ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານມີປະມານຍິ່ງ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າປະຣະນິມມິຕະວະສະວັຕຕີ.

ພິກຂຸທັງຫຼາຍ ! ທ້າວປະຣະນິມມິຕະວະສະວັຕຕີເທວະບຸຕໃນປະຣະນິມມິຕະວະສະວັຕຕີນັ້ນ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍທານເປັນອະດິເຣກ ທຳບຸນຍ໌ກິຣິຍາວັຕຖຸທີ່ສຳເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າປະຣະນິມມິຕະວະສະວັຕຕີໂດຍຖານະ ໑໐ ປະການ ຄືອາຍຸທິພ...ໂຜຕຖັບພະທິພ.

ພິກຂຸທັງຫຼາຍ ! ນີ້ແລ ບຸນກິຣິຍາວັຕຖຸ ໓ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຄວາມສົງໃສໃນທານຂອງເທວະດາ ໓໖

-ບາລີ ສະຄາຖ. ສັງ. ໑໕/໔໔/໑໓໗-໑໓໘.

-ບາລີ ສະຄາຖ. ສັງ. ໑໕/໔໖/໑໔໕-໑໔໖.

ເທວະດາທູນຖາມວ່າ ບຸກຄົນໃຫ້ສິ່ງໃດຊື່ວ່າໃຫ້ກຳລັງ ໃຫ້ສິ່ງໃດຊື່ວ່າໃຫ້ວັນນະ ໃຫ້ສິ່ງໃດຊື່ວ່າໃຫ້ຄວາມສຸຂ ໃຫ້ສິ່ງໃດຊື່ວ່າໃຫ້ຈັກຂຸ ແລະບຸກຄົນເຊັ່ນໃດຊື່ວ່າໃຫ້ທຸກສິ່ງທຸກຢ່າງ ຂ້ານ້ອຍທູນຖາມພຣະອົງຄ໌ ຂໍພຣະອົງຄ໌ຕຣັສບອກແກ່ຂ້ານ້ອຍດ້ວຍເຖີ້ນ.

ພຣະຜູ້ມີພຣະພາຄຕຣັສຕອບວ່າ ບຸກຄົນໃຫ້ອາຫາຣຊື່ວ່າໃຫ້ກຳລັງ ໃຫ້ຜ້າຊື່ວ່າໃຫ້ວັນນະ ໃຫ້ຍານພາຫະນະຊື່ວ່າໃຫ້ຄວາມສຸຂ ໃຫ້ປະທີບໂຄມໄຟຊື່ວ່າໃຫ້ຈັກຂຸ ແລະຜູ້ທີ່ໃຫ້ທີ່ຢູ່ອາໄສຊື່ວ່າໃຫ້ທຸກສິ່ງທຸກຢ່າງ ສ່ວນຜູ້ທີ່ພໍ່າສອນທັມຊື່ວ່າໃຫ້ອະມະຕະ.

ເທວະດາທູນຖາມວ່າ ຊົນພວກໃດມີບຸນຍ໌ ຈະເຣີນໃນກາລທຸກເມື່ອທັງກາງເວັນແລະກາງຄືນ ຊົນພວກໃດຕັ້ງຢູ່ໃນທັມ ສົມບູນດ້ວຍສີລ ເປັນຜູ້ໄປສະຫວັນ.

ພຣະຜູ້ມີພຣະພາຄຕຣັສຕອບວ່າ ຊົນເຫຼົ່າໃດສ້າງອາຣາມ ປູກຕົ້ນໄມ້ ສ້າງຂົວ ແລະຊົນເຫຼົ່າໃດໃຫ້ໂຮງນ້ຳເປັນທານ ແລະບໍ່ນ້ຳ ທັງເຮືອນທີ່ພັກອາໄສ ຊົນເຫຼົ່ານັ້ນຍ່ອມມີບຸນຍ໌ ຈະເຣີນໃນກາລທຸກເມື່ອ ທັງກາງເວັນແລະກາງຄືນ ຊົນເຫຼົ່ານັ້ນຕັ້ງຢູ່ໃນທັມ ສົມບູນດ້ວຍສີລ ເປັນຜູ້ໄປສະຫວັນ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜູ້ປະສົບບຸນຍ໌ອັນຍິ່ງໃຫຍ່ ໓໗

- ບາລີ ປັນຈກ. ອັງ. ໒໒/໒໗໑/໑໙໙.

ພິກຂຸທັງຫຼາຍ ! ນັກບວຊຜູ້ມີສີລ ເຂົ້າໄປສູ່ຕະກູລໃດມະນຸສທັງຫຼາຍໃນຕະກູລນັ້ນ ຍ່ອມປະສົບບຸນຍ໌ອັນຍິ່ງໃຫຍ່ດ້ວຍຖານະ ໕ ຢ່າງ ໕ ຢ່າງເປັນແນວໃດ ຄື

(໑) ໃນສະມັຍໃດ ຈິຕຂອງມະນຸສທັງຫຼາຍ ຍ່ອມເຫຼື້ອມໃສເພາະໄດ້ເຫັນນັກບວຊຜູ້ມີສີລ ຊຶ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນຕະກູລນັ້ນຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອສະຫວັນ

(໒) ໃນສະມັຍໃດ ມະນຸສທັງຫຼາຍ ຕ້ອນຮັບກາບໄຫວ້ ໃຫ້ອາສະນະແກ່ນັກບວຊຜູ້ມີສີລ ຊຶ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນຕະກູລນັ້ນຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການເກີດໃນຕະກູລສູງ

(໓) ໃນສະມັຍໃດ ມະນຸສທັງຫຼາຍ ກຳຈັດມົນທິນຄືຄວາມຂີ້ຖີ່ເສຍໄດ້ໃນນັກບວຊຜູ້ມີສີລ ຊຶ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນຕະກູລນັ້ນຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ ກຽດຕິສັກອັນໃຫຍ່

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

(໔) ໃນສະມັຍໃດ ມະນຸສທັງຫຼາຍ ຍ່ອມແຈກຈ່າຍທານຕາມສະຕິ ຕາມກຳລັງໃນນັກບວຊຜູ້ມີສີລ ຊຶ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນ ຕະກູລນັ້ນຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ໂພຄະຊັພໃຫຍ່

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ