ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ຫຼືຄວາມທຸກຂ໌ປາງຕາຍ. ສຸນັກຂັຕຕະ ! ໃນອະຣິຍະວິນັຍນີ້ ຄວາມຕາຍໝາຍເຖິງການບອກຄືນສິກຂາ ວຽນໄປສູ່ເພດຕ່ຳ; ຄວາມທຸກຂ໌ປາງຕາຍໝາຍເຖິງການຕ້ອງອາບັຕ ອັນເສົ້າ ໝອງຢ່າງໃດຢ່າງໜຶ່ງ ແລ.

(ພິກຂຸໃນກໍລະນີນີ້ ມີການສຶກສາດີ ຕັ້ງຄວາມປາຖນາດີ ແຕ່ມີຄວາມເຂົ້າໃຈຜິດກ່ຽວກັບຕົນເອງແລະທັມມະ; ຄືເຂົ້າໃຈໄປວ່າ ລູກສອນ ຄື ຕັນຫາເປັນສິ່ງທີ່ລະໄດ້ໂດຍບໍ່ຕ້ອງຖອນ ອະວິຊຊາເປັນສິ່ງທີ່ແກວ່ງຖິ້ມໄປໄດ້ໂດຍບໍ່ຕ້ອງກຳຈັດຕັດຮາກ; ແລະເຂົ້າໃຈຕົວເອງວ່າ ນ້ອມໄປແລ້ວສູ່ນິບພານໂດຍຖືກຕ້ອງດັ່ງນີ້ ແຕ່ແລ້ວກໍມາເຮັດຜິດໃນສິ່ງທີ່ບໍ່ເປັນທີ່ສະບາຍແກ່ການນ້ອມໄປໃນນິບພານນັ້ນທັງທາງຕາ ຫູ ດັງ ລີ້ນ ກາຍ ໃຈ ຈົນຣາຄະເກີດຂຶ້ນສຽບແທງເຖິງແກ່ຄວາມຕາຍໃນອະຣິຍະວິນັຍ, ຈຶ່ງເອີ້ນວ່າ ເຂົາລົ້ມລົງຕາຍຕົງໜ້າປະຕູແຫ່ງພຣະນິບພານນັ້ນເອງ).

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ທັມເປັນເຄື່ອງຢູ່ຂອງພຣະອະຣິຍະເຈົ້າ ໔໒

- ບາລີ ທສກ. ອັງ. ໒໔/໓໑-໓໔/໒໐.

ພິກຂຸທັງຫຼາຍ ! ການຢູ່ແບບພຣະອະຣິຍະເຈົ້າ ຊຶ່ງພຣະອະຣິຍະເຈົ້າທັງຫຼາຍ ໄດ້ຢູ່ມາແລ້ວກໍດີ ກຳລັງຢູ່ໃນບັດນີ້ກໍດີ ຈັກຢູ່ຕໍ່ໄປກໍດີ ມີເຄື່ອງຢູ່ສິບປະການເຫຼົ່ານີ້.

ສິບປະການອັນໃດແດ່ໜໍ ? ສິບປະການ ຄື : -

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້

ເປັນຜູ້ລະອົງຄ໌ຫ້າໄດ້ຂາດ,

ເປັນຜູ້ປະກອບພ້ອມດ້ວຍອົງຄ໌ຫົກ,

ເປັນຜູ້ມີອາຣັກຂາຢ່າງດຽວ,

ເປັນຜູ້ມີພະນັກອີງສີ່ດ້ານ,

ເປັນຜູ້ຖອນຄວາມເຫັນວ່າຈິງດິ່ງໄປຄົນລະທາງຂຶ້ນເສຍແລ້ວ,

ເປັນຜູ້ລະການສະແຫວງຫາສິ້ນເຊີງແລ້ວ,

ເປັນຜູ້ມີຄວາມດຳຣິອັນບໍ່ຂຸ່ນມົວ,

ເປັນຜູ້ມີກາຍສັງຂາຣອັນສະງົບລະງັບແລ້ວ,

ເປັນຜູ້ມີຈິຕຫຼຸດພົ້ນດ້ວຍດີ,

ເປັນຜູ້ມີປັນຍາໃນຄວາມຫຼຸດພົ້ນດ້ວຍດີ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໑) ພິກຂຸເປັນຜູ້ລະອົງຄ໌ຫ້າໄດ້ຂາດ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ເປັນຜູ້ລະກາມະສັນທະ, ລະພະຍາບາດ, ລະຖີນະມິດທະ, ລະອຸດທັດຈະກຸກກຸຈຈະ ແລະລະວິຈິກິຈສາ ໄດ້ແລ້ວ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ລະອົງຄ໌ຫ້າໄດ້ຂາດ.

(໒) ພິກຂຸເປັນຜູ້ປະກອບພ້ອມດ້ວຍອົງຄ໌ຫົກ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ໄດ້ເຫັນຮູບດ້ວຍຕາ, ໄດ້ຟັງສຽງດ້ວຍຫູ, ໄດ້ດົມກິ່ນດ້ວຍດັງ, ໄດ້ຊີມຣົສດ້ວຍລີ້ນ, ໄດ້ສຳຜັສໂຜຕຖັບພະດ້ວຍກາຍ ແລະໄດ້ຮູ້ທັມມາຣົມດ້ວຍໃຈແລ້ວ ກໍ ເປັນຜູ້ບໍ່ດີໃຈ ບໍ່ເສຍໃຈ ມີອຸເປກຂາ ມີສະຕິ ມີສັມປະຊັນຍະຢູ່ໄດ້. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ປະກອບພ້ອມດ້ວຍອົງຄ໌ຫົກ.

(໓) ພິກຂຸເປັນຜູ້ມີອາຣັກຂາຢ່າງດຽວ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ປະກອບການຮັກຈິຕດ້ວຍສະຕິ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າມີອາຣັກຂາຢ່າງດຽວ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໔) ພິກຂຸເປັນຜູ້ມີພະນັກອີງສີ່ດ້ານ ເປັນແນວໃດໜໍ ?

ພິກຂຸໃນກໍລະນີນີ້ ພິຈາຣະນາແລ້ວເສບຂອງສິ່ງໜຶ່ງ, ພິຈາຣະນາແລ້ວອົດກັ້ນຂອງສິ່ງໜຶ່ງ, ພິຈາຣະນາແລ້ວເວັ້ນຂາດຂອງສິ່ງໜຶ່ງ, ພິຈາຣະນາແລ້ວບັນເທົາ ຂອງສິ່ງໜຶ່ງ. ພິກຂຸທັງຫຼາຍ ! ພິກຂຸຢ່າງນີ້ ຊື່ວ່າເປັນຜູ້ມີພະນັກອີງສີ່ດ້ານ.໑

(໕) ພິກຂຸເປັນຜູ້ຖອນຄວາມເຫັນວ່າຈິງດິ່ງໄປຄົນລະທາງຂຶ້ນເສຍແລ້ວ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ