ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ເມື່ອເມຕຕາເຈໂຕວິມຸຕ ອັນບຸກຄົນເສບມາແຕ່ທຳອິດ ໃຫ້ຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຝຶກໃຫ້ເປັນດຸດດັ່ງຍານທີ່ທຽມດີແລ້ວ ຝຶກໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປາຣົບສະໝ່ຳສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໑ ຢ່າງ ຄື

(໑) ຫຼັບເປັນສຸຂ (໒) ຕື່ນເປັນສຸຂ

(໓) ບໍ່ຝັນຮ້າຍ (໔) ເປັນທີ່ຮັກຂອງພວກມະນຸສ

(໕) ເປັນທີ່ຮັກຂອງພວກອະມະນຸສ (໖) ເທວະດາຮັກສາ

(໗) ໄຟກໍດີ ຢາພິດກໍດີ ສາສຕຣາກໍດີ ບໍ່ຕ້ອງບຸກຄົນນັ້ນ

(໘) ຈິຕຕັ້ງໝັ້ນໄດ້ວ່ອງໄວ (໙) ສີໜ້າຜ່ອງໃສ

(໑໐) ບໍ່ຫຼົງທຳກາລະ

(໑໑) ເມື່ອຍັງບໍ່ບັນລຸຄຸນວິເສດທີ່ຍິ່ງຂຶ້ນໄປຍ່ອມເກີດໃນພຣົມມະໂລກ

ເມື່ອເມຕຕາເຈໂຕວິມຸຕ ອັນບຸກຄົນເສບມາແຕ່ທຳອິດ ໃຫ້ຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຝຶກໃຫ້ເປັນດຸດດັ່ງຍານທີ່ທຽມດີແລ້ວ ຝຶກໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປາຣົບສະໝ່ຳສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໑ ຢ່າງນີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການຮັບທີ່ບໍ່ເປັນທັມ ຫຼື

ການຮັບທີ່ເປັນທັມ ໘໓

- ບາລີ ປຣິວາຣ. ວິ. ໘/໔໙໕/໑໑໗໓.

ອຸບາລີ ! ການຮັບທີ່ບໍ່ເປັນທັມ (ອະທັມມິກາ ປະຕິຄະຄະຫະ) ມີ ໕ ຢ່າງ ຄື

(໑) ຂອງເຂົາໃຫ້ດ້ວຍກາຍ ບໍ່ຮັບດ້ວຍກາຍ

(໒) ຂອງເຂົາໃຫ້ດ້ວຍກາຍ ບໍ່ຮັບດ້ວຍຂອງເນື່ອງດ້ວຍກາຍ

(໓) ຂອງເຂົາໃຫ້ດ້ວຍຂອງເນື່ອງດ້ວຍກາຍ ບໍ່ຮັບດ້ວຍກາຍ

(໔) ຂອງເຂົາໃຫ້ດ້ວຍຂອງເນື່ອງດ້ວຍກາຍ

ບໍ່ຮັບດ້ວຍຂອງເນື່ອງດ້ວຍກາຍ

(໕) ຂອງເຂົາໃຫ້ດ້ວຍໂຍນໃຫ້ ບໍ່ຮັບດ້ວຍກາຍ

ຫຼືດ້ວຍຂອງເນື່ອງດ້ວຍກາຍ

ອຸບາລີ ! ເຫຼົ່ານີ້ແລ ການຮັບທີ່ບໍ່ເປັນທັມ ໕ ຢ່າງ.

ອຸບາລີ ! ການຮັບທີ່ເປັນທັມ (ທັມມິກາ ປະຕິຄະຄະຫະ)ມີ ໕ ຢ່າງ ຄື

(໑) ຂອງເຂົາໃຫ້ດ້ວຍກາຍ ຮັບດ້ວຍກາຍ

(໒) ຂອງເຂົາໃຫ້ດ້ວຍກາຍ ຮັບດ້ວຍຂອງເນື່ອງດ້ວຍກາຍ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(໓) ຂອງເຂົາໃຫ້ດ້ວຍຂອງເນື່ອງດ້ວຍກາຍ ຮັບດ້ວຍກາຍ

(໔) ຂອງເຂົາໃຫ້ດ້ວຍຂອງເນື່ອງດ້ວຍກາຍ

ຮັບດ້ວຍຂອງເນື່ອງດ້ວຍກາຍ

(໕) ຂອງເຂົາໃຫ້ດ້ວຍໂຍນໃຫ້

ຮັບດ້ວຍກາຍຫຼືດ້ວຍຂອງເນື່ອງດ້ວຍກາຍ

ອຸບາລີ ! ເຫຼົ່ານີ້ແລ ການຮັບທີ່ເປັນທັມ ໕ ຢ່າງ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການກ່ຽວຂ້ອງກັບເງິນຄໍາຂອງພິກຂຸ ໘໔

- ບາລີ ມຫາວິ. ວິ. ໒/໕໔/໗໐., ມຫາວິ. ວິ. ໒/໙໐, ໙໔, ໙໙/໑໐໕, ໑໑໐, ໑໑໓.,

- ບາລີ ມຫາ. ວິ. ໕/໑໒໐/໘໕., ສະລາ. ສັງ. ໑໘/໔໐໑/໖໒໕.

ວິນັຍບັນຍັຕ ທີ່ມາໃນສິກຂາບົດປາຕິໂມກຂ໌

ອັນໜຶ່ງ ພິກຂຸໃດ ຮັບກໍດີ ໃຫ້ຮັບກໍດີ ຊຶ່ງຄໍາເງິນ ຫຼືຍິນດີຄໍາເງິນອັນເຂົາເກັບໄວ້ໃຫ້ກໍດີ ເປັນນິສສັກຄິຍະປາຈິຕຕີຍ໌

ອັນໜຶ່ງ ພິກຂຸໃດ ເຖິງຄວາມແລກປ່ຽນດ້ວຍຣູປິຍະມີ

ປະການຕ່າງໆ ເປັນນິສສັກຄິຍະປາຈິຕຕີຍ໌

ອັນໜຶ່ງ ພິກຂຸໃດ ເຖິງການຊື້ແລະການຂາຍມີປະການຕ່າງໆ ເປັນນິສສັກຄິຍະປາຈິຕຕີຍ໌

ອັນໜຶ່ງ ພຣະຣາຊາກໍດີ ຣາຊະອາມາຕກໍດີ ພຣາມກໍດີ

ຄະຫະບໍດີກໍດີ ສົ່ງຊັພສຳລັບຈ່າຍຈີວອຣໄປດ້ວຍທູຕສະເພາະພິກຂຸວ່າ ເຈົ້າຈົ່ງຈ່າຍຈີວອຣດ້ວຍຊັພສຳລັບຈ່າຍຈີວອຣນີ້ແລ້ວຍັງພິກຂຸຊື່ນີ້ໃຫ້ຄອງຈີວອຣ

ຖ້າທູຕນັ້ນເຂົ້າໄປຫາພິກຂຸນັ້ນກ່າວຢ່າງນີ້ວ່າ ຊັພສຳລັບຈ່າຍຈີວອຣນີ້ນຳມາສະເພາະທ່ານ ຂໍທ່ານຈົ່ງຮັບຊັພສຳລັບຈ່າຍຈີວອຣ

ພິກຂຸນັ້ນຈົ່ງກ່າວຕໍ່ທູຕນັ້ນຢ່າງນີ້ວ່າພວກເຮົາບໍ່ໄດ້ຮັບຊັພສຳລັບຈ່າຍຈີວອຣ ພວກເຮົາຮັບແຕ່ຈີວອຣອັນເປັນຂອງຄວນໂດຍກາລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ