ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາມພົບ ຮູບພົບ ອະຮູບພົບ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າພົບ. ຄວາມກໍ່ຂຶ້ນແຫ່ງພົບ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ; ຄວາມດັບບໍ່ເຫຼືອແຫ່ງພົບ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ອຸປາທານ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ອຸປາທານ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ອຸປາທານທັງຫຼາຍ ໔ ຢ່າງ ເຫຼົ່ານີ້ ຄື ກາມຸປາທານ ທິຕຖຸປາທານ ສີລັບພັຕຕຸປາທານ ອັຕຕະວາທຸປາທານ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ອຸປາທານ. ຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ; ຄວາມດັບບໍ່ເຫຼືອແຫ່ງອຸປາທານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຕັນຫາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ຕັນຫາ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ໝູ່ແຫ່ງຕັນຫາທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ຮູບຕັນຫາ ສັດທະຕັນຫາ ຄັນທະຕັນຫາ ຣະສະຕັນຫາ ໂຜຕຖັບພະຕັນຫາ ທັມມະຕັນຫາ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າຕັນຫາ. ຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງເວທະນາ; ຄວາມດັບບໍ່ເຫຼືອແຫ່ງຕັນຫາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງເວທະນາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ເວທະນາ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ຈັກຂຸສັມຜັສສະຊາເວທະນາ ໂສຕະສັມຜັສສະຊາເວທະນາ ຄານະສັມຜັສສະຊາເວທະນາ ຊິວຫາສັມຜັສສະຊາເວທະນາ ກາຍະສັມຜັສສະຊາເວທະນາ ມະໂນສັມຜັສສະຊາເວທະນາ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ເວທະນາ. ຄວາມກໍ່ຂຶ້ນພ້ອມແຫ່ງ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ເວທະນາ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຜັສສະ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ຜັສສະ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ