ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ໄມ ທັມມະທາໂສ ວັດ.............. ບ. ໂພນຕານ ມ. ຄໍາເກີດ ຂ. ບໍລິຄໍາໄຊ (ຜູ້ແປຈາກຕົ້ນສະບັບຂອງວັດນາປ່າພົງ).

ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

໑໐. ພຣະສູຕຂອງຄວາມສໍາຄັນ ທີ່ຊາວພຸດຕ້ອງສຶກສາ ແຕ່ຄໍາສອນຈາກພຣະພຸດທະເຈົ້າເທົ່ານັ້ນ.

ອັກຄິເວສະນະ ! ເຮົານັ້ນໜໍ ຕັ້ງແຕ່ເລີ່ມສະແດງ ຈົນຮອດຄຳສຸດທ້າຍແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕອັນເປັນໄປພາຍໃນໂດຍແທ້ ໃຫ້ຈິຕດຳຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ກະທຳໃຫ້ມີຈິຕເປັນເອກ ດັ່ງເຊັ່ນທີ່ຄົນທັງຫຼາຍເຄີຍໄດ້ຍິນວ່າເຮົາກະທຳຢູ່ເປັນປະຈຳ ດັ່ງນີ້.

- ບາລີ ມູ. ມ. ໑໒/໔໕໘/໔໓໐.

ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍເປັນຜູ້ທີ່ເຮົານຳພາໄປແລ້ວດ້ວຍທັມນີ້ ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ) ເປັນທັມໃຫ້ຜົລບໍ່ຈຳກັດກາລ (ອະກາລິໂກ) ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ) ຄວນນ້ອມເຂົ້າມາໃສ່ຕົວ (ໂອປະນະຢິໂກ) ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພ ວິນຍູຫິ).

- ບາລີ ມູ. ມ. ໑໒/໔໘໕/໔໕໑.

ພິກຂຸທັງຫຼາຍ ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ຈົນວ່າຮອດຣາຕຣີ ທີ່ຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາຕ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນພ່ຳສອນ ສະແດງອອກຊຶ່ງຖ້ອຍຄຳໃດ ຖ້ອຍຄຳເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງສິ້ນ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ.

- ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓.

ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັຕພວກທະສາຣະຫະ ເອີ້ນວ່າອານກະມີຢູ່ ເມື່ອກອງອານກະນີ້ມີຮອຍຍະຫຼືແຫງ ພວກກະສັຕທະສາຣະຫະໄດ້ຫາແຜ່ນໄມ້ໂຕອື່ນ ເຮັດເປັນຫຼິ້ມຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ (ທຸກຄັ້ງໄປ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມໃໝ່ເທົ່ານັ້ນ.

ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລຍືດຍາວຝ່າຍອະນາຄົຕ ຈະມີພິກຂຸທັງຫຼາຍ ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່

ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນໄປເສຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ