ຄູ່ມືໂສດາບັນ
ໜ້າ/ 82
ເພາະຄວາມດັບບໍ່ເຫຼືອແຫ່ງຕັນຫາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ຕັນຫາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງຕັນຫາທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື ຄວາມຢາກໃນຮູບ ຄວາມຢາກໃນສຽງ...ໃນກິ່ນ ...ໃນຣົສ ...ໃນສຳຜັສທາງກາຍ ຄວາມຢາກໃນທັມມາຣົມ ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຕັນຫາ. ຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງເວທະນາ; ຄວາມດັບບໍ່ເຫຼືອແຫ່ງຕັນຫາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງເວທະນາ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິ ປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ກໍ ເວທະນາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ເວທະນາທີ່ເກີດຈາກສຳຜັສທາງຕາ ...ທາງຫູ ...ທາງດັງ ...ທາງລີ້ນ ...ທາງກາຍ ແລະເວທະນາທີ່ເກີດຈາກສຳຜັສທາງໃຈ ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ເວທະນາ. ຄວາມກໍ່ຂຶ້ນພ້ອມແຫ່ງເວທະນາ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຜັສສະ; ມັຄ ອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ຜັສສະ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໝູ່ແຫ່ງຜັສສະທັງຫຼາຍ ໖ ໝູ່ ເຫຼົ່ານີ້ ຄື ສຳຜັສທາງຕາ ...ທາງຫູ ...ທາງດັງ ...ທາງລີ້ນ ...ທາງກາຍ ສຳຜັສທາງໃຈ; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຜັສສະ.ຄວາມກໍ່ຂຶ້ນພ້ອມແຫ່ງຜັສສະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງສະລາຍະຕະນະ; ຄວາມດັບບໍ່ເຫຼືອແຫ່ງຜັສສະ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ; ມັຄ ອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ກໍ ສະລາຍະຕະນະ ເປັນແນວໃດໜໍ ?








