ທານ
ໜ້າ/ 70
ຫຼັກການກຳຈັດສ້ຽນໜາມ (ຄົນບໍ່ດີ) ໔໖
- ບາລີ ສີ. ທີ. ໙/໑໗໑/໒໐໖.
(ພຣະພຸດທະເຈົ້າຕຣັສກັບກູຕະທັນຕະພຣາມ ເລົ່າເຖິງເລື່ອງຂອງພຣະເຈົ້າມະຫາວິຊິຕະຣາຊ ທີ່ຮຽກພຣາມປຸໂຣຫິຕມາເຝົ້າເພື່ອໃຫ້ສອນວິທີການບູຊາມະຫາຍັນ)
ພຣາມ ! ປຸໂຣຫິຕໄດ້ທູນສະໜອງພຣະດຳຣັດນັ້ນວ່າເຂຕແຄວ້ນຂອງພະອົງຍັງມີສ້ຽນໜາມ ຍັງມີການບຽດບຽນກັນ ການປຸ້ນຂ້າໃນໝູ່ບ້ານກໍຍັງປາກົດ ການປຸ້ນຂ້າໃນນິຄົມກໍຍັງປາກົດ ການປຸ້ນຂ້າໃນນະຄອນກໍຍັງປາກົດ ການຍາດຊິງຕາມລະຍະຫົນທາງກໍຍັງປາກົດ ແລະຖ້າພຣະອົງຈະໃຫ້ເລີກເກັບເສຍສ່ວຍໃນຂະນະທີ່ເຂຕແຄວ້ນເຕັມໄປດ້ວຍສ້ຽນໜາມ ເຕັມໄປດ້ວຍການບຽດບຽນເຊັ່ນນີ້ ກໍຈະໄດ້ຊື່ວ່າເຮັດກິຈບໍ່ຄວນເຮັດ ອີກປະການໜຶ່ງພຣະອົງອາດຊົງພຣະດຳຣິວ່າ ເຮົາກຳຈັດສ້ຽນໜາມ ຄື ໂຈຣຜູ້ຮ້າຍເສຍໄດ້ດ້ວຍການປະຫານ ການຈັບກຸມ ການຢືດຊັພ ການປະຈານ ຫຼືການເນຣະເທດດັ່ງນີ້ ຂໍ້ນີ້ກໍບໍ່ຊື່ວ່າເປັນການກຳຈັດໄດ້ໝົດສິ້ນດ້ວຍດີ ເພາະຜູ້ທີ່ຍັງເຫຼືອຈາກການຖືກປະຫານກໍຍັງມີຢູ່ ຊົນພວກນີ້ຈະບຽດບຽນຊົນນະບົດຂອງພຣະອົງໃນພາຍຫຼັງ ແຕ່ວ່າມີອຸບາຍທີ່ຈະກຳຈັດສ້ຽນໜາມເຫຼົ່ານັ້ນໃຫ້ໝົດສິ້ນດ້ວຍດີໄດ້ ຄື
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(໑) ຊົນເຫຼົ່າໃດອຸດສາຫະໃນການເຮັດກະສິກັມ ແລະລ້ຽງສັຕ ຂໍພຣະອົງຈົ່ງປະທານພືດພັນແລະອາຫາຣແກ່ຊົນເຫຼົ່ານັ້ນ
(໒) ຊົນເຫຼົ່າໃດອຸດສາຫະໃນພານິຊຊະກັມ ຂໍພຣະອົງຈົ່ງເພີ່ມທຶນໃຫ້ຊົນເຫຼົ່ານັ້ນ
(໓) ຂ້າຣາຊະການເຫຼົ່າໃດອຸດສາຫະ ຂໍພຣະອົງຈົ່ງປະທານເບ້ຍລ້ຽງແລະເງິນເດືອນແກ່ຊົນເຫຼົ່ານັ້ນໃນໂອກາສອັນສົມຄວນ
ຊົນເຫຼົ່ານັ້ນ ນັ້ນແຫຼະ ຈັກເປັນຜູ້ຂົນຂວາຍໃນການງານຂອງຕົນ ບໍ່ບຽດບຽນເຂຕແຄວ້ນຂອງພຣະອົງ ແລະຄັງຫຼວງກໍຈະເພີ່ມພູນມາກຫຼາຍ ເຂຕແຄວ້ນຈະຕັ້ງຢູ່ດ້ວຍຄວາມກະເສມປາສະຈາກສ້ຽນໜາມແລະການບຽດບຽນ ພວກມະນຸສຈະລ່າເລີງບັນເທີງ ນອນໂຈມບຸຕໃຫ້ເຕັ້ນຟ້ອນຢູ່ໃນເອິກ ແມ່ນວ່າຈັກບໍ່ປິດປະຕູເຮືອນໃນເວລາຄ່ຳຄືນກໍວາງໃຈຢູ່ໄດ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ກໍລະນີສຶກສາເລື່ອງ
ພິກຂຸຊາວກຸງໂກສຳພີແຕກສາມັກຄີກັນ ໔໗
- ບາລີ ມະຫາ. ວິ. ໕/໓໑໒/໒໓໘.
ເລື່ອງມີຢູ່ວ່າພິກຂຸ ໒ ອົງຜິດຖຽງກັນ ຄືອົງໜຶ່ງຫາວ່າອີກອົງໜຶ່ງຕ້ອງອາບັຕແລ້ວບໍ່ເຫັນອາບັຕ ຈຶ່ງພາພວກມາປະຊຸມສູຕປະກາສລົງອຸກເຂປະນີຍະກັມແກ່ພິກຂຸອົງນັ້ນ ແຕ່ລະອົງຕ່າງກໍມີເພື່ອນຝູງຫຼາຍນຳກັນທັງສອງຝ່າຍແລະຕ່າງກໍຫາວ່າອີກຝ່າຍໜຶ່ງເຮັດບໍ່ຖືກ ເຖິງກັບສົງຄ໌ແຕກກັນເປັນສອງຝ່າຍ ແລະແຍກລົງອຸໂປສົຖ ແມ່ນວ່າພຣະຜູ້ພຣະພາຄຈະຊົງແນະນຳຕັກເຕືອນໃຫ້ປະນີປະນອມກັນກໍບໍ່ຟັງ ໃນທີ່ສຸດເຖິງຂັ້ນທະເລາະວິວາດ ແລະສະແດງອາການທາງກາຍ ທາງວາຈາທີ່ບໍ່ສົມຄວນຕໍ່ກັນ ພຣະຜູ້ມີພຣະພາຄຈຶ່ງຊົງຕັກເຕືອນ.
ພິກຂຸທັງຫຼາຍ ! ພໍແລ້ວ ພວກເຈົ້າທັງຫຼາຍ ຢ່າໝາຍໝັ້ນກັນເລີຍ ຢ່າຜິດຖຽງກັນເລີຍ ຢ່າໂຕ້ຖຽງກັນເລີຍ ຢ່າວິວາດກັນເລີຍ.
ມີພິກຂຸບາງອົງທູນຂຶ້ນວ່າ “ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າຜູ້ເປັນທັມບິດາ ! ຂໍພຣະອົງຄ໌ຈົ່ງຢຸດໄວ້ກ່ອນເຖີ້ນ ຂ້ານ້ອຍ ຂໍຈົ່ງຊົງຂົນຂວາຍໜ້ອຍເຖີ້ນຂ້ານ້ອຍ ຂ້າແຕ່ພຣະຜູ້ມີພຣະພາຄເຈົ້າ ! ຂໍຈົ່ງຊົງປະກອບໃນສຸຂວິຫາຣໃນທິຕຖະທັມຢູ່ເຖີ້ນ ຂ້ານ້ອຍ ພວກຂ້ານ້ອຍທັງຫຼາຍຈັກສູ້ໃຫ້ເຫັນດຳເຫັນແດງກັນ ດ້ວຍການໝາຍໝັ້ນກັນ ດ້ວຍການຜິດຖຽງກັນ ດ້ວຍການໂຕ້ຖຽງກັນ ດ້ວຍການວິວາດກັນ ອັນນີ້ເອງ”.








