ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ເມື່ອຣາຊະບໍຣິສັດນັ່ງປະຊຸມກັນໃນຣາຊະວັັງຊົງສົນທະ ນາກັນວ່າ ຄໍາແລະເງິນຍ່ອມຄວນແກ່ສະມະນະສາກະຍະບຸຕ ສະມະນະສາກະຍະບຸຕ ຍ່ອມຍິນດີຕໍ່ຄໍາແລະເງິນ ເມື່ອຣາຊະບໍຣິສັດກ່າວຢ່າງນີ້ ຂ້ານ້ອຍໄດ້ກ່າວກັບບໍຣິສັດນັ້ນວ່າ ທ່ານຜູ້ຈະເຣີນຢ່າໄດ້ກ່າວຢ່າງນີ້ ຄໍາແລະເງິນຍ່ອມບໍ່ຄວນແກ່ສະມະນະສາກະຍະບຸຕ ສະມະນະສາກະຍະບຸຕຍ່ອມບໍ່ຍິນດີໃນຄໍາແລະເງິນ ຍ່ອມບໍ່ຮັບຄໍາແລະເງິນ ສະມະນະສາກະຍະບຸຕຫ້າມແກ້ວມະນີແລະຄໍາ ປາສະຈາກຄໍາແລະເງິນ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍບໍ່ອາດໃຫ້ບໍຣິສັດນັ້ນຍິນຍອມໄດ້ ເມື່ອຂ້ານ້ອຍພະຍາກອນຢ່າງນີ້ ເປັນອັນກ່າວຕາມຄຳທີ່ພຣະຜູ້ມີພຣະພາຄຕຣັສແລ້ວ ບໍ່ກ່າວຕູ່ພຣະຜູ້ມີພຣະພາຄດ້ວຍຄຳບໍ່ຈິງ ເປັນການພະຍາກອນທັມສົມຄວນແກ່ທັມ ແລະສະຫະທັມມິກບາງຄົົນທີ່ກ່າວຕາມ ກໍຈະບໍ່ກາຍເປັນຜູ້ທີ່ຖືກຕຳໜິໄປດ້ວຍຫຼື ຂ້ານ້ອຍ.”

ດີແລ້ວຄາມະນິ ! ເມື່ອທ່ານພະຍາກອນຢ່າງນີ້ ເປັນອັນກ່າວຕາມຄໍາທີ່ ເຮົາກ່າວແລ້ວ ບໍ່ກ່າວຕູ່ເຮົາດ້ວຍຄຳບໍ່ຈິງ ເປັນການພະຍາກອນທັມສົມ ຄວນແກ່ທັມ ແລະສະຫະທັມມິກບາງຄົົນທີ່ກ່າວຕາມ ກໍຈະບໍ່ກາຍເປັນຜູ້ຖືກຕຳໜິໄປດ້ວຍ ເພາະວ່າຄໍາແລະເງິນ ບໍ່ຄວນແກ່ສະມະນະສາກະຍະບຸຕ ສະມະນະສາກະຍະບຸຕຍ່ອມບໍ່ຍິນດີໃນຄໍາແລະເງິນ ສະມະນະສາກະຍະບຸຕຫ້າມແກ້ວມະນີແລະຄໍາ ປາສະຈາກຄໍາແລະເງິນ ຄາມະນິ ! ຄໍາແລະເງິນຄວນແກ່ຜູ້ໃດ ເບັນຈະກາມະຄຸນກໍຄວນແກ່ຜູ້ນັ້ນ ເບັນຈະກາມະຄຸນຄວນແກ່ຜູ້ໃດ ຄໍາແລະເງີນກໍຄວນແກ່ຜູ້ນັ້ນ ຄາມະນິ ! ທ່ານຈົ່ງຊົງຄວາມທີ່ຄວນແກ່ເບັນຈະກາມະຄຸນນັ້ນໂດຍສ່ວນດຽວວ່າ ບໍ່ແມ່ນທັມຂອງສະມະນະ ບໍ່ແມ່ນທັມຂອງສາກະຍະບຸຕ ອັນໜຶ່ງ ເຮົາກ່າວຢ່າງນີ້ວ່າ ຜູ້ຕ້ອງການຫຍ້າຈົ່ງສະແຫວງຫາຫຍ້າ ຜູ້ຕ້ອງການໄມ້ຈົ່ງສະແຫວງຫາໄມ້ ຜູ້ຕ້ອງການກວຽນຈົ່ງສະແຫວງຫາກວຽນ ຜູ້ຕ້ອງການບຸຣຸສຈົ່ງສະແຫວງຫາບຸຣຸສ ເຮົາບໍ່ໄດ້ກ່າວວ່າສະມະນະສາກະຍະບຸຕຈົ່ງຍິນດີ ຈົ່ງສະແຫວງຫາຄໍາແລະເງິນໂດຍປະຣິຍາຍໃດໆ ເລີຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຂໍ້ປະຕິບັຕໃນການອະນຸໂມທະນາຂອງພິກຂຸ ໘໕

- ບາລີ ຈຸລລ. ວິ. ໗/໒໒໓/໔໒໐-໔໒໓.

ສະມັຍນັ້ນ ພິກຂຸທັງຫຼາຍບໍ່ອະນຸໂມທະນາໃນບ່ອນສັນ ຄົນທັງຫຼາຍຈຶ່ງເພັ່ງໂທສຕິຕຽນ ຈົ່ມໃຫ້ວ່າ ເຫຕໃດພຣະສະມະນະເຊື້ອສາຍພຣະສາກະຍະບຸຕ ຈຶ່ງບໍ່ໄດ້ອະນຸໂມທະນາໃນບ່ອນສັນ ພິກຂຸທັງຫຼາຍໄດ້ຍິນຄົນພວກນັ້ນເພັ່ງໂທິຕຽນ ຈົ່ມໃຫ້ຢູ່ ຈຶ່ງກາບທູນເລື່ອງນັ້ນແດ່ພຣະຜູ້ມີພຣະພາຄ ລຳດັບນັ້ນພຣະຜູ້ມີພຣະພາຄຊົງສະແດງທັມມິກະຖາ ໃນເພາະເຫຕເປັນເຄົ້າມູນນັ້ນ ໃນເພາະເຫຕເລີ່ມເກີດນັ້ນ ແລ້ວຮັບສັ່ງກັບພິກຂຸທັງຫຼາຍວ່າ

ພິກຂຸທັງຫຼາຍ ! ເຮົາອະນຸຍາຕໃຫ້ອະນຸໂມທະນາໃນບ່ອນສັນ ເຮົາອະນຸຍາຕໃຫ້ພິກຂຸຜູ້ເຖຣະອະນຸໂມທະນາໃນບ່ອນສັນ.... ເຮົາອະນຸຍາຕໃຫ້ພິກຂຸເຖຣະ ອະນຸເຖຣະ ໔-໕ ອົງຄ໌ ລໍຖ້າ (ຢູ່ເປັນໝູ່) ຢູ່ໃນບ່ອນສັນ... ພິກຂຸທັງຫຼາຍ ! ເມື່ອມີກິຈທີ່ຈະຕ້ອງໄປເຮັດ ເຮົາອະນຸຍາຕໃຫ້ບອກລາພິກຂຸຜູ້ນັ່ງຢູ່ໃນລຳດັບ(ໃກ້ໆ) ແລ້ວໄປໄດ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຂໍ້ປະຕິບັຕໃນການຂໍສິ່ງຂອງ

ຕໍ່ຜູ້ປະວາຣະນາຂອງພິກຂຸ ໘໖

- ບາລີ ມຫາ. ວິ. ໒/໓໗໑/໕໕໖.

ພິກຂຸບໍ່ແມ່ນຜູ້ອາພາດ ຍ່ອມຍິນດີປະວາຣະນາດ້ວຍປັຈຈັຍພຽງ ໔ ເດືອນ ເວັ້ນໄວ້ແຕ່ປະວາຣະນາອີກ ເວັ້ນໄວ້ແຕ່ປະວາຣະນາເປັນນິຈ ຖ້າເຂົາຍິນດີຍິ່ງກວ່ານັ້ນ ເປັນປາຈິຕຕີຍ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ