ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ອີກຢ່າງໜຶ່ງ ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ພິກຂຸທັງ ຫລາຍຈະບໍ່ຂົ່ມແລ້ວບໍ່ຂົ່ມອີກເຊິ່ງພິກຂຸບາງອົງຄ໌ໃນທັມວິນັຍນີ້ ແລ້ວກະທຳໃຫ້ເປັນອະທິກອນ?
ພຣະຜູ້ມີພຣະພາຄຕຣັສວ່າ:
ພັທທາລິ! ພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ຕ້ອງອາບັຕເນື່ອງໆ ເປັນຜູ້ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍຍັງຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ບໍ່ປະພຶຕໂດຍຊອບ ບໍ່ຢ້ານກົວ ບໍ່ປະພຶຕຖອນຕົນອອກ ບໍ່ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌. ພັທທາລິ ເພາະເຫຕທີ່ພິກຂຸເປັນຜູ້ວ່າຍາກນັ້ນ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ເປັນຜູ້ຕ້ອງອາບັຕເນື່ອງໆ ເປັນຜູ້ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍຍັງຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ບໍ່ປະພຶຕໂດຍຊອບ ບໍ່ຢ້ານກົວ ບໍ່ປະພຶຕຖອນຕົນອອກ ບໍ່ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌.” ສົມຄວນແລ້ວທີ່ທ່ານຜູ້ມີອາຍຸທັງຫລາຍຈະພິຈາຣະນາໂທສຂອງພິກຂຸນີ້ ໂດຍບໍ່ໃຫ້ອະທິກອນຣະງັບໄປໂດຍໄວ. ພັທທາລິ ພິກຂຸທັງຫລາຍຈຶ່ງພິຈາຣະນາໂທສຂອງພິກຂຸນັ້ນ ໂດຍບໍ່ໃຫ້ອະທິກອນຣະງັບໄປໂດຍໄວ ດ້ວຍອາກາຣຢ່າງນີ້.
ພັທທາລິ! ສ່ວນພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ຕ້ອງອາບັຕເນື່ອງໆ ເປັນຜູ້ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍບໍ່ຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ບໍ່ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ບໍ່ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ປະພຶຕໂດຍຊອບ ມີຄວາມຢ້ານກົວ ປະພຶຕຖອນຕົນອອກ ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌. ພັທທາລິ ເພາະເຫຕທີ່ພິກຂຸເປັນຜູ້ວ່າງ່າຍນັ້ນ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ເປັນຜູ້ຕ້ອງອາບັຕເນື່ອງໆ ເປັນຜູ້ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍບໍ່ຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ບໍ່ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ບໍ່ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ປະພຶຕໂດຍຊອບ ມີຄວາມຢ້ານກົວ ປະພຶຕຖອນຕົນອອກ ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌.” ສົມຄວນແລ້ວທີ່ທ່ານຜູ້ມີອາຍຸທັງຫລາຍຈະພິຈາຣະນາໂທສຂອງພິກຂຸນີ້ ໂດຍໃຫ້ອະທິກອນຣະງັບໄປໂດຍໄວ. ພັທທາລິ ພິກຂຸທັງຫລາຍຈຶ່ງພິຈາຣະນາໂທສຂອງພິກຂຸນັ້ນ ໂດຍໃຫ້ອະທິກອນຣະງັບໄປໂດຍໄວ ດ້ວຍອາກາຣຢ່າງນີ້.
ພັທທາລິ! ພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ຕ້ອງອາບັຕເປັນບາງຄັ້ງ ບໍ່ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍຍັງຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ບໍ່ປະພຶຕໂດຍຊອບ ບໍ່ຢ້ານກົວ ບໍ່ປະພຶຕຖອນຕົນອອກ ບໍ່ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌. ພັທທາລິ ເພາະເຫຕທີ່ພິກຂຸເປັນຜູ້ວ່າຍາກນັ້ນ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ເປັນຜູ້ຕ້ອງອາບັຕເປັນບາງຄັ້ງ ບໍ່ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍຍັງຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ບໍ່ປະພຶຕໂດຍຊອບ ບໍ່ຢ້ານກົວ ບໍ່ປະພຶຕຖອນຕົນອອກ ບໍ່ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌.” ສົມຄວນແລ້ວທີ່ທ່ານຜູ້ມີອາຍຸທັງຫລາຍຈະພິຈາຣະນາໂທສຂອງພິກຂຸນີ້ ໂດຍບໍ່ໃຫ້ອະທິກອນຣະງັບໄປໂດຍໄວ. ພັທທາລິ ພິກຂຸທັງຫລາຍຈຶ່ງພິຈາຣະນາໂທສຂອງພິກຂຸນັ້ນ ໂດຍບໍ່ໃຫ້ອະທິກອນຣະງັບໄປໂດຍໄວ ດ້ວຍອາກາຣຢ່າງນີ້.








