ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຄັ້ງນັ້ນແລ ທ່ານພຣະພັທທາລິໄດ້ປະກາສຄວາມບໍ່ສາມາດໃນ(ກາຣຮັກສາ)ສິກຂາບົທທີ່ພຣະຜູ້ມີພຣະພາຄຊົງບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່. ຕັ້ງແຕ່ນັ້ນມາ ທ່ານພຣະພັທທາລິບໍ່ກ້າປະເຊີນພຣະພັກພຣະຜູ້ມີພຣະພາຄ ຕລອດ ໓ ເດືອນເຕັມ ເໝືອນພິກຂຸອື່ນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ສມັຍນັ້ນ ພິກຂຸຈຳນວນຫລາຍຊ່ວຍກັນກະທຳຈີວອຣກັມສຳລັບພຣະຜູ້ມີພຣະພາຄ ດ້ວຍຕັ້ງໃຈວ່າ ພຣະຜູ້ມີພຣະພາຄມີຈີວອຣສຳເຣັຈແລ້ວ ຈັກສະເດັຈທ່ຽວຈາຣິກໄປໂດຍລ່ວງໄຕຣມາສນັ້ນ.
ຄັ້ງນັ້ນ ທ່ານພຣະພັທທາລິເຂົ້າໄປຫາພິກຂຸເຫລົ່ານັ້ນເຖິງທີ່ຢູ່ ໄດ້ສົນທະນາປຣາສັຍກັບພິກຂຸເຫລົ່ານັ້ນແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພິກຂຸເຫລົ່ານັ້ນໄດ້ກ່າວກັບທ່ານພຣະພັທທາລິວ່າ:
ອາວຸໂສພັທທາລິ! ພິກຂຸທັງຫລາຍຊ່ວຍກັນກະທຳຈີວອຣກັມນີ້ສຳລັບພຣະຜູ້ມີພຣະພາຄ ດ້ວຍຕັ້ງໃຈວ່າ ພຣະຜູ້ມີພຣະພາຄມີຈີວອຣສຳເຣັຈແລ້ວ ຈັກສະເດັຈທ່ຽວຈາຣິກໄປໂດຍລ່ວງໄຕຣມາສນັ້ນ.
ອາວຸໂສພັທທາລິ! ເຮົາຂໍເຕືອນ ທ່ານຈົ່ງມະນະສິກາຣຄວາມຜິດນີ້ໃຫ້ດີເຖີດ. ກາຣກະທຳທີ່ຍາກກວ່າຢ່າໄດ້ມີແກ່ທ່ານໃນພາຍຫລັງເລີຍ.
ທ່ານພຣະພັທທາລິຮັບຄຳຂອງພິກຂຸເຫລົ່ານັ້ນແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂທສໄດ້ຄອບງຳຂ້ານ້ອຍແລ້ວ ຜູ້ເປັນຄົນພາລ ຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ພຣະຜູ້ມີພຣະພາຄຊົງບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່ ຂໍພຣະຜູ້ມີພຣະພາຄຊົງຮັບຊາບໂທສຂອງຂ້ານ້ອຍນັ້ນໂດຍຄວາມເປັນໂທສ ເພື່ອຄວາມສັງຣວມຣະວັງຕໍ່ໄປເຖີດ ພຣະອົງຄ໌ຜູ້ຈະເຣີນ.
ພຣະຜູ້ມີພຣະພາຄຕຣັສວ່າ:
ພັທທາລິ! ເປັນຄວາມຈິງ ໂທສໄດ້ຄອບງຳເຈົ້າແລ້ວຜູ້ເປັນຄົນພາລ ເປັນຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ເຮົາບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ພຣະຜູ້ມີພຣະພາຄປະທັບຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ພຣະຜູ້ມີພຣະພາຄກໍຊົງຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ພິກຂຸຈຳນວນຫລາຍເຂົ້າຈຳພັນສາຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ພິກຂຸເຫລົ່ານັ້ນກໍຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ພິກຂຸນີຈຳນວນຫລາຍເຂົ້າຈຳພັນສາຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ພິກຂຸນີເຫລົ່ານັ້ນກໍຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ອຸປາສົກຈຳນວນຫລາຍອາສັຍຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ອຸປາສົກເຫລົ່ານັ້ນກໍຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ອຸປາສິກາຈຳນວນຫລາຍອາສັຍຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ອຸປາສິກາເຫລົ່ານັ້ນກໍຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ພັທທາລິ! ເຈົ້າບໍ່ສຳນຶກແມ່ນແຕ່ເຫຕທີ່ວ່າ ສະມະນະພຣາມນ໌ຕ່າງລັທທິຈຳນວນຫລາຍເຂົ້າຈຳພັນສາຢູ່ໃນນະຄອຣສາວັຕຖີ ແມ່ນແຕ່ສະມະນະພຣາມນ໌ເຫລົ່ານັ້ນກໍຮູ້ຈັກເຮົາວ່າ ພິກຂຸຊື່ພັທທາລິເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສິກຂາໃນສາສນາຂອງພຣະສາສດາ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂທສໄດ້ຄອບງຳຂ້ານ້ອຍແລ້ວ ຜູ້ເປັນຄົນພາລ ຄົນຫລົງ ບໍ່ສລາດ ເຊິ່ງໄດ້ປະກາສຄວາມບໍ່ສາມາດໃນສິກຂາບົທທີ່ພຣະຜູ້ມີພຣະພາຄຊົງບັນຍັຕໄວ້ ໃນເມື່ອພິກຂຸສົງຄ໌ກຳລັງສະມາທານສຶກສາຢູ່ ຂໍພຣະຜູ້ມີພຣະພາຄຊົງຮັບຊາບໂທສຂອງຂ້ານ້ອຍນັ້ນໂດຍຄວາມເປັນໂທສ ເພື່ອຄວາມສັງຣວມຣະວັງຕໍ່ໄປເຖີດ ພຣະອົງຄ໌ຜູ້ຈະເຣີນ.








