ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເປັນແນວໃດ ? ພິກຂຸທັງຫຼາຍ ! ພະລະຂອງບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິເປັນດັ່ງນີ້ຄື ອະຣິຍະສາວົກນັ້ນ ເມື່ອທັມວິນັຍທີ່ຕະຖາຄົຕປະກາສແລ້ວອັນບັນດິຕສະແດງຢູ່ ຍ່ອມເຮັດໃຫ້ເກີດປະໂຍຊນ໌ ຍ່ອມເຮັດໄວ້ໃນໃຈ ຍ່ອມກໍານົດດ້ວຍຈິຕທັງປວງ ຍ່ອມງຽ່ງໂສຕະລົງຟັງທັມ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ ນີ້ຄືຍານທີ່ ໖ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປແກ່ພວກປຸຖຸຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເປັນແນວໃດ ? ພິກຂຸທັງຫຼາຍ ! ພະລະຂອງບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິເປັນດັ່ງນີ້ຄື ອະຣິຍະສາວົກນັ້ນ ເມື່ອທັມວິນັຍທີ່ຕະຖາຄົຕປະກາສແລ້ວອັນບັນດິຕສະແດງຢູ່ ຍ່ອມໄດ້ຄວາມຮູ້ອັຕຖະ ຍ່ອມໄດ້ຄວາມຮູ້ທັມ ຍ່ອມໄດ້ປາໂມດອັນປະກອບດ້ວຍທັມ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ ນີ້ຄືຍານທີ ໗ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປແກ່ພວກປຸຖຸຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.

ພິກຂຸທັງຫຼາຍ ! ທັມມະດາອັນອະຣິຍະສາວົກຜູ້ປະກອບດ້ວຍອົງ ໗ ປະການຢ່າງນີ້ ກວດເບິ່ງດີແລ້ວ ດ້ວຍການເຮັດໃຫ້ແຈ້ງເຊິ່ງໂສດາປັຕຕິຜົລ. ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍອົງ ໗ ປະການນີ້ແລ ຍ່ອມເປັນຜູ້ພຽບພ້ອມດ້ວຍໂສດາປັຕຕິຜົລ ດັ່ງນີ້ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ທັມທີ່ຄວນສົງເຄາະ ໕໓

- ບາລີ ມຫາວາຣ. ສັງ. ໑໙/໔໕໖/໑໔໙໓.

ພິກຂຸທັງຫຼາຍ ! ພວກເຈົ້າເອັນດູໃຜ ແລະຜູ້ໃດຖືວ່າເຈົ້າເປັນຜູ້ທີ່ເຂົາຄວນເຊື່ອຄວນຟັງ ເຂົາຈະເປັນມິຕກໍຕາມ ອາມາຕກໍຕາມ ຍາຕຫຼືສາຍໂລຫິຕກໍຕາມ ຊົນເຫຼົ່ານັ້ນ ອັນພວກເຈົ້າຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນທັມເປັນເຄື່ອງບັນລຸໂສດາ ໔ ປະການ ໔ ປະການເປັນແນວໃດ ຄື

(໑) ຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ ...

(໒) ຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະທັມ ...

(໓) ຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະສົງຄ໌ ...

(໔) ຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນສີລທັງຫຼາຍໃນລັກສະນະເປັນທີ່ພໍໃຈຂອງພຣະອະຣິຍະ ... ເປັນໄປພ້ອມເພື່ອສະມາທິ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ພວກເຈົ້າເອັນດູໃຜ ແລະຜູ້ໃດຖືວ່າເຈົ້າເປັນຜູ້ທີ່ເຂົາຄວນເຊື່ອຄວນຟັງ ເຂົາຈະເປັນມິຕກໍຕາມ ອາມາຕກໍຕາມ ຍາຕຫຼືສາຍໂລຫິຕກໍຕາມ ຊົນເຫຼົ່ານັ້ນ ອັນພວກເຈົ້າຈົ່ງຊັກຊວນໃຫ້ເຂົ້າໄປຕັ້ງໝັ້ນ ໃຫ້ດໍາຣົງຢູ່ ໃນທັມເປັນເຄື່ອງບັນລຸໂສດາ ໔ ປະການເຫຼົ່ານີ້ແລ.

ຄະນະຜູ້ແປແລະກວດແກ້ເປັນພາສາລາວ :

ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ