ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ໃຫ້ທານໃນສົງຄ໌ ໒ ຝ່າຍ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໒

ໃຫ້ທານໃນພິກຂຸສົງຄ໌ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ປະການທີ ໓

ໃຫ້ທານໃນພິກຂຸນີສົງຄ໌ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໔

ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂປດຈັດພິກຂຸແລະພິກຂຸນີຈຳນວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໕ ໑

ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂປດຈັດພິກຂຸຈຳນວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໖

ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂປດຈັດພິກຂຸນີຈຳນວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໗

ອານົນທ໌ ! ກໍໃນອະນາຄົຕກາລ ຈັກມີແຕ່ເຫຼົ່າພິກຂຸໂຄຕະຣະພູ ມີຜ້າກາສາວະ (ຈີວອຣ) ພັນຄໍ ເປັນຄົນທຸສີລ ມີບາບທັມ ຄົນທັງຫຼາຍຈັກຖວາຍທານສະເພາະສົງຄ໌ໄດ້ໃນເຫຼົ່າພິກຂຸທຸສີລນັ້ນ.

໑. ໝາຍເຫຕ: ເປັນຂໍ້ສັງເກດໃຫ້ຮູ້ວ່າ ທັກຂິນາທີ່ເຖິງແລ້ວໃນສົງຄ໌ນັ້ນ ຈະມີພິກຂຸຫຼືພິກຂຸນີຈຳນວນຈັກອົງຄ໌ກໍໄດ້

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອານົນທ໌ ! ທັກຂິນາທີ່ເຖິງແລ້ວໃນສົງຄ໌ແມ່ນແຕ່ໃນເວລານັ້ນເຮົາກໍກ່າວວ່າ ມີຜົລນັບບໍ່ໄດ້ ປະມານບໍ່ໄດ້ ແຕ່ວ່າເຮົາບໍ່ກ່າວປາຕິປຸກຄະລິກະທານ (ການຖວາຍເຈາະຈົງບຸກຄົນ) ວ່າມີຜົລຫຼາຍກວ່າທັກຂິນາທີ່ເຖິງແລ້ວໃນສົງຄ໌ໂດຍປະຣິຍາຍໃດໆເລີຍ.

ອານົນທ໌ ! ກໍຄວາມບໍຣິສຸດແຫ່ງທັກຂິນານີ້ ມີ ໔ ຢ່າງ ໔ ຢ່າງ ເປັນແນວໃດ ຄື

(໑) ທັກຂິນາບາງຢ່າງບໍຣິສຸດຝ່າຍທາຍົກ (ຜູ້ໃຫ້)

ບໍ່ບໍຣິສຸດຝ່າຍປະຕິຄາຫົກ (ຜູ້ຮັບ)

(໒) ທັກຂິນາບາງຢ່າງບໍຣິສຸດຝ່າຍປະຕິຄາຫົກ

ບໍ່ບໍຣິສຸດຝ່າຍທາຍົກ

(໓) ທັກຂິນາບາງຢ່າງຝ່າຍທາຍົກກໍບໍ່ບໍຣິສຸດ

ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ

(໔) ທັກຂິນາບາງຢ່າງບໍຣິສຸດທັງຝ່າຍທາຍົກ

ແລະຝ່າຍປະຕິຄາຫົກ

ອານົນທ໌ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ ເປັນແນວໃດ.

ອານົນທ໌ ! ໃນຂໍ້ນີ້ທາຍົກມີສີລ ມີທັມງາມ ປະຕິຄາຫົກເປັນຜູ້ທຸສີລ ມີບາບທັມ ຢ່າງນີ້ແລ ທັກຂິນາຊື່ວ່າ ບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ອານົນທ໌ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍປະຕິຄາຫົກບໍ່ບໍຣິສຸດຝ່າຍທາຍົກ ເປັນແນວໃດ.

ອານົນທ໌ ! ໃນຂໍ້ນີ້ທາຍົກເປັນຜູ້ທຸສີລ ມີບາບທັມ ປະຕິຄາຫົກເປັນຜູ້ມີສີລ ມີທັມງາມ ຢ່າງນີ້ແລ ທັກຂິນາຊື່ວ່າບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາຍົກ.

ອານົນທ໌ ! ກໍທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ ເປັນແນວໃດ.

ອານົນທ໌ ! ໃນຂໍ້ນີ້ທາຍົກກໍເປັນຜູ້ທຸສີລ ມີບາບທັມ ປະຕິຄາຫົກກໍເປັນຜູ້ທຸສີລ ມີບາບທັມ ຢ່າງນີ້ແລ ທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ.

ອານົນທ໌ ! ກໍທັກຂິນາຊື່ວ່າບໍຣິສຸດທັງຝ່າຍທາຍົກ ແລະ

ຝ່າຍປະຕິຄາຫົກ ເປັນແນວໃດ.

ອານົນທ໌ ! ໃນຂໍ້ນີ້ທາຍົກກໍເປັນຜູ້ມີສີລ ມີທັມງາມ ປະຕິຄາຫົກກໍເປັນຜູ້ມີສີລ ມີທັມງາມ ຢ່າງນີ້ແລ ທັກຂິນາຊື່ວ່າບໍຣິສຸດ ທັງຝ່າຍທາຍົກແລະຝ່າຍປະຕິຄາຫົກ.

ອານົນທ໌ ! ນີ້ແລ ຄວາມບໍຣິສຸດແຫ່ງທັກຂິນາ ໔ ຢ່າງ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ