ຄູ່ມືໂສດາບັນ
ໜ້າ/ 82
ແລະປັນຍາ ໑໐
- ບາລີ ຕິກ. ອັງ. ໒໐/໒໙໗-໒໙໙/໕໒໖.
ພິກຂຸທັງຫຼາຍ ! ສິກຂາບົດຮ້ອຍຫ້າສິບສິກຂາບົດນີ້ຍ່ອມມາສູ່ອຸດເທສ (ການຍົກຂຶ້ນສະແດງໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນຕາມລຳດັບ ອັນກຸນລະບຸຕຜູ້ປາຖນາປະໂຍຊນ໌ ພາກັນສຶກສາຢູ່ໃນສິກຂາບົດເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ສິກຂາສາມຢ່າງເຫຼົ່ານີ້ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ.
ສິກຂາສາມຢ່າງນັ້ນເປັນແນວໃດໜໍ ? ຄື: -
ອະທິສີລະສິກຂາ
ອະທິຈິຕຕະສິກຂາ
ອະທິປັນຍາສິກຂາ
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງແຫ່ງສິກຂາບົດທັງປວງນັ້ນ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ເປັນຜູ້ຝຶກໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍ໑ ແດ່ ແລະຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານັ້ນດ້ວຍ.
ຂໍ້ນັ້ນເພາະເຫຕໃດໜໍ ?
ຂໍ້ນັ້ນເພາະເຫຕວ່າບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈັກເກີດຂຶ້ນ ເພາະເຫຕສັກວ່າການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັຕເລັກນ້ອຍເຫຼົ່ານີ້.
ສ່ວນສິກຂາບົດເຫຼົ່າໃດທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ໒ ທີ່ເໝາະສົມແກ່ພຣົມມະຈັນ, ເຂົາເປັນຜູ້ມີສີລ ຢັ້ງຢືນ ມີສີລໝັ້ນຄົງໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ.
໑. ສິກຂາບົດເລັກນ້ອຍ ຄື ອະພິສະມາຈາຣິກາສິກຂາ ເປັນສິກຂາບົດ
ທີ່ບັນຍັຕ ເພື່ອໃຫ້ເກີດຄວາມເຫຼື້ອມໃສແກ່ຄົົນທີ່ຍັງບໍ່ເຫຼື້ອມໃສ
ແລະເຫຼື້ອມໃສຍິ່ງເກີດຂຶ້ນແກ່ຄົົນທີ່ເຫຼື້ອມໃສແລ້ວ.
໒. ສິກຂາບົດເຫຼົ່າໃດທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຄືສິກຂາບົດປາຕິໂມກຂ໌.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງສັງໂຍຊນ໌ສາມເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນ
ຜູ້ທ່ຽງຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນລະສັງໂຍຊນ໌ໄດ້ສາມຂໍ້
ມີສາມຈຳພວກ ໑໑
- ບາລີ ຕິກ. ອັງ. ໒໐/໒໙໙-໓໐໑/໕໒໗.
ພິກຂຸນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງສັງໂຍຊນ໌ສາມ໑ເປັນຜູ້ສັຕຕັກຂັຕຕຸປະຣະມະ ຍັງຕ້ອງທ່ອງທ່ຽວໄປໃນພົບແຫ່ງເທວະດາແລະມະນຸສອີກເຈັດເທື່ອ ເປັນຢ່າງຫຼາຍ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
(ຫຼືວ່າ) ພິກຂຸນັ້ນ ເພາະຄວາມສິ້ນໄປຮອບແຫ່ງສັງໂຍຊນ໌ສາມ ເປັນຜູ້ໂກລັງໂກລະ ຈັກຕ້ອງທ່ອງທ່ຽວໄປສູ່ຕະ ກູນ ອີກສອງຫຼືສາມເທື່ອ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
(ຫຼືວ່າ) ພິກຂຸນັ້ນ ເພາະຄວາມສິ້ນໄປຮອບແຫ່ງສັງໂຍຊນ໌ສາມ ເປັນຜູ້ ເປັນເອກະພີຊີ ຄື ຈັກເກີດໃນພົບແຫ່ງມະນຸສ ອີກເທື່ອດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
໑. ສັງໂຍຊນ໌ ຄື ເຄື່ອງຮ້ອຍຮັດຈິຕ ໑໐ ປະການ; ເບິ່ງໃນທັມມະ
ແວດລ້ອມຫົວຂໍ້ທີ ໓໐ ໜ້າ ໑໒໗.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ລະສັງໂຍຊນ໌ສາມແລະກັມທີ່ພາໄປອະບາຍ
ຄື ໂສດາບັນ ໑໒
- ບາລີ ສັກກ. ອັງ. ໒໒/໔໘໘/໓໖໐.
ພິກຂຸທັງຫຼາຍ ! ພິກຂຸບໍ່ລະທັມ ໖ ຢ່າງແລ້ວ ເປັນຜູ້ບໍ່ຄວນ ເພື່ອເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ (ຄວາມເປັນໂສດາບັນ).
ບໍ່ລະທັມ ໖ ຢ່າງ ເຫຼົ່າໃດໜໍ ?
ບໍ່ລະທັມ ໖ ຢ່າງ ເຫຼົ່ານີ້ ຄື: -
ບໍ່ລະ ສັກກາຍະທິຕຖິ (ຄວາມເຫັນຜິດວ່າຂັນທ໌ ໕ ເປັນຕົວຕົນ);








