ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພັທທາລິ! ເປັນຄວາມຈິງ ໂທສໄດ້ຄອບງຳເຈົ້າແລ້ວຜູ້ເປັນຄົນພາລ ເປັນຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ເຮົາບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່.

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ (ເໝືອນຢ່າງວ່າ) ພິກຂຸໃນທັມວິນັຍນີ້ ເປັນອຸພະໂຕພາຄະວິມຸຕ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ(ບໍ່ນ້ອມກາຍໄປທາງອື່ນ ບໍ່ປະຕິເສດເລີຍ) ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນປັນຍາວິມຸຕ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນກາຍສັກຂີ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນທິຕຖິປັຕຕະ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນສັທທາວິມຸຕ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນທັມມານຸສາຣີ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພິກຂຸໃນທັມວິນັຍນີ້ ເປັນສັທທານຸສາຣີ ເຮົາກ່າວກັບພິກຂຸນັ້ນຢ່າງນີ້ວ່າ ມາເຖີດພິກຂຸ ເຮົາຈະກ້າວລົງໄປໃນຕົມ ດັ່ງນີ້, ພິກຂຸນັ້ນຈະກ້າວໄປຕາມ ຫລືນ້ອມກາຍໄປທາງອື່ນ ຫລືຈະປະຕິເສດ?

ບໍ່ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ເຈົ້າຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ສມັຍນັ້ນ ເຈົ້າເປັນອຸພະໂຕພາຄະວິມຸຕ, ເປັນປັນຍາວິມຸຕ, ເປັນກາຍສັກຂີ, ເປັນທິຕຖິປັຕຕະ, ເປັນສັທທາວິມຸຕ, ເປັນທັມມານຸສາຣີ, ເປັນສັທທານຸສາຣີຫລືໜໍ?

ບໍ່ໄດ້ເປັນເລີຍ ພຣະອົງຄ໌ຜູ້ຈະເຣີນ!

ພັທທາລິ! ໃນສມັຍນັ້ນ ເຈົ້າເປັນຄົນວ່າງ ຄົນເປົ່າ ຄົນຜິດບໍ່ແມ່ນຫລື?

ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂທສໄດ້ຄອບງຳຂ້ານ້ອຍແລ້ວ ຜູ້ເປັນຄົນພາລ ຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ພຣະຜູ້ມີພຣະພາຄຊົງບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່ ຂໍພຣະຜູ້ມີພຣະພາຄຊົງຮັບຊາບໂທສຂອງຂ້ານ້ອຍນັ້ນໂດຍຄວາມເປັນໂທສ ເພື່ອຄວາມສັງຣວມຣະວັງຕໍ່ໄປເຖີດ ພຣະອົງຄ໌ຜູ້ຈະເຣີນ.

ພັທທາລິ! ເປັນຄວາມຈິງ ໂທສໄດ້ຄອບງຳເຈົ້າແລ້ວຜູ້ເປັນຄົນພາລ ເປັນຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ເຮົາບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່ ແຕ່ເພາະເຈົ້າເຫັນໂທສໂດຍຄວາມເປັນໂທສແລ້ວ ທຳຄືນຕາມທັມ ເຮົາຈຶ່ງຮັບຊາບໂທສຂອງເຈົ້ານັ້ນ ຂໍ້ທີ່ບຸຄຄົລເຫັນໂທສໂດຍຄວາມເປັນໂທສແລ້ວ ທຳຄືນຕາມທັມ ເຖິງຄວາມສັງຣວມຣະວັງຕໍ່ໄປ ນີ້ເປັນຄວາມຈະເຣີນໃນອະຣິຍະວິນັຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ