ທານ
ໜ້າ/ 70
(໓) ໃຫ້ຕາມກາລ (໔) ໃຫ້ຂອງສົມຄວນ
(໕) ເລືອກໃຫ້ (໖) ໃຫ້ເລື້ອຍໆ
(໗) ເມື່ອໃຫ້ຈິຕຜ່ອງໃສ (໘) ໃຫ້ແລ້ວດີໃຈ
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສັບປຸຣິສະທານ ໘ ປະການ.
(ຄາຖາຜະນວກທ້າຍພຣະສູຕ)
ສັບບຸຣຸສຍ່ອມໃຫ້ທານ ຄື ເຂົ້າແລະນ້ຳ ທີ່ສະອາດ ປານີຕຕາມກາລສົມຄວນເລື້ອຍໆ ໃນຜູ້ປະພຶຕພຣົມມະຈັນ ຜູ້ເປັນເຂຕດີ ສະລະຂອງຫຼາຍແລ້ວກໍບໍ່ຮູ້ສຶກເສຍດາຍ ທ່ານຜູ້ມີປັນຍາເຫັນແຈ້ງ ຍ່ອມສັນເສີນທານທີ່ສັບບຸຣຸສໃຫ້ແລ້ວຢ່າງນີ້
ຜູ້ມີປັນຍາ ມີສັດທາ ເປັນບັນດິຕ ມີໃຈພົ້ນຈາກຄວາມຂີ້ຖີ່ ຄັນບຳເພັນທານຢ່າງນີ້ແລ້ວ ຍ່ອມເຂົ້າເຖິງໂລກທີ່ເປັນສຸຂບໍ່ມີຄວາມບຽດບຽນ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ທານຂອງຄົນດີ (ນັຍທີ ໒) ໔໒
- ບາລີ ປັນຈກ. ອັງ. ໒໒/໑໙໒/໑໔໘.
- ບາລີ ສັຕຕກ. ອັງ. ໒໓/໒໔໐/໑໒໒.
ພິກຂຸທັງຫຼາຍ ! ສັບປຸຣິສະທານ ໕ ປະການນີ້ມີຢູ່ ໕ ປະການເປັນແນວໃດ ຄື
(໑) ຍ່ອມໃຫ້ທານດ້ວຍສັດທາ
(໒) ຍ່ອມໃຫ້ທານໂດຍເຄົາຣົບ
(໓) ຍ່ອມໃຫ້ທານໂດຍກາລອັນຄວນ
(໔) ເປັນຜູ້ມີຈິຕອະນຸເຄາະໃຫ້ທານ
(໕) ຍ່ອມໃຫ້ທານບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນ
ພິກຂຸທັງຫຼາຍ ! ສັບບຸຣຸສຄັນໃຫ້ທານດ້ວຍສັດທາແລ້ວຍ່ອມເປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ແລະເປັນຜູ້ມີຮູບສວຍງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຜິວພັນງາມຍິ່ງແທ້ ໃນເມື່ອທານນັ້ນໃຫ້ຜົລ.
ພິກຂຸທັງຫຼາຍ ! ສັບບຸຣຸສ ຄັນໃຫ້ທານໂດຍເຄົາຣົບແລ້ວຍ່ອມເປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ແລະເປັນຜູ້ມີບຸຕພັນຣະຍາ ຂ້າທາສ ຄົນໃຊ້ຫຼືຄົນງານ ເປັນຜູ້ເຊື່ອຟັງ ງຽ່ງໂສຕະລົງຟັງຄຳສັ່ງ ຕັ້ງໃຈໃຝ່ຮູ້ ໃນເມື່ອທານນັ້ນໃຫ້ຜົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ພິກຂຸທັງຫຼາຍ ! ສັບບຸຣຸສຄັນໃຫ້ທານໂດຍກາລອັນຄວນແລ້ວຍ່ອມເປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ແລະຍ່ອມເປັນຜູ້ມີຄວາມຕ້ອງການທີ່ເກີດຂຶ້ນຕາມກາລບໍຣິບູນ ໃນເມື່ອທານນັ້ນໃຫ້ຜົລ.
ພິກຂຸທັງຫຼາຍ ! ສັບບຸຣຸສຄັນເປັນຜູ້ມີຈິຕອັນອະນຸເຄາະໃຫ້ທານແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ແລະເປັນຜູ້ມີຈິຕນ້ອມໄປເພື່ອບໍຣິໂພກກາມະຄຸນ ໕ ສູງຍິ່ງຂຶ້ນ ໃນເມື່ອທານນັ້ນໃຫ້ຜົລ.
ພິກຂຸທັງຫຼາຍ ! ສັບບຸຣຸສຄັນໃຫ້ທານບໍ່ກະທົບຕົນແລະຜູ້ອື່ນແລ້ວ ຍ່ອມປັນຜູ້ຮັ່ງມີ ມີຊັພຫຼາຍ ມີໂພຄະຫຼາຍ ແລະຍ່ອມເປັນຜູ້ມີໂພຄະຊັພ ບໍ່ມີພັຍອັນຕະລາຍມາແຕ່ທີ່ໃດໆ ຄື ຈາກໄຟ ຈາກນ້ຳ ຈາກພຣະຣາຊາ ຈາກໂຈຣ ຈາກຄົນບໍ່ເປັນທີ່ຮັກ ຫຼືຈາກທາຍາຕ ໃນເມື່ອທານນັ້ນໃຫ້ຜົລ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສັບປຸຣິສະທານ ໕ ປະການ.
(ຄາຖາຜະນວກທ້າຍພຣະສູຕ)
ທັມ ໓ ປະການນີ້ ຄື ການໃຫ້ທານດ້ວຍສັດທາ ການໃຫ້ທານດ້ວຍຫິຣິ ການໃຫ້ທານອັນຫາໂທສບໍ່ໄດ້
ອັນສັບບຸຣຸສດຳເນີນຕາມແລ້ວ ບັນດິຕກ່າວວ່າ ເປັນທາງໄປສູ່ສະຫວັນ ຊົນທັງຫຼາຍຍ່ອມໄປສູ່ເທວະໂລກດ້ວຍທາງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ປະໂຍຊນ໌ເກື້ອກູລຂອງສັບບຸຣຸສ ໔໓
- ບາລີ ສຄາຖ. ສັງ. ໑໕/໓໓໕/໙໐໗.
- ບາລີ ສັຕຕກ. ອັງ. ໒໓/໒໔໘/໑໒໘.
ພິກຂຸທັງຫຼາຍ ! ສັບບຸຣຸສເມື່ອເກີດໃນຕະກູລ ຍ່ອມເກີດເພື່ອປະໂຍຊນ໌ ເພື່ອເກື້ອກູລ ເພື່ອຄວາມສຸຂແກ່ຊົນສ່ວນໃຫຍ່ຄື ຍ່ອມເກີດເພື່ອປະໂຍຊນ໌ ເພື່ອເກື້ອກູລ ເພື່ອຄວາມສຸຂແກ່ມານດາ ບິດາ ແກ່ບຸຕພັນຣະຍາ ແກ່ໝູ່ຄົນຜູ້ເປັນຂ້າທາສກຳມະກອນ ແກ່ມິຕ ອາມາຕ ແກ່ຍາຕທີ່ລ່ວງລັບໄປແລ້ວ ແກ່ພຣະຣາຊາ ແກ່ເທວະດາທັງຫຼາຍ ແກ່ສະມະນະພຣາມ.








