ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາເສບໃຫ້ທົ່ວເຖິງ ຝຶກໃຫ້ຈະເຣີນ ຝຶກໃຫ້ຫຼາຍເຊິ່ງທິຕຖິນີ້ ຍ່ອມໄດ້ຄວາມສະງົບສະເພາະຕົນ ຍ່ອມໄດ້ຄວາມດັບສະເພາະຕົນຫຼືໜໍ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງດັ່ງນີ້ວ່າ ເຮົາເສບໃຫ້ທົ່ວເຖິງ ຝຶກໃຫ້ຈະເຣີນ ຝຶກໃຫ້ຫຼາຍເຊິ່ງທິຕຖິນີ້ ຍ່ອມໄດ້ຄວາມສະງົບສະເພາະຕົນ ຍ່ອມໄດ້ຄວາມດັບສະເພາະຕົນ ນີ້ຄືຍານທີ ໒ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນພິກຂຸນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ເຮົາເປັນຜູ້ປະກອບດ້ວຍທິຕຖິເຊັ່ນໃດ ສະມະນະ ຫຼືພຣາມເຫຼົ່າອື່ນນອກທັມວິນັຍນີ້ ທີ່ເປັນຜູ້ປະກອບດ້ວຍທິຕຖິເຊັ່ນນັ້ນມີຢູ່ຫຼືໜໍ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງດັ່ງນີ້ວ່າ ເຮົາເປັນຜູ້ປະກອບດ້ວຍທິຕຖິເຊັ່ນໃດ ສະມະນະຫຼືພຣາມເຫຼົ່າອື່ນນອກທັມວິນັຍນີ້ ທີ່ເປັນຜູ້ປະກອບດ້ວຍທິຕຖິເຊັ່ນນັ້ນບໍ່ໄດ້ມີ ນີ້ຄືຍານທີ ໓ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນພິກຂຸນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທໍາມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເປັນແນວໃດໜໍ ? ພິກຂຸທັງຫຼາຍ ! ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິມີທັມມະດາດັ່ງນີ້ ຄື ຄວາມອອກຈາກອາບັຕເຊັ່ນໃດ ຍ່ອມປາກົດ ອະຣິຍະສາວົກຍ່ອມຕ້ອງອາບັຕ ເຊັ່ນນັ້ນແດ່ໂດຍແທ້ ແຕ່ເຖິງຢ່າງນັ້ນ ອະຣິຍະສາວົກນັ້ນຈະຮີບສະແດງ ເປີດເຜີຍ ເຮັດໃຫ້ຕື້ນເຊິ່ງອາບັຕນັ້ນ ໃນສໍານັກ ພຣະສາສດາຫຼືເພື່ອນຜູ້ຮ່ວມປະພຶດພຣົມມະຈັນທີ່ເປັນວິນຍູຊົນທັງຫຼາຍ ຄັນສະແດງ ເປີດເຜີຍ ເຮັດໃຫ້ຕື້ນແລ້ວ ກໍເຖິງຄວາມ ສັງລວມຕໍ່ໄປ ປຽບເໝືຶອນເດັກນ້ອຍທີ່ນອນຫງາຍ ຖືກຖ່່ານໄຟ ດ້ວຍມືຫຼືດ້ວຍເທົ້າແລ້ວ ກໍຊັກຖີບໜີຢ່າງໄວ ສະນັ້ນ ອະຣິຍະສາວົກ ນັ້ນຍ່ອມຮູ້ແຈ່ມແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບ ດ້ວຍທັມມະດາເຊັ່ນນັ້ນ ນີ້ຄືຍານທີ ໔ ອັນເປັນອະຣິຍະ ເປັນໂລກຸຕ ຕະຣະ ບໍ່ທົ່ວໄປກັບພວກປຸຖຸຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາ ເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ ປະກອບດ້ວຍທັມມະດາເປັນແນວໃດ ? ພິກຂຸທັງຫຼາຍ ! ບຸກຄົນ ຜູ້ເຖິງພ້ອມດ້ວຍທິຕຖິ ມີທັມມະດາດັ່ງນີ້ຄື ອະຣິຍະສາວົກຍ່ອມເຖິງ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄວາມຂົນຂວາຍໃນກິຈໃຫຍ່ນ້ອຍທີ່ຄວນປະພຶດຂອງເພື່ອນຮ່ວມປະພຶດພຣົມມະຈັນໂດຍແທ້ ແຕ່ເຖິງຢ່າງນັ້ນ ຄວາມປາຖນາຢ່າງແຮງກ້າໃນອະທິສີລະສິກຂາ ອະທິຈິຕຕະສິກຂາ ແລະອະທິປັນຍາສິກຂາຂອງອະຣິຍະສາວົກນັ້ນກໍຍັງມີຢູ່ ປຽບເໝືອນງົວແມ່ລູກອ່ອນ ຍ່ອມເລັມກິນຫຍ້າໄປດ້ວຍ ຫງວກຫຼຽວເບິ່ງລູກໄປນໍາສະນັ້ນ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາ ເຊັ່ນນັ້ນ ນີ້ຄືຍານທີ ໕ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.








