ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

- ບາລີ ປັນຈກ. ອັງ. ໒໒/໑໕໒/໑໐໗.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໕ ປະການເປັນແນວໃດ ຄື

(໑) ເປັນຜູ້ເຖິງພ້ອມດ້ວຍສີລ

(໒) ເປັນຜູ້ເຖິງພ້ອມດ້ວຍສະມາທິ

(໓) ເປັນຜູ້ເຖິງພ້ອມດ້ວຍປັນຍາ

(໔) ເປັນຜູ້ເຖິງພ້ອມດ້ວຍວິມຸຕ

(໕) ເປັນຜູ້ເຖິງພ້ອມດ້ວຍວິມຸຕຕິຍານະທັສສະນະ

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໕) ໖໒

- ບາລີ ສັກກ. ອັງ. ໒໒/໓໑໔/໒໗໔.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໖ ປະການ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໖ ປະການເປັນແນວໃດ ຄື

(໑) ສັດທິນຊີ ອິນຊີຄືສັດທາ

(໒) ວິຣິຍິນຊີ ອິນຊີຄືວິຣິຍະ

(໓) ສະຕິນຊີ ອິນຊີຄືສະຕິ

(໔) ສະມາທິນຊີ ອິນຊີຄືສະມາທິ

(໕) ປັນຍິນຊີ ອິນຊີຄືປັນຍາ

(໖) ກະທຳໃຫ້ແຈ້ງຊຶ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍດັບສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປະຈຸບັນ ເຂົ້າເຖິງຢູ່.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໖ ປະການນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໖) ໖໓

- ບາລີ ມ. ມ. ໑໓/໑໗໗/໑໗໔.

ພັດທາລິ ! ພິກຂຸຜູ້ປະກອບດ້ວຍທັມ ໑໐ ປະການຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໑໐ ປະການເປັນແນວໃດ ຄື

(໑) ປະກອບດ້ວຍສັມມາທິຕຖິ ອັນເປັນຂອງພຣະອະເສຂະ

(໒) ປະກອບດ້ວຍສັມມາສັງກັປປະ...

(໓) ປະກອບດ້ວຍສັມມາວາຈາ...

(໔) ປະກອບດ້ວຍສັມມາກັມມັນຕະ...

(໕) ປະກອບດ້ວຍສັມມາອາຊີວະ...

(໖) ປະກອບດ້ວຍສັມມາວາຍາມະ...

(໗) ປະກອບດ້ວຍສັມມາສະຕິ...

(໘) ປະກອບດ້ວຍສັມມາສະມາທິ...

(໙) ປະກອບດ້ວຍສັມມາຍານະ...

(໑໐) ປະກອບດ້ວຍສັມມາວິມຸຕ...

ພັດທາລິ ! ພິກຂຸຜູ້ປະກອບດ້ວຍທັມ ໑໐ ປະການນີ້ແລເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງເຮັດບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໗) ໖໔

- ບາລີ ຈຕຸກກ. ອັງ. ໒໑/໒໓໑/໑໘໑.

ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ທັມ ໔ ປະການເປັນແນວໃດ ຄື

(໑) ເປັນຜູ້ສະຫລາດໃນຖານະ

(໒) ເປັນຜູ້ຍິງໄດ້ໄກ

(໓) ເປັນຜູ້ຍິງໄດ້ໄວ

(໔) ທຳລາຍຂ້າເສິກໝູ່ໃຫຍ່ໄດ້

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ