ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

(ຄາຖາຜະນວກທ້າຍພຣະສູຕ)

(໑) ຜູ້ໃດມີສີລ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີເຊື່ອກັມແລະຜົລແຫ່ງກັມຢ່າງຍິ່ງ ໃຫ້ທານໃນຄົນທຸສີລ ທັກຂິນາຂອງຜູ້ນັ້ນຊື່ວ່າບໍຣິສຸດຝ່າຍທາຍົກ

(໒) ຜູ້ໃດທຸສີລ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິຕບໍ່ເຫຼື້ອມໃສ ບໍ່ເຊື່ອກັມແລະຜົລຂອງກັມຢ່າງຍິ່ງ ໃຫ້ທານໃນຄົນມີສີລ ທັກຂິນາຂອງຜູ້ນັ້ນຊື່ວ່າບໍຣິສຸດຝ່າຍປະຕິຄາຫົກ

(໓) ຜູ້ໃດທຸສີລ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິຕບໍ່ເຫຼື້ອມໃສ ບໍ່ເຊື່ອກັມແລະຜົລຂອງກັມຢ່າງຍິ່ງ ໃຫ້ທານໃນຄົນທຸສີລ ເຮົາບໍ່ກ່າວທານຂອງຜູ້ນັ້ນວ່າມີຜົລໄພບູນ

(໔) ຜູ້ໃດມີສີລ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີ ເຊື່ອກັມແລະຜົລຂອງກັມຢ່າງຍິ່ງ ໃຫ້ທານໃນຄົນມີສີລ ເຮົາກ່າວທານຂອງຜູ້ນັ້ນແລວ່າມີຜົລໄພບູນ

(໕) ຜູ້ໃດປາສະຈາກຣາຄະແລ້ວ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີ ເຊື່ອກັມແລະຜົລຂອງກັມຢ່າງຍິ່ງ ໃຫ້ທານໃນຜູ້ປາສະຈາກ ຣາຄະ ທານຂອງຜູ້ນັ້ນນັ້ນແລ ເລີດກວ່າອາມິສທານທັງຫຼາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ຄວນຮັບທັກຂິນາ (ນັຍທີ ໑) ໕໘

- ບາລີ ອຸປຣິ. ມ. ໑໔/໑໙໐-໒໐໑/໒໘໒-໒໙໑.

ພິກຂຸທັງຫຼາຍ ! ພິກຂຸບໍຣິສັທນີ້ ບໍ່ຫວ່າງຈາກສາຣະເລີຍພິກຂຸທັງຫຼາຍ ! ພິກຂຸບໍຣິສັທນີ້ບໍ່ເນົ່າເປື່ອຍເລີຍ ພິກຂຸບໍຣິສັທນີ້ຕັ້ງຢູ່ແລ້ວໃນທັມທີ່ເປັນແກ່ນສາຣລ້ວນໆ.

ພິກຂຸທັງຫຼາຍ ! ບໍຣິສັທເຊັ່ນໃດ ມີລັກສະນະເປັນຜູ້ຄວນແກ່ຂອງຄຳນັບ ຄວນແກ່ຂອງຕ້ອນຮັບ ຄວນແກ່ຂອງທຳບຸນຍ໌ຄວນແກ່ການທຳອັນຊະລີ ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ໝູ່ພິກຂຸນີ້ກໍມີລັກສະນະເຊັ່ນນັ້ນ ພິກຂຸບໍຣິສັທນີ້ກໍມີລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ບໍຣິສັທເຊັ່ນໃດ ມີລັກສະນະທີ່ທານອັນບຸກຄົນໃຫ້ໜ້ອຍ ແຕ່ກັບມີຜົລຫຼາຍ ທານທີ່ໃຫ້ຫຼາຍ ກໍມີຜົລຫຼາຍທະວີຍິ່ງຂຶ້ນ ໝູ່ພິກຂຸນີ້ກໍມີລັກສະນະເຊັ່ນນັ້ນ ພິກຂຸບໍຣິສັທນີ້ກໍມີລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ບໍຣິສັທເຊັ່ນໃດ ມີລັກສະນະຍາກທີ່ຊາວໂລກຈະໄດ້ເຫັນ ໝູ່ພິກຂຸນີ້ກໍມີຮູບລັກສະນະເຊັ່ນນັ້ນ ພິກຂຸບໍຣິສັທນີ້ ກໍມີລັກສະນະເຊັ່ນນັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ບໍຣິສັທເຊັ່ນໃດ ມີລັກສະນະທີ່ຄວນຈະໄປເບິ່ງ ໄປເຫັນ ແມ່ນຈະຕ້ອງຍ່າງຜ່ານຫົນທາງນັບດ້ວຍໂຍຊນ໌ໆ ເຖິງກັບຕ້ອງເອົາຫໍ່ສະບຽງໄປດ້ວຍກໍຕາມ ໝູ່ພິກຂຸນີ້ກໍມີລັກສະນະເຊັ່ນນັ້ນ ພິກຂຸບໍຣິສັທນີ້ກໍມີລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງເປັນພຣະອະຣະຫັນຕ໌ ຜູ້ສິ້ນອາສະວະແລ້ວ ຜູ້ຢູ່ຈົບພຣົມມະຈັນແລ້ວ ມີກິຈທີ່ຄວນທຳໄດ້ທຳສຳເລັດແລ້ວ ມີພາຣະທີ່ປົງລົງໄດ້ແລ້ວ ມີປະໂຍຊນ໌ຂອງຕົນເອງບັນລຸແລ້ວໂດຍລຳດັບ ມີສັງໂຍຊນ໌ໃນພົບສິ້ນແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ທົ່ວເຖິງໂດຍຊອບ ພວກພິກຂຸແມ່ນເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພິກຂຸທັງຫຼາຍ ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງສິ້ນສັງໂຍຊນ໌ເບື້ອງຕ່ຳຫ້າ ເປັນໂອປະປາຕິກະແລ້ວ ຈັກປະຣິນິບພານໃນທີ່ບ່ອນນັ້ນ ບໍ່ວຽນກັບມາຈາກໂລກນັ້ນເປັນທຳມະດາ ພວກພິກຂຸແມ່ນເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ