ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ອັນສະຫຼຸບໄດ້ຢ່າງນີ້ ເປັນຕົ້ນວ່າ “ຕັນຫານັ້ນ ສະມະນະກ່າວກັນວ່າ ເປັນລູກສອນ, ໂທດອັນມີພິດຂອງອະວິຊຊາ ຍ່ອມງອກງາມ ເພາະສັນຣາຄະແລະພະຍາບາດ, ລູກສອນ ຄື ຕັນຫານັ້ນ ເຮົາລະໄດ້ແລ້ວ, ໂທດອັນມີພິດຂອງອະວິຊຊາ

ເຮົາກໍນຳອອກໄປໝົດແລ້ວ ເຮົາເປັນຜູ້ນ້ອມໄປແລ້ວໃນນິບພານໂດຍຊອບ” ດັ່ງນີ້. ແຕ່ເຂົານັ້ນຍ່ອມຕາມປະກອບຊຶ່ງທັມທັງຫຼາຍອັນບໍ່ເປັນທີ່ສະບາຍແກ່ຜູ້ນ້ອມໄປແລ້ວໃນນິບພານໂດຍຊອບ; ຄື ຕາມປະກອບຊຶ່ງທັມອັນບໍ່ເປັນທີ່ສະບາຍ ໃນການເຫັນຮູບດ້ວຍຕາ ຟັງສຽງດ້ວຍຫູ ດົມກິ່ນດ້ວຍດັງ ຊີມຣົສດ້ວຍລີ້ນ ຖືກຕ້ອງໂຜຕຖັບພະດ້ວຍກາຍ ຮູ້ສຶກທັມມາຣົມດ້ວຍໃຈ ອັນລ້ວນແຕ່ບໍ່ເປັນທີ່ສະບາຍ. ເມື່ອເຂົາຕາມປະກອບຊຶ່ງທັມ ອັນບໍ່ເປັນທີ່ສະບາຍເຫຼົ່ານີ້ ຢູ່, ຣາຄະຍ່ອມສຽບແທງຈິຕ ຂອງເຂົາ. ເຂົາມີຈິຕອັນຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ສຸນັກຂັຕຕະ ! ປຽບເໝືອນບຸຣຸສຖືກຍິງດ້ວຍລູກສອນອັນອາບໄວ້ດ້ວຍຢາພິດຢ່າງຮ້າຍແຮງ. ມິຕ ອາມາຕ ຍາຕສາຍໂລຫິຕຂອງເຂົາ ຈັດຫາໝໍຜ່າຕັດມາປິ່ນປົວ ໝໍໄດ້ໃຊ້ເຄື່ອງ ມືຜ່າແຫກປາກແຜຂອງເຂົາ ແລ້ວໃຊ້ເຄື່ອງກວດຄົ້ນຫາລູກສອນ ພົບແລ້ວຖອນລູກສອນອອກ ກຳຈັດໂທດອັນເປັນພິດທີ່ຍັງມີເຊື້ອເຫຼືອຕິດຢູ່ ຈົນຮູ້ວ່າບໍ່ມີເຊື້ອເຫຼືອຕິດຢູ່ ແລ້ວກ່າວແກ່ເຂົາຢ່າງນີ້ວ່າ “ບຸຣຸສຜູ້ຈະເຣີນ ! ລູກສອນຖືກຖອນອອກແລ້ວ, ໂທດອັນເປັນພິດ ເຮົານຳອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ, ທ່ານບໍ່ມີອັນຕະລາຍອີກແລ້ວ. ແລະທ່ານຈະບໍຣິໂພກອາຫານໄດ້ຕາມສະບາຍ ແຕ່ຢ່າໄປກິນອາຫານຊະນິດທີ່ບໍ່ສະບາຍແກ່ແຜ ອັນຈະເຮັດໃຫ້ແຜອັກເສບ ແລະຈົ່ງລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ, ເມື່ອທ່ານລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ ຢ່າໃຫ້ໜອງແລະເລືອດເປື້ອນເກິຕິດປາກບາດ, ແລະທ່ານຢ່າທ່ຽວຕາກລົມຕາກແດດ, ເມື່ອທ່ຽວຕາກລົມຕາກແດດ, ກໍຢ່າໃຫ້ຝຸ່ນລະອອງແລະຂອງເປື້ອນເນົ່າເຂົ້າໄປໃນປາກບາດ. ບຸຣຸສຜູ້ຈະເຣີນ ! ທ່ານຈົ່ງເປັນຜູ້ລະວັງຮັກສາບາດແຜ ມີເລື່ອງບາດແຜເປັນເລື່ອງສຳຄັນເຖີ້ນ” ດັ່ງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ບຸຣຸສນັ້ນ ມີຄວາມຄິດວ່າ “ໝໍຖອນລູກສອນໃຫ້ເຮົາສຳເລັດແລ້ວ ໂທດອັນເປັນພິດ ໝໍກໍນຳອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ ເຮົາໝົດອັນຕະລາຍ” ເຂົາ ຈຶ່ງບໍຣິໂພກໂພຊະນະທີ່ສະແຫຼງ, ເມື່ອບໍຣິໂພກໂພຊະນະທີ່ສະແຫຼງ ແຜກໍກຳເລີບ, ແລະເຂົາບໍ່ລ້າງແຜຕາມເວລາ ບໍ່ທາຢາທີ່ປາກແຜຕາມເວລາ, ເມື່ອເຂົາບໍ່ລ້າງແຜຕາມເວລາ ບໍ່ທາຢາທີ່ປາກບາດຕາມເວລາ ໜອງແລະເລືອດກໍເກິເກີ້ມປາກບາດ, ແລະເຂົາທ່ຽວຕາກລົມຕາກແດດ ປ່ອຍໃຫ້ຝຸ່ນລະອອງຂອງເນົ່າເປື້ອນເຂົ້າໄປໃນປາກບາດ, ແລະເຂົາບໍ່ລະວັງຮັກສາບາດແຜ ບໍ່ມີເລື່ອງບາດແຜເປັນເລື່ອງສຳຄັນ. ເຂົານໍາເອົາໂທດພິດອັນບໍ່ສະອາດ ອອກໄປດ້ວຍການກະທຳອັນບໍ່ຖືກຕ້ອງເຫຼົ່ານີ້ ບາດແຜຈຶ່ງມີເຊື້ອເຫຼືອຢູ່, ແຜກໍບວມຂຶ້ນ ເພາະເຫຕທັງສອງນັ້ນ. ບຸຣຸສນັ້ນ

ມີແຜບວມແລ້ວ ກໍເຖິງຊຶ່ງຄວາມຕາຍດ້ວຍ ຫຼືຄວາມທຸກຂ໌

ປາງຕາຍດ້ວຍ ນີ້ເຊັ່ນໃດ

ສຸນັກຂັຕຕະ ! ຂໍ້ນີ້ກໍເຊັ່ນນັ້ນຄືກັນ ຄື ຂໍ້ທີ່ພິກຂຸບາງອົງ ສຳຄັນຕົນວ່ານ້ອມໄປແລ້ວໃນນິບພານໂດຍຊອບ... ແຕ່ຕາມປະກອບໃນທັມບໍ່ເປັນທີ່ສະບາຍແກ່ການນ້ອມໄປໃນນິບພານໂດຍຊອບ... ຣາຄະກໍສຽບແທງຈິຕຂອງເຂົາ. ເຂົາມີຈິຕອັນຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ