ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພັທທາລິ! ສ່ວນພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ຕ້ອງອາບັຕເປັນບາງຄັ້ງ ບໍ່ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍບໍ່ຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ບໍ່ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ບໍ່ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ປະພຶຕໂດຍຊອບ ມີຄວາມຢ້ານກົວ ປະພຶຕຖອນຕົນອອກ ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌. ພັທທາລິ ເພາະເຫຕທີ່ພິກຂຸເປັນຜູ້ວ່າງ່າຍນັ້ນ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ເປັນຜູ້ຕ້ອງອາບັຕເປັນບາງຄັ້ງ ບໍ່ມີອາບັຕຫລາຍ ເຂົາຖືກພິກຂຸທັງຫລາຍຕັກເຕືອນຢູ່ ກໍບໍ່ຝ່າຝືນປະພຶຕຢ່າງອື່ນດ້ວຍອາກາຣຢ່າງອື່ນ ບໍ່ນຳເອົາຖ້ອຍຄຳໃນພາຍນອກມາທັບຖົມ ບໍ່ກະທຳຄວາມໂກທ ຄວາມຂັດເຄືອງ ແລະຄວາມບໍ່ອ່ອນນ້ອມໃຫ້ປາກົຕ ປະພຶຕໂດຍຊອບ ມີຄວາມຢ້ານກົວ ປະພຶຕຖອນຕົນອອກ ກ່າວວ່າ ຂ້ານ້ອຍຈະທຳຕາມຄວາມພໍໃຈຂອງສົງຄ໌.” ສົມຄວນແລ້ວທີ່ທ່ານຜູ້ມີອາຍຸທັງຫລາຍຈະພິຈາຣະນາໂທສຂອງພິກຂຸນີ້ ໂດຍໃຫ້ອະທິກອນຣະງັບໄປໂດຍໄວ. ພັທທາລິ ພິກຂຸທັງຫລາຍຈຶ່ງພິຈາຣະນາໂທສຂອງພິກຂຸນັ້ນ ໂດຍໃຫ້ອະທິກອນຣະງັບໄປໂດຍໄວ ດ້ວຍອາກາຣຢ່າງນີ້.

ພັທທາລິ! ພິກຂຸບາງອົງຄ໌ໃນທັມວິນັຍນີ້ ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ. ພັທທາລິ ເພາະເຫຕທີ່ພິກຂຸນັ້ນເປັນຜູ້ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ ຖ້າເຮົາທັງຫລາຍຈັກຂົ່ມຂີ່ພິກຂຸນີ້ ກະທຳໃຫ້ເປັນອະທິກອນ ດ້ວຍຕັ້ງໃຈວ່າ ສັທທາພໍປະມານ ຄວາມຮັກພໍປະມານຂອງເຂົານັ້ນຢ່າໄດ້ເສື່ອມໄປຈາກເຂົາເລີຍ.

ພັທທາລິ! ປຽບເໝືອນຊົນຜູ້ເປັນມິຕ ອະມາຕຍ໌ ຍາຕສາຍໂລຫິຕຂອງບຸຣຸສຜູ້ມີຕາຂ້າງດຽວ ຄວນຮັກສາຕາຂ້າງດຽວນັ້ນໄວ້ ດ້ວຍຕັ້ງໃຈວ່າ ຕາຂ້າງດຽວຂອງເຂົານັ້ນຢ່າໄດ້ເສື່ອມໄປຈາກເຂົາເລີຍ ສັນໃດ; ພັທທາລິ ພິກຂຸບາງອົງຄ໌ໃນທັມວິນັຍນີ້ ກໍສັນນັ້ນເໝືອນກັນ ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ. ພັທທາລິ ເພາະເຫຕທີ່ພິກຂຸນັ້ນເປັນຜູ້ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ ພິກຂຸທັງຫລາຍຈຶ່ງມີວາຈາຢ່າງນີ້ວ່າ “ທ່ານຜູ້ມີອາຍຸທັງຫລາຍ ພິກຂຸນີ້ດຳເນີນຊີວິຕດ້ວຍສັທທາພໍປະມານ ດ້ວຍຄວາມຮັກພໍປະມານ ຖ້າເຮົາທັງຫລາຍຈັກຂົ່ມຂີ່ພິກຂຸນີ້ ກະທຳໃຫ້ເປັນອະທິກອນ ດ້ວຍຕັ້ງໃຈວ່າ ສັທທາພໍປະມານ ຄວາມຮັກພໍປະມານຂອງເຂົານັ້ນຢ່າໄດ້ເສື່ອມໄປຈາກເຂົາເລີຍ.

ພັທທາລິ! ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ພິກຂຸທັງຫລາຍຂົ່ມແລ້ວຂົ່ມອີກເຊິ່ງພິກຂຸບາງອົງຄ໌ໃນທັມວິນັຍນີ້ ແລ້ວກະທຳໃຫ້ເປັນອະທິກອນ. ອີກຢ່າງໜຶ່ງ ນີ້ເປັນເຫຕ ເປັນປັຈຈັຍໃຫ້ພິກຂຸທັງຫລາຍຈະບໍ່ຂົ່ມແລ້ວບໍ່ຂົ່ມອີກເຊິ່ງພິກຂຸບາງອົງຄ໌ໃນທັມວິນັຍນີ້ ແລ້ວກະທຳໃຫ້ເປັນອະທິກອນ.

ທ່ານພຣະພັທທາລິທູລຖາມວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍ ເມື່ອກ່ອນສິກຂາບົທມີພຽງເລັກນ້ອຍ ແຕ່ພິກຂຸດຳຣົງຢູ່ໃນອະຣະຫັຕຕະຜົລມີຫລາຍ, ອີກຢ່າງໜຶ່ງ ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ໃນບັດນີ້ສິກຂາບົທມີຫລາຍ ແຕ່ພິກຂຸດຳຣົງຢູ່ໃນອະຣະຫັຕຕະຜົລມີໜ້ອຍ?

ພັທທາລິ! ເປັນຄວາມຈິງ ເມື່ອສັຕທັງຫລາຍກຳລັງເສື່ອມ ສັທທັມກຳລັງອັນຕຣະທານ ສິກຂາບົທມີຫລາຍ ແຕ່ພິກຂຸດຳຣົງຢູ່ໃນອະຣະຫັຕຕະຜົລມີໜ້ອຍ. ສາສດາຍັງບໍ່ຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ຕາບເທົ່າທີ່ອາສະວັຕຖານິຍະທັມ (ທັມອັນເປັນທີ່ຕັ້ງແຫ່ງອາສະວະ) ບາງຢ່າງຍັງບໍ່ເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ເມື່ອໃດອາສະວັຕຖານິຍະທັມບາງຢ່າງເກີດຂຶ້ນໃນສົງຄ໌ໃນທັມວິນັຍນີ້ ເມື່ອນັ້ນ ສາສດາຈຶ່ງຊົງບັນຍັຕສິກຂາບົທແກ່ສາວົກທັງຫລາຍ ເພື່ອກຳຈັດອາສະວັຕຖານິຍະທັມເຫລົ່ານັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ