ທານ
ໜ້າ/ 70
ພິກຂຸທັງຫຼາຍ ! ມະຫາເມຄາເມື່ອຕົກລົງມາ ເຮັດໃຫ້ຕົ້ນເຂົ້າຈະເຣີນງອກງາມ ຍ່ອມຕົກເພື່ອປະໂຍຊນ໌ ເພື່ອເກື້ອກູລ ເພື່ອຄວາມສຸຂແກ່ຊົນສ່ວນຫຼາຍ ເຊັ່ນໃດ ສັບບຸຣຸສກໍເຊັ່ນນັ້ນຄືກັນ ເມື່ອເກີດໃນຕະກູລ ຍ່ອມເກີດເພື່ອປະໂຍຊນ໌ ເພື່ອເກື້ອກູລ ເພື່ອຄວາມສຸຂແກ່ຊົນສ່ວນຫຼາຍ ຄື ຍ່ອມເກີດເພື່ອປະໂຍຊນ໌ ເພື່ອເກື້ອກູລ ເພື່ອຄວາມສຸຂແກ່ມານດາບິດາ ແກ່ບຸຕ ພັນຣະຍາ ແກ່ໝູ່ຄົນຜູ້ເປັນຂ້າທາສກຳມະກອນ ແກ່ມິຕອາມາຕ ແກ່ຍາຕທີ່ລ່ວງລັບໄປແລ້ວ ແກ່ພຣະຣາຊາ ແກ່ເທວະດາທັງຫຼາຍ ແກ່ສະມະນະພຣາມ.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
(ຄາຖາຜະນວກທ້າຍພຣະສູຕ)
ສັບບຸຣຸສຜູ້ມີປັນຍາຢູ່ຄອງເຮືອນ ເປັນຜູ້ບໍ່ກຽດຄ້ານທັງກາງຄືນທັງກາງເວັນ ບຳເພັນຕົນເພື່ອປະໂຍຊນ໌ແກ່ຊົນຈຳນວນຫຼາຍ
ໃນຊັ້ນຕົ້ນລະລຶກເຖິງອຸປະກາຣະທີ່ທ່ານເຮັດໄວ້ກ່ອນ ຍ່ອມບູຊາມານດາ ບິດາໂດຍຊອບທັມ
ສັບບຸຣຸສຜູ້ມີສັດທາຕັ້ງໝັ້ນແລ້ວ ແລະມີສີລເປັນທີ່ຮັກຮູ້ທັມແລ້ວ
ຍ່ອມບູຊາບັນພະຊິຕຜູ້ບໍ່ຄອງເຮືອນ ຜູ້ບໍ່ມີບາບ ຜູ້ປະພຶຕພຣົມມະຈັນ
ສັບບຸຣຸສນັ້ນເປັນຜູ້ເກື້ອກູລຕໍ່ພຣະຣາຊາ ຕໍ່ເທວະດາ ຕໍ່ຍາຕແລະສະຫາຍທັງຫຼາຍ
ຕັ້ງໝັ້ນແລ້ວໃນພຣະສັດທັມ ເປັນຜູ້ເກື້ອກູລແກ່ຄົນທັງປວງ
ສັບບຸຣຸສນັ້ນ ກຳຈັດມົນທິນຄືຄວາມຂີ້ຖີ່ໄດ້ແລ້ວ ຍ່ອມປະສົບໂລກອັນກະເສມ.
ເທວະດາຊັ້ນດາວະດຶງ ກ່າວເຖິງນໍຣະຊົນຜູ້ເປັນບຸກຄົນລ້ຽງມານດາ ບິດາ ມີປົກກະຕິປະພຶຕອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກູລເຈຣະຈາອ່ອນຫວານ ກ່າວແຕ່ຄຳສະໝານຕໍ່ເພື່ອນມິິຕ ລະຄຳສໍ່ສຽດ ປະກອບໃນອຸບາຍເປັນເຄື່ອງກຳຈັດຄວາມຂີ້ຖີ່ ມີວາຈາສັຈ ຄອບງຳຄວາມ(ໃຈ)ຮ້າຍໄດ້ ນັ້ນແລຊື່ວ່າ ເປັນສັບບຸຣຸສ ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)
ກິ່ນທີ່ຫອມທວນລົມ ໔໔
- ບາລີ ເອກ. ອັງ. ໒໐/໒໙໐/໕໑໙.
ອານົນທ໌ ! ສະຕຣີຫຼືບຸຣຸສໃນເຮືອນຫຼືນິຄົມໃດໃນໂລກນີ້ ເຖິງພຣະພຸດທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກການຂ້າສັຕ ເວັ້ນຂາດຈາກການລັກຊັພ ເວັ້ນຂາດຈາກການປະພຶຕຜິດໃນກາມ ເວັ້ນຂາດຈາກການເວົ້າຕົວະ ເວັ້ນຂາດຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີລ ມີກັລຍານະທັມ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ສະມະນະພຣາມທຸກທິສຍ່ອມກ່າວສັນເສີນຄຸນຂອງເຂົາວ່າ ສະຕຣີຫຼືບຸຣຸສໃນເຮືອນຫຼືນິຄົມແຫ່ງນັ້ນ ເຖິງພຣະພຸດທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກການຂ້າສັຕ ເວັ້ນຂາດຈາກການລັກຊັພ ເວັ້ນຂາດຈາກການປະພຶຕຜິດໃນກາມ ເວັ້ນຂາດຈາກການເວົ້າຕົວະ ເວັ້ນຂາດຈາກການດື່ມນ້ຳເມົາຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີລ ມີກັລຍານະທັມ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່
ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)








