ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ການຊັກຊວນຄົນຜູ້ບໍ່ມີສັດທາໃຫ້ຕັ້ງໝັ້ນດຳຣົງຢູ່ໃນສັດທາສັມປະທາ ຊັກຊວນຜູ້ທຸສີລໃຫ້ຕັ້ງໝັ້ນດຳຣົງຢູ່ໃນສີລະສັມປະທາ ຊັກຊວນຜູ້ຂີ້ຖີ່ ໃຫ້ຕັ້ງໝັ້ນດຳຣົງຢູ່ໃນຈາ ຄະສັມປະທາ ຊັກຊວນຜູ້ມີປັນຍາຕໍ່າໃຫ້ຕັ້ງໝັ້ນດຳຣົງຢູ່ໃນປັນຍາສັມປະທາ ນີ້ເລີດກວ່າການປະພຶຕປະໂຍຊນ໌ທັງຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ພຣະໂສດາບັນມີຕົນສະເໝີກັບພຣະໂສດາບັນ ພຣະສະກະທາຄາມີມີຕົນສະເໝີກັບພຣະສະກະທາຄາມີ ພຣະອະນາຄາມີມີຕົນສະເໝີກັບພຣະອະນາຄາມີ ພຣະອະຣະຫັນຕ໌ມີຕົນສະເໝີກັບພຣະອະຣະຫັນຕ໌ ນີ້ເລີດກວ່າຄວາມມີຕົນສະ ເໝີທັງຫຼາຍ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ຮຽກວ່າ ກຳລັງ ຄື ການສົງເຄາະ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ຄື ກຳລັງ ໔ ປະການ.

ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະການເຫຼົ່ານີ້ ຍ່ອມກ້າວຂ້າມພົ້ນພັຍ ໕ ປະການ ຄື

(໑) ອາຊີວິຕະພັຍ໑ (ພັຍອັນເນື່ອງດ້ວຍຊີວິຕ)

(໒) ອະສິໂລກະພັຍ (ພັຍຄືການຕິຕຽນ)

(໓) ປະຣິສສາຣັຊຊະພັຍ (ພັຍຄືຄວາມເກີ້ເຂີນໃນບໍຣິສັທ)

(໔) ມະຣະນະພັຍ (ພັຍຄືຄວາມຕາຍ)

(໕) ທຸຄະຕິພັຍ (ພັຍຄືທຸຄະຕິ)

ພິກຂຸທັງຫຼາຍ ! ອະຣິຍະສາວົກນັ້ນ ຍ່ອມພິຈາຣະນາເຫັນ ດັ່ງນີ້ວ່າ

໑. ໄຕຣປິດົກສະບັນມອນ ມີບາລີຄຳນີ້ ວ່າ ອາຊີວິກະພະຍັງ ຊຶ່ງແປວ່າ ພັຍອັນເນື່ອງດ້ວຍການລ້ຽງຊີບ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ເຮົາບໍ່ຢ້ານຕໍ່ພັຍອັນເນື່ອງດ້ວຍຊີວິຕ ເຫຕໃດເຮົາຈັກຕ້ອງຢ້ານຕໍ່ພັຍອັນເນື່ອງດ້ວຍຊີວິຕ ເພາະເຮົາມີກຳລັງ ໔ ປະການຄືກຳລັງປັນຍາ ກຳລັງຄວາມພຽນ ກຳລັງການງານອັນບໍ່ມີໂທສ ກຳລັງການສົງເຄາະ ຄົົນທີ່ມີປັນຍາຕໍ່າຈຶ່ງຢ້ານຕໍ່ພັຍອັນເນື່ອງດ້ວຍຊີວິຕ ຄົນກຽດຄ້ານຈຶ່ງຢ້ານຕໍ່ພັຍອັນເນື່ອງດ້ວຍຊີວິຕ ຄົນມີການງານທາງກາຍ ທາງວາຈາ ແລະທາງໃຈທີ່ມີໂທສ ຈຶ່ງຢ້ານຕໍ່ພັຍຄືທຸຄະຕິ ຄົົນທີ່ບໍ່ສົງເຄາະໃຜ ຈຶ່ງຢ້ານພັຍຄືທຸຄະຕິ

ເຮົາບໍ່ຢ້ານຕໍ່ພັຍຄືການຕິຕຽນ...

ເຮົາບໍ່ຢ້ານຕໍ່ພັຍຄືຄວາມເກີ້ເຂີນໃນບໍຣິສັທ...

ເຮົາບໍ່ຢ້ານຕໍ່ພັຍຄືຄວາມຕາຍ...

ເຮົາບໍ່ຢ້ານຕໍ່ພັຍຄືທຸຄະຕິ ເຫຕໃດເຮົາຈັກຕ້ອງຢ້ານຕໍ່ພັຍຄືທຸຄະຕິໜໍ ເພາະເຮົາມີກຳລັງ ໔ ປະການ ຄື ກຳລັງປັນຍາ ກຳລັງຄວາມພຽນ ກຳລັງການງານອັນບໍ່ມີໂທສ ກຳລັງການສົງເຄາະ ຄົົນທີ່ມີປັນຍາຕໍ່າ ຈຶ່ງຢ້ານຕໍ່ພັຍຄືທຸຄະຕິ ຄົນກຽດຄ້ານ ຈຶ່ງຢ້ານຕໍ່ພັຍຄືທຸຄະຕິ ຄົນມີການງານທາງກາຍ ທາງວາຈາແລະທາງໃຈທີ່ມີໂທສ ຈຶ່ງຢ້ານຕໍ່ພັຍຄືທຸຄະຕິ ຄົົນທີ່ບໍ່ສົງເຄາະໃຜ ຈຶ່ງຢ້ານພັຍຄືທຸຄະຕິ.

ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍກຳລັງ ໔ ປະການນີ້ແລ ຍ່ອມກ້າວຂ້າມພົ້ນພັຍ ໕ ປະການເຫຼົ່ານີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການໃຫ້ທານອັນເປັນອະຣິຍະ (ນັຍທີ ໑) ໗໖

- ບາລີ ມຫາວາຣ. ສັງ. ໑໙/໔໔໐/໑໔໕໑.

ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ ທັມ ໔ ປະການເປັນແນວໃດ ຄື

(໑) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະພຸດທະເຈົ້າ

(໒) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະທັມ

(໓) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະສົງຄ໌

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ