ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ຍ່ອມຮູ້ທົ່ວເຖິງຊຶ່ງ ສະລາຍະຕະນະ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສະລາຍະຕະນະ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ;

ຍ່ອມຮູ້ທົ່ວເຖິງຊຶ່ງ ນາມຮູບ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງນາມຮູບ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງນາມຮູບ;

ຍ່ອມຮູ້ທົ່ວເຖິງຊຶ່ງ ວິນຍານ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງວິນຍານ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ, ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງວິນຍານ;

ຍ່ອມຮູ້ທົ່ວເຖິງຊຶ່ງ ສັງຂາຣ, ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງສັງຂາຣ, ຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ,

ຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ຊະຣາມໍຣະນະ ເປັນແນວໃດໜໍ ?

ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປໆແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ການເຄື່ອນການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍການທໍາກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄື ຊີວິຕ ຈາກສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊະຣາມໍຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ຊາຕ ເປັນແນວໃດໜໍ ?

ການເກີດ ການກຳເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊາຕ. ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງພົບ; ຄວາມດັບບໍ່ເຫຼືອແຫ່ງຊາຕ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງພົບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸທັງຫຼາຍ ! ພົບ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ