ຄູ່ມືໂສດາບັນ
ໜ້າ/ 82
ເພາະຫຍັງບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ” ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ໂດຍທີ່ແທ້ ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມມີຍານຢັ່ງຮູ້ໃນເລື່ອງນີ້ໂດຍບໍ່ຕ້ອງເຊື່ອຜູ້ອື່ນ ວ່າ : -
“ເພາະສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມີ;
ເພາະສິ່ງນີ້ດັບ ສິ່ງນີ້ຈຶ່ງດັບ;
ເພາະວິນຍານບໍ່ມີ ນາມຮູບຈຶ່ງບໍ່ມີ;
ເພາະນາມຮູບບໍ່ມີ ສະລາຍະຕະນະຈຶ່ງບໍ່ມີ;
ເພາະສະລາຍະຕະນະບໍ່ມີ ຜັສສະຈຶ່ງບໍ່ມີ;
ເພາະຜັສສະບໍ່ມີ ເວທະນາຈຶ່ງບໍ່ມີ;
ເພາະເວທະນາບໍ່ມີ ຕັນຫາຈຶ່ງບໍ່ມີ;
ເພາະຕັນຫາບໍ່ມີ ອຸປາທານຈຶ່ງບໍ່ມີ;
ເພາະອຸປາທານບໍ່ມີ ພົບຈຶ່ງບໍ່ມີ;
ເພາະພົບບໍ່ມີ ຊາຕຈຶ່ງບໍ່ມີ;
ເພາະຊາຕບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ” ດັ່ງນີ້.
ອະຣິຍະສາວົກນັ້ນ ຍ່ອມຮູ້ປະຈັກແຈ້ງຢ່າງນີ້ ວ່າ
“ໂລກນີ້ ຍ່ອມດັບດ້ວຍອາການຢ່າງນີ້” ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ແຈ້ງຊັດເຖິງເຫຕເກີດແລະຄວາມດັບແຫ່ງໂລກ ຕາມທີ່ເປັນຈິງຢ່າງນີ້ ໃນກາລໃດ; ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນີ້ ວ່າ: -
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນ ຄື ຜູ້ເຫັນແຈ້ງລາຍລະອຽດ
ແຕ່ລະສາຍຂອງປະຕິຈຈະສະມຸບບາດຕະຫຼອດທັງສາຍ
ໂດຍນັຍແຫ່ງອະຣິຍະສັຈສີ່ (ເຫັນຕະຫຼອດສາຍ ນັຍທີໜຶ່ງ) ໑໔
- ບາລີ ນິທານ. ສັງ. ໑໖/໕໐-໕໑/໘໘-໙໐.
ພິກຂຸທັງຫຼາຍ !
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;
ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;
ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;
ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;
ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;
ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ;
ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ: ຄວາມເກີດຂຶ້ນ ພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການຢ່າງນີ້.
ພິກຂຸທັງຫຼາຍ ! ກໍ ຊະຣາມໍຣະນະ ເປັນແນວໃດໜໍ ?








