ຄູ່ມືໂສດາບັນ
ໜ້າ/ 82
ພິກຂຸທັງຫຼາຍ ! ໝູ່ແຫ່ງຜັສສະທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ຈັກຂຸສັມຜັສ ໂສຕະສັມຜັສ ຄານະສັມຜັສ ຊິວຫາສັມຜັສ ກາຍະສັມຜັສ ມະໂນສັມຜັສ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຜັສສະ. ຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງສະລາຍະຕະນະ; ຄວາມດັບບໍ່ເຫຼືອແຫ່ງຜັສສະ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງ ຄວາມດັບບໍ່ເຫຼືອແຫ່ງຜັສສະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ສະລາຍະຕະນະ໑ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຈັກຂະວາຍະຕະນະ ໂສຕາຍະຕະນະ
ຄານາຍະຕະນະ ຊິວຫາຍະຕະນະ ກາຍາຍະຕະໜະ ມະນາຍະຕະນະ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ສະລາຍະຕະນະ. ຄວາມກໍ່ຂຶ້ນພ້ອມແຫ່ງສະລາຍະຕະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງນາມຮູບ; ຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງນາມຮູບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ ສະລາຍະຕະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ນາມຮູບ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ເວທະນາ ສັນຍາ ເຈຕະນາ ຜັສສະ ມະນະສິກາຣ: ນີ້ເອີ້ນວ່າ ນາມ, ມະຫາພູຕະທັງສີ່ດ້ວຍ ຮູບທີ່ອາສັຍມະຫາພູຕະທັງສີ່ດ້ວຍ ນີ້ເອີ້ນວ່າຮູບ, ນາມນີ້ດ້ວຍ ຮູບນີ້ດ້ວຍ ຍ່ອມມີຢູ່ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ນາມຮູບ.
໑. ຄື ອາຍະຕະນະພາຍໃນທັງ ໖ ແລະອາຍະຕະນະພາຍນອກທັງ ໖.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄວາມກໍ່ຂຶ້ນພ້ອມແຫ່ງນາມຮູບ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງວິນຍານ; ຄວາມດັບບໍ່ເຫຼືອແຫ່ງນາມຮູບ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງວິນຍານ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ວິນຍານ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງວິນຍານທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຍະວິນຍານ ມະໂນວິນຍານ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ວິນຍານ. ຄວາມກໍ່ຂຶ້ນພ້ອມແຫ່ງວິນຍານ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງສັງຂາຣ; ຄວາມດັບບໍ່ເຫຼືອແຫ່ງວິນຍານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງສັງຂາຣ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການ ເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ?








