ຄູ່ມືໂສດາບັນ
ໜ້າ/ 82
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນີ້ນັ້ນເອງເປັນຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ ອະວິຊຊາ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະວິຊຊາ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອະວິຊຊາ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໑໓ ກ່ຽວກັບ ອາສະວະ
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາສະວະ ຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທ່ານຜູ້ມີອາຍຸທັງຫຼາຍ ! ອາສະວະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາສະວະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ອາສະວະ ໓ ຢ່າງນີ້ ມີຢູ່ ຄື ກາມາສະວະ ພະວາສະວະ ອະວິຊຊາສະວະ.
ຄວາມກໍ່ຂຶ້ນພ້ອມແຫ່ງອາສະວະ ຍ່ອມມີເພາະ ຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ.
ຄວາມດັບບໍ່ເຫຼືອແຫ່ງອາສະວະ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ.
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນີ້ນັ້ນເອງ ເປັນຂໍ້ປະຕິ ບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງ ຊຶ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຢ່າງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.








