ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.

ພາກຜະນວກ

ພຣະສູຕທີ່ຄົ້ນຄວ້າເພີ່ມເຕີມ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄຸນສົມບັດພຣະໂສດາບັນ (ນັຍທີ ໑) ໔໕

- ບາລີ ມຫາວາຣ. ສັງ. ໑໙/໔໓໔/໑໔໒໗.

ເມື່ອນັ້ນ ພຣະສາຣີບຸຕເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະສາຣີບຸຕວ່າ: ສາຣີບຸຕ ! ທີ່ເອີ້ນວ່າ ໂສຕາປັຕຕິຍັງຄະ ໂສຕາປັຕຕິຍັງຄະ ດັ່ງນີ້. ໂສຕາປັຕຕິຍັງຄະ ເປັນແນວໃດໜໍ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໂສຕາປັຕຕິຍັງຄະ ຄື: -

(໑) ການຄົບສັຕບຸຣຸສ (ສັປປະຣິສະສັງ ເສວະ)

(໒) ການຟັງພຣະສັດທັມ (ສັດທັມມັສສະວະນະ)

(໓) ການເຮັດໄວ້ໃນໃຈໂດຍລະອຽດ (ໂຍນິໂສມະນະສິກາຣະ)

(໔) ການປະຕິບັຕທັມສົມຄວນແກ່ທັມ (ທັມມານຸທັມມະປະຕິປັຕຕິ)

ຖືກແລ້ວ ຖືກແລ້ວ ສາຣີບຸຕ ! ໂສຕາປັຕຕິຍັງຄະ ຄື

ການຄົບສັຕບຸຣຸສ ການຟັງພຣະສັດທັມ ການເຮັດໄວ້ໃນໃຈ ໂດຍລະອຽດ ການປະຕິບັຕທັມສົມຄວນແກ່ທັມ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄຸນສົມບັດພຣະໂສດາບັນ (ນັຍທີ ໒) ໔໖

- ບາລີ ມຫາວາຣ. ສັງ. ໑໙/໔໔໐/໑໔໕໑.

ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.

ທັມ ໔ ປະການນັ້ນ ເປັນແນວໃດໜໍ ?

໔ ປະການ ຄື : - ອະຣິຍະສາວົກໃນທັມວິນັຍນີ້

(໑) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ

(໒) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມ

(໓) ປະກອບດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌

(໔) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນປ່ອຍແລ້ວ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນການຈຳແນກທານ ຢູ່ຄອງເຮືອນ.

ຊ່າງໄມ້ທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການເຫຼົ່ານີ້ ແລຍ່ອມເປັນພຣະໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄຸນສົມບັດພຣະໂສດາບັນ (ນັຍທີ ໓) ໔໗

- ບາລີ ມຫາວາຣ. ສັງ. ໑໙/໔໔໓/໑໔໕໙.

ພຣາມແລະຄະຫະບໍດີທັງຫຼາຍ ! ເຮົາຈັກສະແດງທັມປະຣິຍາຍອັນຄວນນ້ອມເຂົ້າມາໃນຕົນແກ່ທ່ານທັງຫຼາຍ ທ່ານທັງຫຼາຍຈົ່ງຟັງທັມປະຣິຍາຍນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ

ພຣາມແລະຄະຫະບໍດີທັງຫຼາຍ ! ທັມປະຣິຍາຍ ທີ່ຄວນນ້ອມເຂົ້າມາໃນຕົນ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ