ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ອິນຊີຫົກເຫຼົ່ານີ້ ມີຢູ່.
ຫົກເຫຼົ່າ ແນວໃດໜໍ ? ຫົກເຫຼົ່າ ຄື: -
ຈັກຂຸນຊີ ໂສຕິນຊີ
ຄານິນຊີ ຊິວຫິນຊີ
ກາຍິນຊີ ມະນິນຊີ.
ພິກຂຸທັງຫຼາຍ ! ເມື່ອໃດ ອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ, ຊຶ່ງຄວາມຕັ້ງຢູ່ບໍ່ໄດ້, ຊຶ່ງຣົສຍົວະຍວນ, ຊຶ່ງໂທດອັນຕ່ຳຊາມ ແລະຊຶ່ງອຸບາຍເປັນເຄື່ອງສະລັດອອກ ແຫ່ງອິນຊີຫົກເຫຼົ່ານີ້;
ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ພ້ອມໃນເບື້ອງໜ້າ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ອິນຊີຫົກເຫຼົ່ານີ້ ມີຢູ່.
ຫົກເຫຼົ່າ ແນວໃດໜໍ ? ຫົກເຫຼົ່າ ຄື: -
ຈັກຂຸນຊີ ໂສຕິນຊີ ຄານິນຊີ
ຊິວຫິນຊີ ກາຍິນຊີ ມະນິນຊີ.
ພິກຂຸທັງຫຼາຍ ! ເມື່ອໃດພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ, ຊຶ່ງຄວາມຕັ້ງຢູ່ບໍ່ໄດ້, ຊຶ່ງຣົສຍົວະຍວນ, ຊຶ່ງໂທດອັນຕ່ຳຊາມ ແລະຊຶ່ງອຸບາຍເປັນເຄື່ອງສະລັດອອກ ແຫ່ງອິນຊີຫົກເຫຼົ່ານີ້ ດັ່ງນີ້ ແລະ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ.
ພິກຂຸທັງຫຼາຍ ! ພິກຂຸນີ້ເຮົາເອີ້ນວ່າ ເປັນພຣະອະຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນແລ້ວ ເຮັດກິຈທີ່ຄວນເຮັດສຳເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັງໂຍຊນ໌ໃນພົບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ ດັ່ງນີ້ ແລ.
ມຫາວາຣ. ສັງ. ໑໙/໒໗໒/໙໐໔-໙໐໕.
(ສູຕຂ້າງເທິງນີ້ຊົງສະແດງອິນຊີໂດຍອາຍະຕະນະພາຍໃນຫົກ; ຍັງມີສູຕອື່ນ (໑໙/໒໗໕/໙໑໔-໙໑໘) ຊົງສະແດງອິນຊີໂດຍເວທະນາຫ້າ ຄື ສຸຂິນຊີ ທຸກຂິນຊີ ໂສມະນັສສິນຊີ ໂທມະນັສສິນຊີ ອຸເປກຂິນຊີ, ດັ່ງນີ້ກໍມີ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄວາມຫຼຸດລື່ນແຫ່ງພຣະອະຣິຍະບຸກຄົນ
ຜູ້ປະຕິບັຕຢ່າງດຽວກັນ ໓໗
- ບາລີ ຕິກ. ອັງ. ໒໐/໓໐໑-໓໐໓/໕໒໘.
ພິກຂຸທັງຫຼາຍ ! ສິກຂາບົດຮ້ອຍຫ້າສິບສິກຂາບົດນີ້ຍ່ອມມາສູ່ອຸດເທສ ທຸກເຄິ່ງແຫ່ງເດືອນຕາມລຳດັບ ອັນກຸນລະບຸຕຜູ້ປາຖນາປະໂຍຊນ໌ພາກັນສຶກສາຢູ່ໃນສິກຂາບົດເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ.
ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ?
ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງແຫ່ງສິກຂາບົດທັງປວງນັ້ນ.
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ເປັນຜູ້ເຮັດ ໃຫ້ບໍຣິບູນໃນສີລ ເຮັດ ໃຫ້ບໍຣິບູນໃນສະມາທິ ເຮັດ ໃຫ້ບໍຣິບູນໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍດ້ວຍ ແລະຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານັ້ນດ້ວຍ. ຂໍ້ນັ້ນເພາະເຫຕໃດໜໍ ?
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








