ຄູ່ມືໂສດາບັນ
ໜ້າ/ 82
ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ຄວາມເຄື່ອນການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທຳກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄື ຊີວິຕຈາກສັຕວະນິກາຍນັ້ນໆຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊະຣາມໍຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ,
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ຊາຕ ເປັນແນວໃດໜໍ ?
ການເກີດ ການກຳເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊາຕ. ຄວາມກໍ່ຂຶ້ນພ້ອມແຫ່ງຊາຕ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງພົບ; ຄວາມດັບບໍ່ເຫຼືອແຫ່ງຊາຕ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງພົບ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ກໍ ພົບ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາມພົບ ຮູບພົບ ອະຮູບພົບ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ພົບ. ຄວາມກໍ່ຂຶ້ນພ້ອມແຫ່ງພົບ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມ ແຫ່ງອຸປາທານ; ຄວາມດັບບໍ່ເຫຼືອແຫ່ງພົບ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງອຸປາທານ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ອຸປາທານ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ອຸປາທານທັງຫຼາຍ ໔ ຢ່າງເຫຼົ່ານີ້ ຄື ຄວາມຢຶດໝັ້ນໃນກາມ ຄວາມຢຶດໝັ້ນໃນຄວາມເຫັນ ຄວາມຢຶດໝັ້ນໃນຂໍ້ປະຕິບັດທາງກາຍແລະວາຈາ (ສີລະພົດ) ຄວາມຢຶດ ໝັ້ນໃນຄວາມເປັນຕົວຕົນ: ພິກຂຸທັງຫຼາຍ ! ນີ້ເອີ້ນວ່າອຸປາທານ. ຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ; ຄວາມດັບບໍ່ເຫຼືອແຫ່ງອຸປາທານ ຍ່ອມມີ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








