ຄູ່ມືໂສດາບັນ
ໜ້າ/ 82
ບໍ່ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌);
ບໍ່ລະ ສີລັບພະຕະປຣາມາສະ (ການຖືເອົາສີລແລະພົດຜິດ
ຄວາມມຸ່ງໝາຍທີ່ແທ້ຈິງ);
ບໍ່ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ);
ບໍ່ລະອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ);
ບໍ່ລະອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ພິກຂຸບໍ່ລະທັມ ໖ ຢ່າງ ເຫຼົ່ານີ້ແລເປັນຜູ້ບໍ່ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ.
ພິກຂຸທັງຫຼາຍ ! ພິກຂຸລະທັມ ໖ ຢ່າງແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ.
ລະທັມ ໖ ຢ່າງ ເຫຼົ່າໃດໜໍ ?
ລະທັມ ໖ ຢ່າງ ເຫຼົ່ານີ້ ຄື: -
ລະ ສັກກາຍະທິຕຖິ (ຄວາມເຫັນຜິດວ່າຂັນທ໌ ໕ ເປັນຕົວຕົນ);
ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌);
ລະ ສີລັບພະຕະປຣາມາສະ (ການຖືເອົາສີລແລະພົດ
ຜິດຄວາມມຸ່ງໝາຍທີ່ແທ້ຈິງ);
ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ)
ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).
ພິກຂຸທັງຫຼາຍ ! ພິກຂຸລະທັມ ໖ ຢ່າງເຫຼົ່ານີ້ແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ ດັ່ງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນມີຍານຢັ່ງຮູ້ເຫຕໃຫ້ເກີດຂຶ້ນ
ແລະເຫຕໃຫ້ດັບໄປ ຂອງໂລກ ໑໒
- ບາລີ ນິທານ. ສັງ. ໑໖/໙໒-໙໕/໑໗໘-໑໘໗.
ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມບໍ່ມີຄວາມສົງໄສຢ່າງນີ້ ວ່າ: -
“ເພາະຫຍັງມີ ອັນໃດຈຶ່ງມີໜໍ;
ເພາະຫຍັງເກີດຂຶ້ນ ອັນໃດຈຶ່ງເກີດຂຶ້ນ:
ເພາະຫຍັງມີ ນາມຮູບຈຶ່ງມີ;
ເພາະຫຍັງມີ ສະລາຍະຕະນະຈຶ່ງມີ;
ເພາະຫຍັງມີ ຜັສສະຈຶ່ງມີ;
ເພາະຫຍັງມີ ເວທະນາຈຶ່ງມີ;
ເພາະຫຍັງມີ ຕັນຫາຈຶ່ງມີ;
ເພາະຫຍັງມີ ອຸປາທານຈຶ່ງມີ;
ເພາະຫຍັງມີ ພົບຈຶ່ງມີ;
ເພາະຫຍັງມີ ຊາຕຈຶ່ງມີ;
ເພາະຫຍັງມີ ຊະຣາມໍຣະນະຈຶ່ງມີ” ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ໂດຍທີ່ແທ້ ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມມີຍານຢັ່ງຮູ້ໃນເລື່ອງນີ້ໂດຍບໍ່ຕ້ອງເຊື່ອຜູ້ອື່ນ ວ່າ : -
“ເພາະສິ່ງນີ້ມີ ສິ່ງນີ້ຈຶ່ງມີ;
ເພາະສິ່ງນີ້ເກີດຂຶ້ນ ສິ່ງນີ້ຈຶ່ງເກີດຂຶ້ນ;
ເພາະວິນຍານມີ ນາມຮູບຈຶ່ງມີ;
ເພາະນາມຮູບມີ ສະລາຍະຕະນະຈຶ່ງມີ;
ເພາະສະລາຍະຕະນະມີ ຜັສສະຈຶ່ງມີ;
ເພາະຜັສສະມີ ເວທະນາຈຶ່ງມີ;
ເພາະເວທະນາມີ ຕັນຫາຈຶ່ງມີ;
ເພາະຕັນຫາມີ ອຸປາທານຈຶ່ງມີ;
ເພາະອຸປາທານມີ ພົບຈຶ່ງມີ;
ເພາະພົບມີ ຊາຕຈຶ່ງມີ;
ເພາະຊາຕມີ ຊະຣາມໍຣະນະຈຶ່ງມີ” ດັ່ງນີ້.
ອະຣິຍະສາວົກນັ້ນ ຍ່ອມຮູ້ປະຈັກແຈ້ງຢ່າງນີ້ ວ່າ
“ໂລກນີ້ຍ່ອມເກີດຂຶ້ນ ດ້ວຍອາການຢ່າງນີ້” ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມບໍ່ມີຄວາມສົງໄສຢ່າງນີ້ ວ່າ: -
“ເພາະຫຍັງບໍ່ມີ ອັນໃດຈຶ່ງບໍ່ມີໜໍ;
ເພາະຫຍັງດັບ ອັນໃດຈຶ່ງດັບ;
ເພາະຫຍັງບໍ່ມີ ນາມຮູບຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ສະລາຍະຕະນະຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຜັສສະຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ເວທະນາຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຕັນຫາຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ອຸປາທານຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ພົບຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຊາຕຈຶ່ງບໍ່ມີ;








