ທານ
ໜ້າ/ 70
ພິກຂຸທັງຫຼາຍ! ບັນດາທານ ໒ ຢ່າງນີ້ ທັມມະທານເປັນເລີດ.
ພິກຂຸທັງຫຼາຍ ! ການແຈກຈ່າຍ ໒ ຢ່າງນີ້ ຄື
(໑) ການແຈກຈ່າຍອາມິສ
(໒) ການແຈກຈ່າຍທັມ
ພິກຂຸທັງຫຼາຍ ! ບັນດາການແຈກຈ່າຍ ໒ ຢ່າງນີ້ ການແຈກຈ່າຍທັມເປັນເລີດ
ພິກຂຸທັງຫຼາຍ ! ການອະນຸເຄາະ ໒ ຢ່າງນີ້ ຄື
(໑) ການອະນຸເຄາະດ້ວຍອາມິສ
(໒) ການອະນຸເຄາະດ້ວຍທັມ
ພິກຂຸທັງຫຼາຍ ! ບັນດາການອະນຸເຄາະ ໒ ຢ່າງນີ້ ການອະນຸເຄາະດ້ວຍທັມເປັນເລີດ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທັມມະທານເລີດກວ່າທານທັງຫຼາຍ ໗໕
- ບາລີ ນວກ. ອັງ. ໒໓/໔໓໙/໒໐໙.
ພິກຂຸທັງຫຼາຍ ! ກຳລັງ ໔ ປະການເຫຼົ່ານີ້ມີຢູ່ ໔ ປະການເປັນແນວໃດ ຄື
(໑) ກຳລັງ ຄື ປັນຍາ
(໒) ກຳລັງ ຄື ຄວາມພຽນ
(໓) ກຳລັງ ຄື ການງານອັນບໍ່ມີໂທສ
(໔) ກຳລັງ ຄື ການສົງເຄາະ
ພິກຂຸທັງຫຼາຍ ! ກໍກຳລັງ ຄື ປັນຍາເປັນແນວໃດ ທັມເຫຼົ່າໃດເປັນກຸສົລ ນັບວ່າເປັນກຸສົລ ທັມເຫຼົ່າໃດເປັນອະກຸສົລ ນັບວ່າເປັນອະກຸສົລ ທັມເຫຼົ່າໃດມີໂທສນັບວ່າມີໂທສ ທັມເຫຼົ່າໃດບໍ່ມີໂທສນັບວ່າບໍ່ມີໂທສ ທັມເຫຼົ່າໃດເປັນທັມດຳນັບວ່າເປັນທັມດຳ ທັມເຫຼົ່າໃດເປັນທັມຂາວນັບວ່າເປັນທັມຂາວ ທັມເຫຼົ່າໃດບໍ່ຄວນເສບ ນັບວ່າບໍ່ຄວນເສບ ທັມເຫຼົ່າໃດຄວນເສບ ນັບວ່າຄວນເສບ ທັມເຫຼົ່າໃດບໍ່ສາມາດທຳຄວາມເປັນອະຣິຍະ ນັບວ່າບໍ່ສາມາດທຳຄວາມເປັນອະຣິຍະ ທັມເຫຼົ່າໃດສາມາດທຳຄວາມເປັນອະຣິຍະ ນັບວ່າສາມາດທຳຄວາມເປັນອະຣິຍະ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທັມເຫຼົ່ານັ້ນເປັນທັມອັນບຸກຄົນເຫັນແຈ້ງ ປະພຶຕໄດ້ດ້ວຍປັນຍາ ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກຳລັງ ຄື ປັນຍາ.
ພິກຂຸທັງຫຼາຍ ! ກໍກຳລັງ ຄື ຄວາມພຽນເປັນແນວໃດ ທັມເຫຼົ່າໃດເປັນອະກຸສົລ ນັບວ່າເປັນອະກຸສົລ ທັມເຫຼົ່າໃດມີໂທສ ນັບວ່າມີໂທສ ທັມເຫຼົ່າໃດເປັນທັມດຳນັບວ່າເປັນທັມດຳ ທັມເຫຼົ່າໃດບໍ່ຄວນເສບ ນັບວ່າບໍ່ຄວນເສບ ທັມເຫຼົ່າໃດບໍ່ສາມາດທຳຄວາມເປັນອະຣິຍະ ນັບວ່າບໍ່ສາມາດທຳຄວາມເປັນອະຣິຍະ ບຸກຄົນຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອລະທັມເຫຼົ່ານັ້ນ ທັມເຫຼົ່າໃດເປັນກຸສົລ ນັບວ່າເປັນກຸສົລ ທັມເຫຼົ່າໃດບໍ່ມີໂທສ ນັບວ່າບໍ່ມີໂທສ ທັມເຫຼົ່າໃດເປັນທັມຂາວ ນັບວ່າເປັນທັມຂາວ ທັມເຫຼົ່າໃດຄວນເສບ ນັບວ່າຄວນເສບ ທັມເຫຼົ່າໃດສາມາດທຳຄວາມເປັນອະຣິຍະ ນັບວ່າສາມາດທຳຄວາມເປັນອະຣິຍະ
ບຸກຄົນຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອໃຫ້ໄດ້ທັມເຫຼົ່ານັ້ນ ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກຳລັງ ຄື ຄວາມພຽນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ! ກໍກຳລັງຄືການງານອັນບໍ່ມີໂທສ ເປັນແນວໃດ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍກາຍະກັມ ວະຈີກັມ ມະໂນກັມອັນຫາໂທສບໍ່ໄດ້ ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກຳລັງ ຄື ການງານອັນບໍ່ມີໂທສ.
ພິກຂຸທັງຫຼາຍ ! ກໍກຳລັງ ຄື ການສົງເຄາະເປັນແນວໃດ ໄດ້ແກ່ ສັງຄະຫະວັຕຖຸ ໔ ປະການນີ້ ຄື
(໑) ທານະ (ການໃຫ້)
(໒) ເປີຍຍະວັຊຊະ (ການເວົ້າຖ້ອຍຄຳອັນເປັນທີ່ຮັກ)
(໓) ອັຕຖະຈະຣິຍາ (ການປະພຶຕປະໂຍຊນ໌)
(໔) ສະມານັຕຕະຕາ (ຄວາມມີຕົນສະເໝີກັນ)
ພິກຂຸທັງຫຼາຍ ! ທັມມະທານເລີດກວ່າທານທັງຫຼາຍ.
ພິກຂຸທັງຫຼາຍ ! ການສະແດງທັມເລື້ອຍໆ ແກ່ບຸກຄົນຜູ້ຕ້ອງການ ຜູ້ງ່ຽງໂສຕະລົງສະດັບ ນີ້ເລີດກວ່າການເວົ້າຖ້ອຍຄຳອັນເປັນທີ່ຮັກ.








