ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ລະ ບັນເທົາ ກຳຈັດ ເຮັດໃຫ້ດັບສິ້ນໄປ ໃຫ້ເຖິງຊຶ່ງຄວາມບໍ່ມີແຫ່ງອະກຸສົລທັມ ອັນເປັນບາບທັງຫຼາຍທີ່ເກີດຂຶ້ນແລ້ວ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຂ້າໄດ້ ຢ່າງນີ້ແລ.

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຮັກສາໄດ້ເປັນແນວໃດ ຄື ພິກຂຸເຫັນຮູບດ້ວຍຕາ ໄດ້ຟັງສຽງດ້ວຍຫູ ໄດ້ດົມກິ່ນດ້ວຍດັງ ໄດ້ຊີມຣົສດ້ວຍລີ້ນ ໄດ້ສັມຜັສໂຜຕຖັບພະດ້ວຍກາຍ ແລະໄດ້

ຮູ້ທັມມາຣົມດ້ວຍໃຈແລ້ວ ຍ່ອມບໍ່ຖືເອົາທັງໝົດ ຫຼືຍ່ອມບໍ່ຖືເອົາໂດຍເປັນສ່ວນໆ ຍ່ອມປະຕິບັຕເພື່ອສັງລວມອິນຊີນັ້ນໄວ້ ອັນເປັນສິ່ງທີ່ເມື່ອບໍ່ສັງລວມແລ້ວ ຍ່ອມເປັນເຫຕໃຫ້ທັມອັນເປັນບາບອະກຸສົລ ຄື ອະພິຊຊາແລະໂທມະນັສຄອບງຳໄດ້ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຮັກສາໄດ້ຢ່າງນີ້ແລ.

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນໄດ້ເປັນແນວໃດຄື ພິກຂຸເປັນຜູ້ອົດທົນໄດ້ຕໍ່ເຢັນ ຮ້ອນ ຫິວ ກະຫາຍ ສັມຜັສແຫ່ງເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານ ເປັນຜູ້ອົດທົນໄດ້ຕໍ່ຄຳຫຍາບ ເປັນຜູ້ອົດທົນໄດ້ຕໍ່ທຸກຂະເວທະນາທາງຮ່າງກາຍ ທີ່ບັງເກີດຂຶ້ນແລ້ວ ອັນຮຸນແຮງ ເຜັດຮ້ອນ ບໍ່ເປັນທີ່ຊື່ນໃຈ ບໍ່ເປັນທີ່ພໍໃຈ ສາມາດປິດຊີພເສຍໄດ້ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ອົດທົນໄດ້ຢ່າງນີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ໄປໄດ້ເປັນແນວໃດ ຄື ພິກຂຸຍ່ອມເປັນຜູ້ໄປສູ່ທິສທີ່ບໍ່ເຄີຍໄປຕະຫຼອດກາລະນານ ນີ້ຄືທັມເປັນທີ່ລະງັບແຫ່ງສັງຂາຣທັງປວງ ເປັນທີ່ສະລັດຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນທີ່ຖ່າຍຖອນ ເປັນທີ່ດັບ ຫາເຄື່ອງສຽບແທງບໍ່ໄດ້ ໂດຍວ່ອງໄວ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ໄປໄດ້ຢ່າງນີ້ແລ.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໙) ໖໖

- ບາລີ ຈຕຸກກ. ອັງ. ໒໑/໑໕໓/໑໑໒.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໔ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໔ ປະການເປັນແນວໃດ ຄື

(໑) ຄວາມຊື່ຕົງ

(໒) ຄວາມໄວ

(໓) ຄວາມອົດທົນ

(໔) ຄວາມສະຫງົບສະງ່ຽມ

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໔ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໑໐) ໖໗

- ບາລີ ປັນຈກ. ອັງ. ໒໒/໑໗໖/໒໐໓.

... ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໕ ປະການເປັນແນວໃດ ຄື

(໑) ຄວາມຊື່ຕົງ

(໒) ຄວາມໄວ

(໓) ຄວາມອ່ອນໂຍນ

(໔) ຄວາມອົດທົນ

(໕) ຄວາມສະຫງົບສະຫງ່ຽມ

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ