸຍາຕສະບຽງເດີນທາງແກ່ພິກຂຸທັງຫຼາຍດ້ວຍເຖີ້ນ ຂ້ານ້ອຍ” ພຣະຜູ້ມີພຣະພາຄຊົງທັມມິກະຖາໃນເພາະເຫຕເປັນເຄົ້າມູນນັ້ນ ໃນເພາະເຫຕທຳອິດເກີດນັ້ນ ແລ້ວຮັບສັ່ງແກ່ພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ເຮົາອະນຸຍາຕໂຄຣົສ ໕ ຄື ນົມສົດ ນົມສົ້ມ ນໍ້າມັນໄຂ ເນີຍຂຸ້ນ ເນີຍໃສ.
ພິກຂຸທັງຫຼາຍ ! ຫົນທາງກັນດານ ອັຕຕະຄັດນ້ຳ ອັຕຕະຄັດອາຫາຣ ພິກຂຸບໍ່ມີສະບຽງ ຈະເດີນທາງເປັນໄປບໍ່ໄດ້ງ່າຍ ເຮົາຈຶ່ງອະນຸຍາຕໃຫ້ສະແຫວງຫາສະບຽງໄດ້ ຄື ພິກຂຸຕ້ອງການເຂົ້າສານຈົ່ງສະແຫວງຫາເຂົ້າສານ ຕ້ອງການຖົ່ວຂຽວຈົ່ງສະແຫວງຫາຖົ່ວຂຽວ ຕ້ອງການຖົ່ວຣາຊະມາດຈົ່ງສະແຫວງຫາຖົ່ວຣາຊະມາດ ຕ້ອງການເກືອຈົ່ງສະແຫວງຫາເກືອ ຕ້ອງການນ້ຳອ້ອຍຈົ່ງສະແຫວງຫານ້ຳອ້ອຍ ຕ້ອງການນ້ຳມັນຈົ່ງສະແຫວງຫານ້ຳມັນ ຕ້ອງການເນີຍໃສ ຈົ່ງສະແຫວງຫາເນີຍໃສ.
ພິກຂຸທັງຫຼາຍ ! ຊາວບ້ານທີ່ມີສັດທາເຫຼື້ອມໃສ ເຂົາມອບເງິນຄໍາໄວ້ໃນມືກັບປິຍະກາຣະກະ ສັ່ງວ່າ “ສິ່ງໃດຄວນແກ່ພຣະມ່ອມເຈົ້າ ຂໍທ່ານຈົ່ງຖວາຍສິ່ງນັ້ນດ້ວຍກັປປິຍະພັນທ໌ນີ້”.
ພິກຂຸທັງຫຼາຍ ! ເຮົາອະນຸຍາຕໃຫ້ຍິນດີຂອງອັນເປັນກັບປິຍະຈາກກັບປິຍະພັນທ໌ນັ້ນໄດ້ ແຕ່ເຮົາບໍ່ໄດ້ກ່າວວ່າ ຈົ່ງຍິນດີ ຈົ່ງສະແຫວງຫາຄໍາແລະເງິນໂດຍປະຣິຍາຍໃດໆ ເລີຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








