ຄູ່ມືໂສດາບັນ
ໜ້າ/ 82
໑. ອິນຊີ ແປວ່າ ອຳນາດຫຼືຄວາມເປັນໃຫຍ່; ເມື່ອລວມກັບຄຳວ່າ ຕາ (ຈັກຂຸນຊີ) ກໍຈະໝາຍເຖິງ ຄວາມເປັນໃຫຍ່ໃນເລື່ອງການເບິ່ງ-ເຫັນ ຫຼື ກໍຄືຄວາມເປັນໃຫຍ່ໃນໜ້າທີ່ນັ້ນໆ (ເຊັ່ນການໄດ້ຍິນ, ການໄດ້ກິ່ນ,...).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ເມື່ອນັ້ນແຫຼະ ອະຣິຍະສາວົກນັ້ນເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳ ເປັນທຳມະດາທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ໂສດາປັຕຕິມັຄ ໒ ຈຳພວກ ໐໘
- ບາລີ ຂັນທ. ສັງ. ໑໗/໒໗໘/໔໖໙.
ກ. ສັດທານຸສາຣີ
ພິກຂຸທັງຫຼາຍ ! ຕາ... ຫູ... ດັງ... ລີ້ນ... ກາຍ... ໃຈ ເປັນສິ່ງບໍ່ທ່ຽງ ມີຄວາມແປປ່ຽນເປັນປົກກະຕິ ມີຄວາມແປປ່ຽນເປັນຢ່າງອື່ນເປັນປົກກະຕິ.
ພິກຂຸທັງຫຼາຍ ! ບຸກຄົນໃດ ມີຄວາມເຊື່ອ ນ້ອມຈິຕໄປໃນທັມ ໖ ຢ່າງນີ້ ດ້ວຍອາການຢ່າງນີ້;
ບຸກຄົນນີ້ເຮົາເອີ້ນວ່າເປັນ ສັດທານຸສາຣີ
ຢັ່ງລົງສູ່ສັມມັຕຕະນິຍາມ (ລະບົບແຫ່ງຄວາມຖືກຕ້ອງ)
ຢັ່ງລົງສູ່ສັບປຸຣິສະພູມ (ພູມແຫ່ງສັຕບຸຣຸສ)
ຂ້າມພົ້ນປຸຖຸຊົນພູມ ບໍ່ອາຈທີ່ຈະກະທຳກັມ ອັນກະທຳແລ້ວ ຈະເຂົ້າເຖິງນະຣົກ ກຳເນີດເດຣັຈສານ ຫຼືເປຕວິສັຍ ແລະບໍ່ຄວນທີ່ຈະທຳກາລະກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຂ. ທັມມານຸສາຣີ
ພິກຂຸທັງຫຼາຍ ! ທັມ ໖ ຢ່າງເຫຼົ່ານີ້ ທົນຕໍ່ການເພັ່ງໂດຍປະມານອັນຍິ່ງ ແຫ່ງປັນຍາຂອງບຸກຄົນໃດ ດ້ວຍອາການຢ່າງນີ້;
ບຸກຄົນນີ້ເຮົາເອີ້ນວ່າ ທັມມານຸສາຣີ
ຢັ່ງລົງສູ່ສັມມັຕຕະນິຍາມ (ລະບົບແຫ່ງຄວາມຖືກຕ້ອງ)
ຢັ່ງລົງສູ່ສັບປຸຣິສະພູມ (ພູມແຫ່ງສັຕບຸຣຸສ)
ຂ້າມພົ້ນປຸຖຸຊົນພູມ ບໍ່ອາຈທີ່ຈະກະທຳກັມ ອັນກະທຳແລ້ວ ຈະເຂົ້າເຖິງນະຣົກ ກຳເນີດເດຣັຈສານ ຫຼືເປຕວິສັຍ ແລະບໍ່ຄວນທີ່ ຈະທຳກາລະກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ໂສດາປັຕຕິຜົລ ໐໙
- ບາລີ ຂັນທ. ສັງ. ໑໗/໒໗໘/໔໖໙; - ມຫາວາຣ. ສັງ. ໑໙/໔໓໔-໔໓໕/໑໔໓໑.
ພິກຂຸທັງຫຼາຍ ! ບຸກຄົນໃດຍ່ອມຮູ້ ຍ່ອມເຫັນຊຶ່ງທັມ ໖ ຢ່າງເຫຼົ່ານີ້ ດ້ວຍອາການຢ່າງນີ້ (ຕາມທີ່ກ່າວແລ້ວໃນໂສດາປັຕຕິມັຄ ໒ ຈຳພວກ ມີການເຫັນຄວາມບໍ່ທ່ຽງເປັນຕົ້ນ);
ບຸກຄົນນີ້ເຮົາເອີ້ນວ່າ ໂສດາບັນ (ຜູ້ເຖິງແລ້ວຊຶ່ງກະແສ) ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ.
ສູຕຂ້າງເທິງນີ້ (ຂັນທ. ສັງ. ໑໗/໒໗໘/໔໖໙.) ຊົງສະແດງອາຣົມແຫ່ງອະນິຈຈັງເປັນຕົ້ນ ດ້ວຍທັມ ໖ ຢ່າງ ຄື ອາຍະຕະນະພາຍໃນຫົກ; ໃນສູຕຖັດໄປ ຊົງສະແດງອາຣົມນັ້ນ ດ້ວຍອາຍະຕະນະພາຍນອກຫົກ ຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ທັມມາຣົມ ກໍມີ, ສະແດງດ້ວຍວິນຍານຫົກ ກໍມີ, ດ້ວຍສຳຜັສຫົກ ກໍມີ, ດ້ວຍເວທະນາຫົກ ກໍມີ, ດ້ວຍສັນຍາຫົກ ກໍມີ, ດ້ວຍສັນເຈຕະນາຫົກ ກໍມີ, ດ້ວຍຕັນຫາຫົກ ກໍມີ, ດ້ວຍທາຕຫົກ ກໍມີ, ແລະດ້ວຍຂັນທ໌ຫ້າ ກໍມີ; ຊົງສະແດງໄວ້ດ້ວຍຫຼັກການປະຕິບັຕຢ່າງດຽວກັນ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສາຣີບຸຕ ! ອະຣິຍະອັຕຖັງຄິກະມັຄ ນີ້ນັ້ນແຫຼະ ຊື່ວ່າ ກະແສ ໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນເປັນຜູ້ບໍຣິບູນໃນສີລ
(ປາຕິໂມກຂ໌) ໄດ້ພໍປະມານໃນສະມາທິ








