ທານ
ໜ້າ/ 70
ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື ທຳນາຍວ່າ ຈັກມີຝົນດີ ຈັກມີຝົນແລ້ງ ຈັກມີອາຫາຣຫາໄດ້ງ່າຍ ຈັກມີອາຫາຣຫາໄດ້ຍາກ ຈັກມີຄວາມກະເສມ ຈັກມີພັຍ ຈັກເກີດພະຍາດ ຈັກມີຄວາມສຳລານຫາພະຍາດບໍ່ໄດ້ ຫຼືຄຳນວນເລິກຍາມ ຄຳນວນດວງຊະຕາ ຈັບຍາມແຕ່ງກາບໂລກາຍະຕະສາດ.
ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄືໃຫ້ເລີກອາວາຫະມຸງຄຸນ ໃຫ້ເລີກວິວາຫະມຸງຄຸນ ດູເລີກຮຽງໝອນ ດູເລີກຢ່າຮ້າງ ດູເລີກເກັບຊັພ ດູເລີກຈ່າຍຊັພ ດູໂຊກດີ ດູເຄາະຮ້າຍ ໃຫ້ຢາຜະດຸງມົດລູກ ຈົ່ມມົນຕ໌ໃຫ້ລີ້ນກະດ້າງ ຈົ່ມມົນຕ໌ໃຫ້ຄາງແຂງ ຈົ່ມມົນຕ໌ໃຫ້ມືສັ່ນ ຈົ່ມມົນຕ໌ບໍ່ໃຫ້ຫູໄດ້ຍິນສຽງ ເປັນໝໍຊົງກະຈົກ ເປັນໝໍຊົງຍິງສາວ ເປັນໝໍຊົງເຈົ້າ ບວງສວງພຣະອາທິຕ ບວງສວງທ້າວມະຫາພຣົມ ຈົ່ມມົນຕ໌ພົ່ນໄຟ ທຳພິທີເອີ້ນຂວັນ.
ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕ ໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື ທຳພິທີບະບົນ ທຳພິທີແກ້ບະ ຈົ່ມມົນຕ໌ໄລ່ຜີ ສອນມົນຕ໌ປ້ອງກັນບ້ານເຮືອນ ທຳກະເທີຍໃຫ້ກັບເປັນຊາຍ ທຳຊາຍໃຫ້ກາຍເປັນກະເທີຍ ທຳພິທີປຸກເຮືອນ ທຳພິທີບວງສວງພື້ນທີ່ ພົ່ນນ້ຳມົນຕ໌ ຫົດນ້ຳມົນຕ໌
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທຳພິທີບູຊາໄຟ ປຸງຢາຖອນພິດ ປຸງຢາຖ່າຍ ປຸງຢາແກ້ລົມຕີຂຶ້ນເບື້ອງເທິງ ປຸງຢາແກ້ລົມຕີລົງເບື້ອງລຸ່ມ ປຸງຢາແກ້ປວດຫົວ ຫຸງນ້ຳມັນຢອດຫູ ປຸງຢາຕາ ປຸງຢານັດ ປຸງຢາທາໃຫ້ກັດ ປຸງຢາທາໃຫ້ສະໝານ ປ້າຍຢາຕາ ທຳການຜ່າຕັດ ປິ່ນປົວເດັກ ໃສ່ຢາ ຊະລ້າງແຜ.
ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕ ໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.
ມະຫາຣາຊ ! ພິກຂຸສົມບູນດ້ວຍສີລຢ່າງນີ້ ຍ່ອມບໍ່ປະສົບພັຍແຕ່ໃດໆເລີຍ ເພາະສີລສັງວອຣນັ້ນ ປຽບເໝືອນກະສັຕຜູ້ໄດ້ມູນທາພິເສກ໑ ກໍາຈັດຣາຊະສັຕຕູໄດ້ແລ້ວ ຍ່ອມບໍ່ປະສົບພັຍແຕ່ໃດໆ ເພາະຣາຊະສັຕຕູນັ້ນ.
ມະຫາຣາຊ ! ພິກຂຸກໍເຊັ່ນນັ້ນ ສົມບູນດ້ວຍສີລຢ່າງນີ້ແລ້ວ ຍ່ອມບໍ່ປະສົບພັຍແຕ່ໃດໆ ເພາະສີລສັງວອຣນັ້ນ ພິກຂຸສົມບູນດ້ວຍອະຣິຍະສີລະຂັນທ໌ນີ້ ຍ່ອມໄດ້ສະເຫວີຍສຸຂອັນປາສະ ຈາກໂທສໃນພາຍໃນ.
ມະຫາຣາຊ ! ດ້ວຍປະການດັ່ງກ່າວມານີ້ແລ ພິກຂຸຊື່ວ່າເປັນຜູ້ເຖິງພ້ອມດ້ວຍສີລ.
໑. ນ້ຳຫົດພຣະສຽນໃນງານຣາຊາພິເສກຫຼືພຣະຣາຊະພິທີອື່ນໆ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ການໃຫ້ທານ
ທີ່ເປັນອະຣິຍະ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທັມມະທານເລີດກວ່າອາມິສທານ ໗໔
- ບາລີ ຂຸ. ຂຸ. ໒໕/໓໐໕/໒໗໘.
ພິກຂຸທັງຫຼາຍ ! ທານ ໒ ຢ່າງນີ້ ຄື
(໑) ອາມິສທານ
(໒) ທັມມະທານ








