ທານ
ໜ້າ/ 70
(໔) ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ
ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ການໃຫ້ທານອັນເປັນອະຣິຍະ (ນັຍທີ ໒) ໗໗
- ບາລີ ສັຕຕກ. ອັງ. ໒໓/໖໐/໔໙.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ ໃຫ້ທານໂດຍບໍ່ມີຈິຕຜູກພັນໃນຜົລ ໃຫ້ທານໂດຍບໍ່ມຸ້ງການສັ່ງສົມ (ບຸນຍ໌) ໃຫ້ທານໂດຍບໍ່ຄິດວ່າ “ເຮົາຕາຍໄປຈັກໄດ້ສະເຫວີຍຜົລຂອງທານນີ້” ໃຫ້ທານໂດຍບໍ່ຄິດວ່າ “ການໃຫ້ທານເປັນການດີ” ໃຫ້ທານໂດຍບໍ່ຄິດວ່າ “ບິດາມານດາ ປູ່ຍ່າຕານາຍ ເຄີຍໃຫ້ເຄີຍທຳມາ ເຮົາກໍບໍ່ຄວນທຳໃຫ້ເສຍປະເພນີ”
ໃຫ້ທານໂດຍບໍ່ຄິດວ່າ “ເຮົາຫຸງຫາກິນ ສະມະນະຫຼືພຣາມເຫຼົ່ານີ້ບໍ່ຫຸງຫາກິນ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ສະມະນະຫຼືພຣາມຜູ້ບໍ່ຫຸງຫາ ບໍ່ສົມຄວນ” ໃຫ້ທານໂດຍບໍ່ຄິດວ່າ “ເຮົາຈັກເປັນຜູ້ຈຳແນກແຈກທານ ເໝືອນຣືສີແຕ່ຄັ້ງກ່ອນ ຄື ອັຕຖະກະຣືສີ ວາມະກະຣືສີ ວາມະເທວະຣືສີ ເວສສາມິຕະຣະຣືສີ ຍະມະທັກຄິຣືສີ ອັງຄີຣະສະຣືສີ ພາຣະທະວາຊະຣືສີ ວາເສຕຖະຣືສີ ກັສສະປະຣືສີ ແລະພະຄຸຣືສີ ບູຊາມະຫາຍັນ
ໃຫ້ທານໂດຍບໍ່ຄິດວ່າ “ເມື່ອເຮົາໃຫ້ທານຢ່າງນີ້ຈິຕຈະເຫຼື້ອມໃສ ເກີດຄວາມປື້ມໃຈແລະໂສມະນັສ” ແຕ່ໃຫ້ທານເປັນເຄື່ອງປະດັບຈິຕ ປຸງແຕ່ງຈິຕ (ຈິຕຕາລັງກາຣັງ ຈິຕຕະປະຣິກຂາຣັງ)
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ເຂົາໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟແກ່ສະມະນະຫຼືພຣາມ ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າພຣົມມະກາຍິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ເປັນຜູ້ບໍ່ຕ້ອງກັບມາ ຄື ບໍ່ມາສູ່ຄວາມເປັນຢ່າງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ການໃຫ້ທານອັນເປັນອະຣິຍະ (ນັຍທີ ໓) ໗໘
- ບາລີ ອຸປຣິ. ມ. ໑໔/໔໔໔/໖໙໑.
ພິກຂຸ ! ປຽບເໝືອນປະທີບນ້ຳມັນ ເພາະອາສັຍນໍ້າມັນແລະໄສ້ແລ້ວຈຶ່ງລຸກຮຸ່ງຢູ່ໄດ້ ເມື່ອໝົດນ້ຳມັນແລະໝົດໄສ້ ພ້ອມກັບບໍ່ເຕີມນ້ຳມັນແລະໄສ້ອີກ ຍ່ອມເປັນປະທີບໝົດເຊື້ອແລ້ວດັບໄປ ພິກຂຸ ! ເຊັ່ນໃດກໍເຊັ່ນນັ້ນ ບຸກຄົນນັ້ນ ເມື່ອສະເຫວີຍເວທະນາມີກາຍເປັນທີ່ສຸດຮອບ ຍ່ອມຮູ້ແຈ້ງວ່າເຮົາສະເຫວີຍເວທະນາມີກາຍເປັນທີ່ສຸດຮອບ ເມື່ອສະເຫວີຍເວທະນາມີຊີວິຕເປັນທີ່ສຸດຮອບ ຍ່ອມຮູ້ແຈ້ງວ່າເຮົາສະເຫວີຍເວທະນາມີຊີວິຕເປັນທີ່ສຸດຮອບ ແລະຍ່ອມຮູ້ແຈ້ງວ່າເວທະນາທັງປວງ ອັນເຮົາບໍ່ເພີດເພີນແລ້ວຈັກເປັນຂອງ ເຢັນໃນອັຕຕະພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕເພາະການແຕກທຳລາຍແຫ່ງກາຍດັ່ງນີ້ ເພາະເຫຕນັ້ນ ຜູ້ເຖິງພ້ອມດ້ວຍຄວາມຮູ້ສຶກຢ່າງນີ້ ຊື່ວ່າເປັນຜູ້ເຖິງພ້ອມດ້ວຍປັນຍາອັນເປັນທັມທີ່ຄວນຕັ້ງໄວ້ໃນໃຈເປັນຢ່າງຍິ່ງ ດ້ວຍປະການຢ່າງນີ້








