ທານ
ໜ້າ/ 70
ຢູ່ຄອງເຮືອນ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ແມ່ນເທວະດາທັງຫຼາຍກໍກ່າວສັນເສີນຄຸນຂອງເຂົາວ່າສະຕຣີຫຼືບຸຣຸສໃນເຮືອນຫຼືນິຄົມແຫ່ງນັ້ນ ເຖິງພຣະພຸດ ທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກການຂ້າສັຕ ເວັ້ນຂາດຈາກການລັກຊັພ ເວັ້ນຂາດຈາກການປະພຶຕຜິດໃນກາມ ເວັ້ນຂາດຈາກການເວົ້າຕົວະ ເວັ້ນຂາດຈາກການດື່ມນ້ຳເມົາ ຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີລ ມີກັລຍານະທັມ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ.
ອານົນທ໌ ! ກິ່ນຫອມນີ້ນັ້ນແລ ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້.
(ຄາຖາຜະນວກທ້າຍພຣະສູຕ)
ກິ່ນດອກໄມ້ຟຸ້ງທວນລົມໄປບໍ່ໄດ້
ກິ່ນຈັນ ກິ່ນເກດສະນາ ຫຼືກິ່ນກະລຳພັກກໍຟຸ້ງທວນລົມໄປບໍ່ໄດ້
ສ່ວນກິ່ນສັບບຸຣຸສ ຟຸ້ງທວນລົມໄປໄດ້
ເພາະສັບບຸຣຸສ ຟຸ້ງໄປ(ໄດ້)ທຸກທິສ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ຜົລກະທົບທັງດີແລະບໍ່ດີ
ຈາກການໃຫ້ທານມີບໍ່
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ສັງຄົມຕໍ່າຊາມ ເພາະຄົນດີອ່ອນແອ ໔໕
- ບາລີ ທຸກ. ອັງ. ໒໐/໘໗/໒໘໔.
ພິກຂຸທັງຫຼາຍ ! ສະມັຍໃດ ພວກໂຈຣມີກຳລັງ ສະມັຍນັ້ນ ພຣະຣາຊາຍ່ອມເສື່ອມກຳລັງ ຍາມນັ້ນທັງພະຣາຊາເອງກໍໝົດຄວາມຜາສຸຂທີ່ຈະເຂົ້າໃນ ອອກນອກ ຫຼືທີ່ຈະອອກຄຳສັ່ງໄປຍັງຊົນນະບົດຊາຍແດນ ເຖິງແມ່ນພວກພຣາມແລະຄະຫະບໍດີກໍໝົດຄວາມສະດວກທີ່ຈະເຂົ້າໃນ ອອກນອກ ຫຼືທີ່ຈະອຳນວຍຄວາມສະດວກແກ່ການງານນອກເມືອງຂໍ້ນີ້ເຊັ່ນໃດ.
ພິກຂຸທັງຫຼາຍ ! ສະມັຍໃດ ພວກພິກຂຸຊົ່ວຊ້າມີກຳລັງ ສະມັຍນັ້ນ ໝູ່ພິກຂຸຜູ້ມີສີລເປັນທີ່ຮັກ ຍ່ອມເສື່ອມກຳລັງ ຕອນນັ້ນໝູ່ພິກຂຸຜູ້ມີສີລເປັນທີ່ຮັກ ຈຳຕ້ອງເປັນຜູ້ນິ້ງ ງຽບມິດຢູ່ໃນທ່າມກາງສົງຄ໌ ຫຼືເຖິງກັບຕ້ອງໄປຢູ່ຕາມຊົນນະບົດຊາຍແດນ ເຊັ່ນນັ້ນຄືກັນ.
ພິກຂຸທັງຫຼາຍ ! ຂໍ້ນີ້ຍ່ອມບໍ່ເປັນໄປເພື່ອປະໂຍຊນ໌ແກ່ມະຫາຊົນທັງຫຼາຍ ບໍ່ເປັນໄປເພື່ອຄວາມສຸຂ ເປັນຄວາມເສຍຫາຍແກ່ມະຫາຊົນເປັນຈຳນວນຫຼາຍ ແລະບໍ່ເປັນໄປເພື່ອຄວາມເກື້ອກູລ ເປັນໄປເພື່ອຄວາມທຸກຂ໌ທັງແກ່ເທວະດາແລະມະນຸສທັງຫຼາຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ສະມັຍໃດ ພຣະຣາຊາມີກຳລັງ ສະມັຍນັ້ນພວກໂຈຣຍ່ອມເສື່ອມກຳລັງ ຍາມນັ້ນທັງພຣະຣາຊາເອງກໍມີຄວາມຜາສຸຂທີ່ຈະເຂົ້າໃນ ອອກນອກ ຫຼືທີ່ຈະອອກຄຳສັ່ງໄປຍັງຊົນນະບົດຊາຍແດນ ແມ່ນພວກພຣາມແລະຄະຫະບໍດີ ກໍມີຄວາມສະດວກທີ່ຈະເຂົ້າໃນອອກນອກ ຫຼືທີ່ຈະອຳນວຍຄວາມສະດວກແກ່່ການງານນອກເມືອງ ຂໍ້ນີ້ເຊັ່ນໃດ.
ພິກຂຸທັງຫຼາຍ ! ສະມັຍໃດ ໝູ່ພິກຂຸຜູ້ມີສີລເປັນທີ່ຮັກມີກຳລັງ ສະມັຍນັ້ນ ພວກພິກຂຸຊົ່ວຊ້າຍ່ອມເສື່ອມກຳລັງ ຕອນນັ້ນພວກພິກຂຸຊົ່ວຊ້າ ຈຳຕ້ອງເປັນຜູ້ນິ້ງ ງຽບມິດຢູ່ໃນທ່າມກາງສົງຄ໌ ຫຼືເປັນພວກທີ່ຕ້ອງຫຼົ່ນໄປເອງ ເຊັ່ນນັ້ນຄືກັນ.
ພິກຂຸທັງຫຼາຍ ! ຂໍ້ນີ້ຍ່ອມເປັນໄປເພື່ອປະໂຍຊນ໌ແກ່ມະຫາຊົນທັງຫຼາຍ ໃຫ້ມະຫາຊົນມີຄວາມສຸຂ ເປັນຄວາມຈະເຣີນແກ່ມະຫາຊົນເປັນຈຳນວນຫຼາຍ ແລະເປັນໄປເພື່ອຄວາມເກື້ອກູລ ເພື່ອຄວາມສຸຂທັງແກ່ເທວະດາແລະມະນຸສທັງຫຼາຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








