ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ອານົນທ໌! ສະຕຣີຫລືບຸຣຸສໃນບ້ານຫລືນິຄົມໃດໃນໂລກນີ້ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ ສະມະນະຫລືພຣາມນ໌ທຸກທິສຍ່ອມກ່າວສັນລະເສີນຄຸນຂອງເຂົາວ່າ ສະຕຣີຫລືບຸຣຸສໃນບ້ານຫລືນິຄົມແຫ່ງນັ້ນ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ.

ແມ່ນແຕ່ເທວະດາທັງຫລາຍກໍກ່າວສັນລະເສີນຄຸນຂອງເຂົາວ່າ ສະຕຣີຫລືບຸຣຸສໃນບ້ານຫລືນິຄົມແຫ່ງນັ້ນ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ.

ອານົນທ໌! ກິ່ນຫອມນີ້ແລ ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້.

ກິ່ນດອກໄມ້ຟຸ້ງທວນລົມໄປບໍ່ໄດ້ ກິ່ນຈັນທ໌ ກິ່ນກິດສນາ ຫລືກິ່ນມັລລິກາກໍຟຸ້ງທວນລົມໄປບໍ່ໄດ້ ສ່ວນກິ່ນຂອງສັປບຸຣຸສຍ່ອມຟຸ້ງທວນລົມໄປໄດ້ ເພາະສັປບຸຣຸສຟຸ້ງໄປທຸກທິສ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກນິບາຕ ໒໐/໒໑໔-໒໑໕/໕໑໙

ຄຸນແຫ່ງກາຣສັນອາຫາຣຄັ້ງດຽວ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຮົາສັນອາຫາຣຄັ້ງດຽວ ເມື່ອເຮົາສັນອາຫາຣຄັ້ງດຽວ ຍ່ອມຮູ້ສຶກເຖິງຄຸນ ຄືຄວາມເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ກາຍເບົາ ມີກຳລັງ ແລະມີຄວາມເປັນຢູ່ຜາສຸກ.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງສັນອາຫາຣຄັ້ງດຽວເຖີດ ເມື່ອພວກເຈົ້າທັງຫລາຍສັນອາຫາຣຄັ້ງດຽວ ຍ່ອມຮູ້ສຶກເຖິງຄຸນ ຄືຄວາມເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ກາຍເບົາ ມີກຳລັງ ແລະມີຄວາມເປັນຢູ່ຜາສຸກ.

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ທ່ານພຣະພັທທາລິໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍບໍ່ສາມາດຈະສັນອາຫາຣຄັ້ງດຽວໄດ້ ເພາະເມື່ອຂ້ານ້ອຍສັນອາຫາຣຄັ້ງດຽວ ຈະມີຄວາມກະວົນກະວາຍ ແລະມີຄວາມເດືອດຮ້ອນ.

ພັທທາລິ! ຖ້າຢ່າງນັ້ນ ເຈົ້າຮັບນິມົນໃນທີ່ໃດແລ້ວ ຈົ່ງສັນໃນທີ່ນັ້ນເສຍສ່ວນໜຶ່ງ ແລ້ວນຳສ່ວນໜຶ່ງມາສັນອີກກໍໄດ້ ເມື່ອເຈົ້າສັນໄດ້ຢ່າງນີ້ ກໍຈັກຍັງຊີວິຕໃຫ້ເປັນໄປໄດ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍບໍ່ສາມາດຈະສັນແມ່ນແຕ່ດ້ວຍອາກາຣຢ່າງນັ້ນໄດ້ ເພາະເມື່ອຂ້ານ້ອຍສັນແມ່ນແຕ່ດ້ວຍອາກາຣຢ່າງນັ້ນ ຈະມີຄວາມກະວົນກະວາຍ ແລະມີຄວາມເດືອດຮ້ອນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ