ຄຳສອນພຸດທະ - ໜ້າຈໍໂຫລດ

ທານ

ໜ້າ/ 70

(໕) ໃນສະມັຍໃດ ມະນຸສທັງຫຼາຍ ຍ່ອມສໍ້ຖາມ ສອບຖາມ ຍ່ອມຟັງທັມໃນນັກບວຊຜູ້ມີສີລ ຊຶ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນ ຕະກູລນັ້ນຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ປັນຍາໃຫຍ່

ພິກຂຸທັງຫຼາຍ ! ນັກບວຊຜູ້ມີສີລ ເຂົ້າໄປສູ່ຕະກູລໃດມະນຸສທັງຫຼາຍໃນຕະກູລນັ້ນ ຍ່ອມປະສົບບຸນອັນຍິ່ງໃຫຍ່ ດ້ວຍຖານະ ໕ ຢ່າງເຫຼົ່ານີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ຜົລຂອງການຕ້ອນຮັບບັນພະຊິຕ

ດ້ວຍວິທີທີ່ຕ່າງກັນ ໓໘

- ບາລີ ສັຕຕກ. ອັງ. ໒໓/໔໐໓/໒໒໓.

ພິກຂຸທັງຫຼາຍ ! ກໍໃນຣາຕຣີນີ້ ເມື່ອປະຖົມຍາມຜ່ານໄປແລ້ວເທວະດາຈໍານວນຫຼາຍມີຜິວພັນງົດງາມ ສ່ອງວິຫາຣເຊຕະວັນທັງໝົດໃຫ້ສະຫວ່າງແຈ້ງ ເຂົ້າມາຫາເຮົາເຖິງທີ່ຢູ່ ໄຫວ້ເຮົາແລ້ວຢືນຢູ່ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກ່າວກັບເຮົາວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບັນພະຊິຕທັງຫຼາຍເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອເປັນມະນຸສຢູ່ໃນກາລກ່ອນ ພວກຂ້າ ນ້ອຍຕອນນັ້ນ ລຸກຮັບ ແຕ່ບໍ່ກາບໄຫວ້ ພວກຂະນ້ອຍຍາມນັ້ນ ມີການງານຍັງບໍ່ບໍຣິບູນ ມີຄວາມກິນແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນຕໍ່າ”.

ພິກຂຸທັງຫຼາຍ ! ເທວະດາອີກພວກໜຶ່ງຈໍານວນຫຼາຍເຂົ້າມາຫາເຮົາແລ້ວໄດ້ກ່າວວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບັນພະຊິຕທັງຫຼາຍເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອເປັນມະນຸສຢູ່ໃນກາລກ່ອນ ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ແຕ່ບໍ່ໃຫ້ອາສະນະ ພວກຂ້າ ນ້ອຍຍາມນັ້ນ ມີການງານບໍ່ບໍຣິບູນ ມີຄວາມກິນແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນຕໍ່າ”.

“... ພວກຂະນ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ແລະໃຫ້ອາສະນະ ແຕ່ບໍ່ແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ...”.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

“... ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ໃຫ້ອາສະນະແລະແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ແຕ່ບໍ່ເຂົ້າໄປນັ່ງໃກ້ເພື່ອຟັງທັມ ...”.

“... ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ໃຫ້ອາສະນະແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ແລະເຂົ້າໄປນັ່ງໃກ້ເພື່ອຟັງທັມ ແຕ່ບໍ່ງ່ຽງໂສຕະລົງຟັງທັມ ...”.

“... ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ໃຫ້ອາສະນະແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ແລະງ່ຽງຫູລົງຟັງທັມ ແຕ່ຟັງແລ້ວບໍ່ຊົງຈຳທັມໄວ້ ...”.

“... ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ໃຫ້ອາສະນະແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ງ່ຽງໂສຕະລົງຟັງທັມ ແລະຟັງແລ້ວຊົງຈຳທັມໄວ້ ແຕ່ບໍ່ພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ...”.

“... ພວກຂ້ານ້ອຍຕອນນັ້ນ ລຸກຮັບ ກາບໄຫວ້ ໃຫ້ອາສະນະແບ່ງປັນຂອງໃຫ້ຕາມສາມາດ ຕາມກຳລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມງ່ຽງໂສຕະລົງຟັງ ແລ້ວຊົງຈຳທັມໄວ້ ແລະພິຈາຣະນາເນື້ອຄວາມແຫ່ງທັມທີ່ຊົງຈຳໄວ້ ແຕ່ບໍ່ຮູ້ທົ່ວເຖິງອັຕຖະ ບໍ່ຮູ້ທົ່ວເຖິງທັມ ແລະບໍ່ໄດ້ປະຕິບັຕທັມສົມຄວນແກ່ທັມ ພວກຂ້ານ້ອຍຕອນນັ້ນມີການງານບໍ່ບໍຣິບູນ ມີຄວາມກິນແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງເຂົ້າເຖິງໝູ່ເທວະດາຊັ້ນຕໍ່າ”.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພິກຂຸທັງຫຼາຍ ! ເທວະດາອີກພວກໜຶ່ງຈໍານວນຫຼາຍເຂົ້າມາຫາເຮົາແລ້ວໄດ້ກ່າວວ່າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ