ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພັທທາລິ! ພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ ເຂົາມີຄວາມດຳຣິຢ່າງນີ້ວ່າ ຖ້າເຊັ່ນນັ້ນ ເຮົາຄວນເສພເສນາສະນະອັນ ສງັດຄື ປ່າ ເຫງົ້າໄມ້ ພູຜາ ຮ່ອມພູ ຖ້ຳ ປ່າຊ້າ ປ່າດົງໜາ ທີ່ແຈ້ງ ແລະປ່າເຫລົ່າເຖີດ ບາງທີ ເຮົາອາດກະທຳໃຫ້ແຈ້ງເຊິ່ງຍານທັສສະນະອັນປະເສີດ ທີ່ເປັນທັມອັນຍິ່ງຂອງມະນຸສໄດ້ ດັ່ງນີ້. ເຂົາເສພເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູຜາ ຮ່ອມພູ ຖ້ຳ ປ່າຊ້າ ປ່າດົງໜາ ທີ່ແຈ້ງ ແລະປ່າເຫລົ່າ ເມື່ອເຂົາຫລີກອອກຢູ່ດ້ວຍປະກາຣຢ່າງນັ້ນ, ພຣະສາສດາກໍຊົງຕິຕຽນໄດ້, ເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນທັງຫລາຍໃຄ່ຄວນແລ້ວກໍຕິຕຽນໄດ້, ເທວະດາກໍຕິຕຽນໄດ້, ແມ່ນແຕ່ຕົນເອງກໍຕິຕຽນຕົນເອງໄດ້. ເຂົາຖືກພຣະສາສດາຕິຕຽນແດ່, ຖືກເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນທັງຫລາຍຕິຕຽນແດ່, ເທວະດາຕິຕຽນແດ່, ຕົນເອງກໍຕິຕຽນຕົນເອງແດ່ ເຂົາຍ່ອມບໍ່ກະທຳໃຫ້ແຈ້ງເຊິ່ງຍານທັສສະນະອັນປະເສີດ ທີ່ເປັນທັມອັນຍິ່ງຂອງມະນຸສໄດ້ ຂໍ້ນັ້ນເພາະເຫຕໃດ?

ພັທທາລິ! ເພາະພິກຂຸນັ້ນເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.

ພັທທາລິ! ສ່ວນພິກຂຸບາງອົງຄ໌ໃນທັມວິນັຍນີ້ ເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ ເຂົາມີຄວາມດຳຣິຢ່າງນີ້ວ່າ ຖ້າເຊັ່ນນັ້ນ ເຮົາຄວນເສພເສນາສະນະອັນ ສງັດຄື ປ່າ ເຫງົ້າໄມ້ ພູຜາ ຮ່ອມພູ ຖ້ຳ ປ່າຊ້າ ປ່າດົງໜາ ທີ່ແຈ້ງ ແລະປ່າເຫລົ່າເຖີດ ບາງທີ ເຮົາອາດກະທຳໃຫ້ແຈ້ງເຊິ່ງຍານທັສສະນະອັນປະເສີດ ທີ່ເປັນທັມອັນຍິ່ງຂອງມະນຸສໄດ້ ດັ່ງນີ້. ເຂົາເສພເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູຜາ ຮ່ອມພູ ຖ້ຳ ປ່າຊ້າ ປ່າດົງໜາ ທີ່ແຈ້ງ ແລະປ່າເຫລົ່າ ເມື່ອເຂົາຫລີກອອກຢູ່ດ້ວຍປະກາຣຢ່າງນັ້ນ, ພຣະສາສດາກໍບໍ່ຊົງຕິຕຽນ, ເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນທັງຫລາຍໃຄ່ຄວນແລ້ວກໍບໍ່ຕິຕຽນ, ເທວະດາກໍບໍ່ຕິຕຽນ, ແມ່ນແຕ່ຕົນເອງກໍຕິຕຽນຕົນເອງບໍ່ໄດ້. ເມື່ອພຣະສາສດາບໍ່ຊົງຕິຕຽນເຂົາ, ເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນທັງຫລາຍບໍ່ຕິຕຽນເຂົາ, ເທວະດາບໍ່ຕິຕຽນເຂົາ, ຕົວເຂົາເອງກໍຕິຕຽນຕົນເອງບໍ່ໄດ້ ເຂົາຍ່ອມກະທຳໃຫ້ແຈ້ງເຊິ່ງຍານທັສສະນະອັນປະເສີດ ທີ່ເປັນທັມອັນຍິ່ງຂອງມະນຸສໄດ້.

ພິກຂຸນັ້ນສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກ ວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່ ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.

ພັທທາລິ! ອີກປະກາຣໜຶ່ງ ເພາະວິຕົກວິຈາຣສງົບຣະງັບໄປ ພິກຂຸບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່ ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.

ພັທທາລິ! ອີກປະກາຣໜຶ່ງ ເພາະປີຕິສິ້ນໄປ ພິກຂຸເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິ ຢູ່ເປັນສຸຂ ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.

ພັທທາລິ! ອີກປະກາຣໜຶ່ງ ເພາະລະສຸຂລະທຸກຂ໌ເສຍໄດ້ ແລະດັບໂສມະນັສໂທມະນັສກ່ອນໆໄດ້ ພິກຂຸບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ຂໍ້ນັ້ນເປັນເພາະເຫຕໃດ? ພັທທາລິ ຂໍ້ນັ້ນເປັນເພາະພິກຂຸນັ້ນເປັນຜູ້ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງ ພຣະສາສດາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ