ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງສິ້ນສັງໂຍຊນ໌ສາມ ແລະມີຄວາມເບົາບາງໄປຂອງຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກເທື່ອດຽວເທົ່ານັ້ນ ແລ້ວຈັກກະທຳທີ່ສຸດແຫ່ງທຸກຂ໌ໄດ້ ພວກພິກຂຸແມ່ນເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງສິ້ນສັງໂຍຊນ໌ສາມ ເປັນ ໂສດາບັນ ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ໄດ້ໃນກາລເບື້ອງໜ້າ ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງ ປະກອບຄວາມພຽນເປັນເຄື່ອງຕ້ອງປາຣົບເນື່ອງໆ ໃນການອົບຮົມສະຕິປັຕຖານສີ່ ສັມມັບປະທານສີ່ ອິດທິບາທສີ່ ອິນຊີຫ້າ ພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັຄມີອົງຄ໌ແປດ ເມຕຕາ ກະຣຸນາມຸທິຕາ ອຸເປກຂາ ອະສຸພະ ອະນິຈຈະສັນຍາ ແລະອານາປານະສະຕິ ພວກພິກຂຸແມ່ນວ່າເຫັນປານນີ້ກໍມີຢູ່ໃນໝູ່ພິກຂຸນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໒) ໕໙

- ບາລີ ອັຕຖກ. ອັງ. ໒໓/໓໐໑/໑໔໙.

ພິກຂຸທັງຫຼາຍ ! ບຸກຄົນ ໘ ຈຳພວກນີ້ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ໘ ຈຳພວກເປັນແນວໃດ ຄື

(໑) ພຣະໂສດາບັນ

(໒) ທ່ານຜູ້ປະຕິບັຕເພື່ອກະທຳໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ

(໓) ພຣະສະກະທາຄາມີ

(໔) ທ່ານຜູ້ປະຕິບັຕເພື່ອກະທຳໃຫ້ແຈ້ງຊຶ່ງສະກະທາຄາມິຜົລ

(໕) ພຣະອະນາຄາມີ

(໖) ທ່ານຜູ້ປະຕິບັຕເພື່ອກະທຳໃຫ້ແຈ້ງຊຶ່ງອະນາຄາມິຜົລ

(໗) ພຣະອະຣະຫັນຕ໌

(໘) ທ່ານຜູ້ປະຕິບັຕເພື່ອອະຣະຫັນຕະຜົລ

ພິກຂຸທັງຫຼາຍ ! ບຸກຄົນ ໘ ຈຳພວກນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ຜູ້ປະຕິບັຕແລ້ວ ໔ ຈຳພວກ ແລະຜູ້ຕັ້ງຢູ່ໃນຜົລແລ້ວ ໔ ຈຳພວກ ນີ້ແຫຼະສົງຄ໌ ເປັນຄົນຕົງເປັນຜູ້ຕັ້ງໝັ້ນແລ້ວໃນປັນຍາແລະສີລ ຍ່ອມກະທຳໃຫ້ເກີດບຸນອື່ນເນື່ອງດ້ວຍອຸປະທິ ແກ່ມະນຸສທັງຫຼາຍຜູ້ມີຄວາມຕ້ອງການດ້ວຍບຸນ ກະທຳການບູຊາຢູ່ ທານທີ່ໃຫ້ແລ້ວໃນສົງຄ໌ຈຶ່ງມີຜົລຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໓) ໖໐

- ບາລີ ສັຕຕກ. ອັງ. ໒໓/໑໐/໑໔.

ພິກຂຸທັງຫຼາຍ ! ບຸກຄົນ ໗ ຈຳພວກນີ້ ຍ່ອມເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ໗ ຈຳພວກເປັນແນວໃດ ຄື

(໑) ອຸພະໂຕພາຄະວິມຸຕ = ຜູ້ຫຼຸດພົ້ນໂດຍສ່ວນທັງສອງ.

(໒) ປັນຍາວິມຸຕ = ຜູ້ຫຼຸດພົ້ນດ້ວຍປັນຍາ.

(໓) ກາຍະສັກຂີ = ຜູ້ມີການສະເຫວີຍສຸຂດ້ວຍນາມ

ກາຍເປັນພະຍານ.

(໔) ທິຕຖິປັຕຕະ = ຜູ້ບັນລຸແລ້ວດ້ວຍຄວາມເຫັນລົງສູ່ທັມ.

(໕) ສັດທາວິມຸຕ = ຜູ້ຫຼຸດພົ້ນດ້ວຍສັດທາ.

(໖) ທັມມານຸສາຣີ = ຜູ້ແລ່ນໄປຕາມທັມ.

(໗) ສັທທານຸສາຣີ = ຜູ້ແລ່ນໄປຕາມສັດທາ.

ພິກຂຸທັງຫຼາຍ ! ບຸກຄົນ ໗ ຈຳພວກນີ້ແລ ເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໔) ໖໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ