ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອປຸພເພນິວາສານຸສະຕິຍານ ເຂົາຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນໆ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນໆ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້. ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອຈຸຕູປະປາຕະຍານ ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພິກຂຸນັ້ນ ເມື່ອຈິຕເປັນສະມາທິ ບໍຣິສຸທຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ອ່ອນ ຄວນແກ່ກາຣງານ ຕັ້ງໝັ້ນ ບໍ່ຫວັ່ນໄຫວຢ່າງນີ້ ຍ່ອມນ້ອມຈິຕໄປເພື່ອອາສະວັກຂະຍະຍານ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣທ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ ເຫລົ່ານີ້ອາສະວະ ນີ້ເຫຕເກີດແຫ່ງອາສະວະ ນີ້ຄວາມດັບແຫ່ງອາສະວະ ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງອາສະວະ ເມື່ອເຂົານັ້ນຮູ້ເຫັນຢ່າງນີ້ແລ້ວ ຈິຕກໍຫລຸດພົ້ນຈາກກາມາສະວະ ຈາກພະວາສະວະ ຈາກອະວິຊຊາສະວະ ເມື່ອຈິຕຫລຸດພົ້ນແລ້ວ ກໍມີຍານຢັ່ງຮູ້ວ່າ ຫລຸດພົ້ນແລ້ວ ຍ່ອມຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ. ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ທ່ານພຣະພັທທາລິໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ພິກຂຸທັງຫລາຍຂົ່ມແລ້ວຂົ່ມອີກເຊິ່ງພິກຂຸບາງອົງຄ໌ໃນທັມວິນັຍນີ້ ແລ້ວກະທຳໃຫ້ເປັນອະທິກອນ (ກະທຳໃຫ້ເປັນເຫຕ)?








