ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄືທາຍລັກສະນະແກ້ວ ມະນີ ທາຍລັກສະນະຜ້າ ທາຍລັກສະນະໄມ້ກະບອງ ທາຍລັກສະນະສາຕຣາ ທາຍລັກສະນະດາບ ທາຍລັກສະນະສອຣ ທາຍລັກສະນະທະນູ ທາຍລັກສະນະອາວຸດ ທາຍລັກສະນະສະຕຣີ ທາຍລັກສະນະບຸຣຸສ ທາຍລັກສະນະກຸມາຣ ທາຍລັກສະນະກຸມາຣີ ທາຍລັກສະນະຂ້າທາສ ທາຍລັກສະນະທາສີ ທາຍລັກສະນະຊ້າງ ທາຍລັກສະນະມ້າ ທາຍລັກສະນະຄວາຍທາຍລັກສະນະງົວອຸສະພະ ທາຍລັກສະນະງົວ ທາຍລັກສະ ນະແບ້ ທາຍລັກສະນະແກະ ທາຍລັກສະນະໄກ່ ທາຍລັກສະ ນະນົກກະທາ ທາຍລັກສະນະເຫ້ຍ ທາຍລັກສະນະຕູ່ນ ທາຍລັກສະນະເຕົ່າ ທາຍລັກສະນະມະຣຶຄະ (ກວາງ).

ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.

ອີກຢ່າງໜຶ່ງເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື ດູເລີກຍົກທັບວ່າພຣະຣາຊາຈັກຍົກອອກ ພຣະຣາຊາຈັກບໍ່ຍົກອອກ ພຣະຣາຊາ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພາຍໃນຈັກຍົກເຂົ້າປະຊິດ ພຣະຣາຊາພາຍນອກຈັກຖອຍ ພຣະຣາຊາພາຍນອກຈັກຍົກເຂົ້າປະຊິດ ພຣະຣາຊາພາຍໃນຈັກຖອຍ ພຣະຣາຊາພາຍໃນຈັກມີໄຊ ພຣະຣາຊາພາຍນອກຈັກເສຍໄຊ ພຣະຣາຊາພາຍນອກຈັກມີໄຊ ພຣະຣາຊາພາຍໃນຈັກເສຍໄຊ ພຣະຣາຊາພະອົງນີ້ຈັກມີໄຊ ພຣະຣາຊາພະອົງນີ້ຈັກເສຍໄຊ ເພາະເຫຕນີ້ໆ.

ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.

ອີກຢ່າງໜຶ່ງ ເມື່ອສະມະນະຫຼືພຣາມບາງພວກ ສັນໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິຕ ໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື ທຳນາຍວ່າຈັກມີຈັນທະຣະຄາຕ ຈັກມີສຸຣິຍະຄາຕ ຈັກມີນັກສັຕຕະຄາຕ ດວງຈັນດວງອາທິຕຈັກໂຄຈອຣຖືກທາງ ດວງຈັນດວງອາທິຕຈັກໂຄຈອຣຜິດທາງ ດາວນັກສັຕຈັກໂຄຈອຣຖືກທາງ ດາວນັກສັຕຈັກໂຄຈອຣຜິດທາງ ຈັກມີອຸກກາບາຕ ຈັກມີດາວຫາງ ຈັກມີແຜ່ນດິນໄຫວ ຈັກມີຟ້າຮ້ອງ ດວງຈັນດວງອາທິຕແລະດາວນັກສັຕ ຈັກຂຶ້ນ ຈັກຕົກ ຈັກມົວໝອງ ຈັກກະຈ່າງ ຈັນທະຄາຕຈັກມີຜົລເປັນຢ່າງນີ້ ສຸຣິຍະຄາຕຈັກມີຜົລເປັນຢ່າງນີ້ ນັກກະສັຕຕະຄາຕຈັກມີຜົລເປັນຢ່າງນີ້ ດວງຈັນດວງອາທິຕໂຄຈອຣຖືກ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທາງຈັກມີຜົລເປັນຢ່າງນີ້ ດວງຈັນດວງອາທິຕໂຄຈອຣຜິດທາງຈັກມີຜົລເປັນຢ່າງນີ້ ດາວນັກກະສັຕໂຄຈອຣຖືກທາງຈັກມີຜົລເປັນຢ່າງນີ້ ດາວນັກກະສັຕໂຄຈອຣຜິດທາງຈັກມີຜົລເປັນຢ່າງນີ້ ມີອຸກກາບາຕຈັກມີຜົລເປັນຢ່າງນີ້ ມີດາວຫາງຈັກມີຜົລເປັນຢ່າງນີ້ ແຜ່ນດິນໄຫວຈັກມີຜົລເປັນຢ່າງນີ້ ຟ້າຮ້ອງຈັກມີຜົລເປັນຢ່າງນີ້ ດວງຈັນດວງອາທິຕແລະດາວນັກກະສັຕຂຶ້ນ ຕົກມົວໝອງ ກະຈ່າງ ຈັກມີຜົລເປັນຢ່າງນີ້.

ສ່ວນພິກຂຸໃນທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິຕໂດຍມິຈສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ເສຍແລ້ວ ແມ່ນວ່ານີ້ກໍເປັນສີລຂອງເຂົາປະການໜຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ