ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ສະຫລາດໃນຖານະເປັນແນວໃດ ຄື ພິກຂຸເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອຣ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທສທັງຫຼາຍ ແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ສະຫລາດໃນຖານະດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຍິງໄດ້ໄກເປັນແນວໃດຄື ພິກຂຸຍ່ອມເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ ຮູບຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີຕ ອະນາຄົຕແລະປະຈຸບັນເປັນພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີຕ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທັງໄກແລະໃກ້ ຮູບທັງໝົດນັ້ນ ບໍ່ແມ່ນຂອງເຮົາ ບໍ່ແມ່ນເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາຍ່ອມເຫັນດ້ວຍປັນຍາອັນຊອບຕາມຄວາມ ເປັນຈິງຢ່າງນີ້ວ່າ ເວທະນາຢ່າງໃດຢ່າງໜຶ່ງ...ສັນຍາຢ່າງໃດຢ່າງໜຶ່ງ...ສັງຂາຣຢ່າງໃດຢ່າງໜຶ່ງ...ວິນຍານຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີຕ ອະນາຄົຕແລະປະຈຸບັນ ເປັນພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີຕ ທັງໄກແລະໃກ້ ວິນຍານທັງໝົດນັ້ນ ບໍ່ແມ່ນຂອງເຮົາ ບໍ່ແມ່ນເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຍິງໄດ້ໄກດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຍິງໄດ້ໄວເປັນຢ່າງໃດ ຄືພິກຂຸຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ເຫຕໃຫ້ເກີດທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຍິງໄດ້ໄວດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ທຳລາຍຂ້າເສິກໝູ່ໃຫຍ່ໄດ້ເປັນແນວໃດ ຄືພິກຂຸຍ່ອມທຳລາຍກອງອະວິຊຊາໃຫຍ່ເສຍໄດ້ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ທຳລາຍຂ້າເສິກໝູ່ໃຫຍ່ໄດ້ດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ພິກຂຸປະກອບດ້ວຍທັມ ໔ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ເປັນຜູ້ຄວນແກ່ຂອງຕ້ອນຮັບ ເປັນຜູ້ຄວນແກ່ທັກຂິນາ ເປັນຜູ້ຄວນທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜູ້ຄວນຮັບທັກຂິນາ (ນັຍທີ ໘) ໖໕
- ບາລີ ປັນຈກ. ອັງ. ໒໒/໑໘໑/໑໔໐.
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໕ ປະການເປັນແນວໃດ ຄື
(໑) ເປັນຜູ້ເຊື່ອຟັງ
(໒) ເປັນຜູ້ຂ້າໄດ້
(໓) ເປັນຜູ້ຮັກສາໄດ້
(໔) ເປັນຜູ້ອົດທົນໄດ້
(໕) ເປັນຜູ້ໄປໄດ້
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ເຊື່ອຟັງເປັນຢ່າງໃດ ຄື ພິກຂຸຍ່ອມຕັ້ງໃຈ ໃສ່ໃຈ ສັງລວມໃຈ ງ່ຽງໂສຕະລົງຟັງທັມ ເມື່ອຜູ້ອື່ນສະແດງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ເຊື່ອຟັງຢ່າງນີ້ແລ.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ຂ້າໄດ້ເປັນແນວໃດ ຄືພິກຂຸຍ່ອມອົດກັ້ນ ລະ ບັນເທົາ ກຳຈັດ ເຮັດໃຫ້ດັບສິ້ນໄປ ໃຫ້ເຖິງຊຶ່ງຄວາມບໍ່ມີແຫ່ງກາມວິຕົກທີ່ເກິດຂື້ນແລ້ວ...ພະຍາບາດວິຕົກທີ່ເກິດຂື້ນແລ້ວ... ວິຫິງສາວິຕົກທີ່ເກິດຂື້ນແລ້ວ ຍ່ອມອົດກັ້ນ
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








