ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ບັນພະຊິຕທັງຫຼາຍເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອຍັງເປັນມະນຸສໃນກາລກ່ອນ ພວກຂ້ານ້ອຍຕອນນັ້ນລຸກຮັບ ກາບໄຫວ້ ໃຫ້ອາສະນະ ແບ່ງປັນສິ່ງຂອງໃຫ້ຕາມສາມາດ ຕາມກຳລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ງ່ຽງໂສຕະລົງຟັງທັມ ຟັງແລ້ວຊົງຈຳທັມໄວ້ ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ແລະຮູ້ທົ່ວເຖິງອັຕຖະຮູ້ທົ່ວເຖິງທັມ ແລ້ວປະຕິບັຕທັມສົມຄວນແກ່ທັມ ພວກຂ້ານ້ອຍຍາມນັ້ນມີການງານບໍຣິບູນ ບໍ່ມີຄວາມກິນແໜງແຄງໃຈ ບໍ່ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນປານີຕ”.

ພິກຂຸທັງຫຼາຍ !

ນັ້ນ ເຫງົ້າໄມ້ທັງຫຼາຍ

ນັ້ນ ເຮືອນວ່າງທັງຫຼາຍ

ພວກເຈົ້າທັງຫຼາຍ ຈົ່ງພຽນເຜົາກິເລສ

ຢ່າໄດ້ປະມາດ

ຢ່າໄດ້ເປັນຜູ້ທີ່ຕ້ອງຮ້ອນໃຈໃນພາຍຫຼັງ

ເໝືອນເທວະດາພວກຕົ້ນໆ ເຫຼົ່ານັ້ນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທານທີ່ໃຫ້ແລ້ວມີຜົລໜ້ອຍ ໓໙

- ບາລີ ມຫາວິ. ວິ. ໕/໒໐໗/໑໕໔. ບາລີ ສຄາຖ. ສັງ. ໑໕/໒໖, ໒໗/໙໑, ໙໓.

ສະຕຣີໃດໃຫ້ເຂົ້າແລະນ້ຳ ມີໃຈເບີກບານ ສົມບູນດ້ວຍສີລເປັນສາວິກາຂອງພຣະສຸຄົຕ ຄອບງຳຄວາມຂີ້ຖີ່ ບໍຣິຈາກທານອັນເປັນເຫຕແຫ່ງສະຫວັນ ເປັນເຄື່ອງບັນເທົາຄວາມໂສກ ນຳມາຊຶ່ງຄວາມສຸຂ ສະຕຣີນັ້ນອາໄສມັຄປະຕິບັຕ ປາສະຈາກທຸລີ ບໍ່ມີກິເລສເຄື່ອງກວນໃຈ ຍ່ອມໄດ້ກຳລັງແລະອາຍຸທີ່ເປັນທິພ ສະຕຣີຜູ້ປະສົງບຸນຍ໌ນັ້ນ ເປັນຄົນມີສຸຂ ສົມບູນດ້ວຍອະນາມັຍ ຍ່ອມພູມໃຈໃນສະຫວັນຊົ່ວກາລະນານ.

ບຸກຄົນເຖິງຈັ່ງໃດ ຍ່ອມປະພຶຕທັມ ປະພຶຕສະອາດ ເປັນຜູ້ລ້ຽງ ພັນຣະຍາ ແລະເມື່ອຂອງມີໜ້ອຍກໍໃຫ້ໄດ້ ເມື່ອບຸຣຸສແສນໜຶ່ງບູຊາພິກຂຸພັນໜຶ່ງ ຫຼືບໍຣິຈາກຊັພພັນກະຫາປະນະ ການບູຊາຂອງບຸກຄົນເຫຼົ່ານັ້ນ ຍ່ອມບໍ່ເຖິງສ່ວນຮ້ອຍຂອງບຸກຄົນຢ່າງນັ້ນ.

ບຸກຄົນເຫຼົ່າໜຶ່ງ ຕັ້ງຢູ່ໃນກັມ ປາສະຈາກຄວາມສະງົບ(ປາສະຈາກທັມ) ຕີເຂົາຂ້າເຂົາ ເຮັດໃຫ້ເຂົາເສົ້າໂສກແລ້ວໃຫ້ທານ ທານນັ້ນຈັດວ່າທານມີໜ້າອັນນອງດ້ວຍນ້ຳຕາ ຈັດວ່າທານເປັນໄປດ້ວຍອາຊະຍາ ຈຶ່ງຍ່ອມບໍ່ເທົ່າເຖິງສ່ວນແຫ່ງທານທີ່ໃຫ້ດ້ວຍຄວາມສະງົບ (ປະພຶຕທັມ) ເມື່ອບຸຣຸສແສນໜຶ່ງບູຊາພິກຂຸພັນໜຶ່ງຫຼືບໍຣິຈາກຊັພພັນກະຫາປະນະ ການບູຊາຂອງບຸຣຸສເຫຼົ່ານັ້ນ ຍ່ອມບໍ່ເຖິງສ່ວນຮ້ອຍຂອງບຸກຄົນຢ່າງນັ້ນ ໂດຍນັຍຢ່າງນີ້.

ທານຂອງອະສັບບຸຣຸສ

ແລະສັບບຸຣຸສ

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທານຂອງຄົນບໍ່ດີ ຫຼື ທານຂອງຄົນດີ ໔໐

- ບາລີ ປັນຈກ. ອັງ. ໒໒/໑໙໒/໑໔໗.

ພິກຂຸທັງຫຼາຍ ! ອະສັບປຸຣິສະທານ ໕ ປະການນີ້ມີຢູ່ ໕ ປະການເປັນແນວໃດ ຄື

(໑) ໃຫ້ໂດຍບໍ່ເຄົາຣົບ

(໒) ໃຫ້ໂດຍບໍ່ອ່ອນນ້ອມ

(໓) ບໍ່ໃຫ້ດ້ວຍມືຕົນເອງ

(໔) ໃຫ້ຂອງທີ່ເປັນເດນ

(໕) ໃຫ້ໂດຍບໍ່ຄຳນຶງຜົລທີ່ຈະມາເຖິງ (ອະນາຄະມະນະທິຕຖິ)

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ອະສັບປຸຣິສະທານ ໕ ປະການ.

ພິກຂຸທັງຫຼາຍ ! ສັບປຸຣິສະທານ ໕ ປະການນີ້ມີຢູ່ ໕ ປະການເປັນແນວໃດ ຄື

(໑) ໃຫ້ໂດຍເຄົາຣົບ

(໒) ໃຫ້ໂດຍອ່ອນນ້ອມ

(໓) ໃຫ້ດ້ວຍມືຕົນເອງ

(໔) ໃຫ້ຂອງບໍ່ເປັນເດນ

(໕) ໃຫ້ໂດຍຄຳນຶງຜົລທີ່ຈະມາເຖິງ (ອາຄະມະນະທິຕຖິ)

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສັບປຸຣິສະທານ ໕ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ທານຂອງຄົນດີ (ນັຍທີ ໑) ໔໑

- ບາລີ ອັຕຖກ. ອັງ. ໒໓/໒໔໘/໑໒໗.

ພິກຂຸທັງຫຼາຍ ! ສັບປຸຣິສະທານ ໘ ປະການນີ້ມີຢູ່ ໘ ປະການເປັນແນວໃດ ຄື

(໑) ໃຫ້ຂອງສະອາດ (໒) ໃຫ້ຂອງປານີຕ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ