ຄູ່ມືໂສດາບັນ
ໜ້າ/ 82
ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈັກເກີດຂຶ້ນ ເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍແລະການຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ທີ່ເໝາະສົມແກ່ພຣົມມະຈັນ, ທ່ານເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປ ແຫ່ງໂອຣັມພາຄິຍະສັງໂຍຊນ໌ເບື້ອງຕ່ຳຫ້າ ຈຶ່ງເປັນອັນຕະຣາ ປະຣິນິບພາຍີ ຜູ້ປະຣິນິບພານໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ເບື້ອງຕ່ຳຫ້າ ຈຶ່ງເປັນອຸບຫັຈຈະປະຣິນິບພາຍີ ຜູ້ປະຣິນິບພານເມື່ອອາຍຸພົ້ນເຄິ່ງແລ້ວໃກ້ເຖິງທີ່ສຸດ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ເບື້ອງຕ່ຳຫ້າ ຈຶ່ງເປັນ ອະສັງຂາຣະປະຣິນິບພາຍີ ຜູ້ປະຣິນິບພານດ້ວຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງ ໂອຣັມ ພາຄິຍະສັງໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ສະສັງຂາຣະປະຣິນິບພາຍີ ຜູ້ປະຣິນິບພານດ້ວຍຕ້ອງໃຊ້ຄວາມພຽນເຫື່ອແຮງ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ເບື້ອງຕ່ຳຫ້າ ຈຶ່ງເປັນ ອຸດທັງໂສໂຕອະກະນິຕຖະຄາມີ ຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງ ສັງໂຍຊນ໌ສາມ ແລະເພາະຄວາມທີ່ ຣາຄະ ໂທສະ ໂມຫະກໍເບົາບາງໜ້ອຍລົງ ເປັນ ສະກະທາຄາມີ ຍັງຈະມາສູ່ເທວະໂລກນີ້ອີກເທື່ອດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ສາມ ເປັນຜູ້ ເອກະພີຊີ ຄື ຈັກເກີດໃນພົບແຫ່ງມະນຸສອີກເທື່ອດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕ, ແຕ່ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ສາມ ເປັນຜູ້ ໂກລັງໂກລະ ຈັກຕ້ອງທ່ອງທ່ຽວໄປສູ່ສະກຸລອີກສອງຫຼືສາມເທື່ອ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.








