ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ສັມມາສະມາທິຂອງພິກຂຸຜູ້ທຸສີລ ມີສີລວິບັຕແລ້ວ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອສັມມາສະມາທິບໍ່ມີ ຍະຖາພູຕະຍານທັສສະນະຂອງພິກຂຸຜູ້ມີສັມມາສະມາທິວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອຍະຖາພູຕະຍານທັສສະນະບໍ່ມີ ນິພພິທາແລະວິຣາຄະຂອງພິກຂຸຜູ້ມີຍະຖາພູຕະຍານທັສສະນະວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອນິພພິທາແລະວິຣາຄະບໍ່ມີ ວິມຸຕຕິຍານທັສສະນະຂອງພິກຂຸຜູ້ມີນິພພິທາແລະວິຣາຄະວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ.

ພິກຂຸທັງຫລາຍ! ຕົ້ນໄມ້ທີ່ມີກິ່ງແລະໃບວິບັຕແລ້ວ ແມ່ນແຕ່ສະເກັດຂອງຕົ້ນໄມ້ນັ້ນ ກໍບໍ່ເຖິງຄວາມບໍຣິບູນ, ແມ່ນແຕ່ເປືອກຂອງຕົ້ນໄມ້ນັ້ນ ກໍບໍ່ເຖິງຄວາມບໍຣິບູນ, ແມ່ນແຕ່ມອກຂອງຕົ້ນໄມ້ນັ້ນ ກໍບໍ່ເຖິງຄວາມບໍຣິບູນ, ແມ່ນແຕ່ແກ່ນຂອງຕົ້ນໄມ້ນັ້ນ ກໍບໍ່ເຖິງຄວາມບໍຣິບູນ ສັນໃດ, ພິກຂຸທັງຫລາຍ ສັນນັ້ນ ເໝືອນກັນແລ ສັມມາສະມາທິຂອງພິກຂຸຜູ້ທຸສີລ ມີສີລວິບັຕແລ້ວ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອສັມມາສະມາທິບໍ່ມີ ຍະຖາພູຕະຍານທັສສະນະຂອງພິກຂຸຜູ້ມີສັມມາສະມາທິວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອຍະຖາພູຕະຍານທັສສະນະບໍ່ມີ ນິພພິທາແລະວິຣາຄະຂອງພິກຂຸຜູ້ມີຍະຖາພູຕະຍານທັສສະນະວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ, ເມື່ອນິພພິທາແລະວິຣາຄະບໍ່ມີ ວິມຸຕຕິຍານທັສສະນະຂອງພິກຂຸຜູ້ມີນິພພິທາແລະວິຣາຄະວິບັຕ ຍ່ອມເປັນທັມມີອຸປະນິສັຍຂາດແລ້ວ.

ພິກຂຸທັງຫລາຍ! ສັມມາສະມາທິຂອງພິກຂຸຜູ້ມີສີລ ເຖິງພ້ອມດ້ວຍສີລ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອສັມມາສະມາທິມີຢູ່ ຍະຖາພູຕະຍານທັສສະນະຂອງພິກຂຸຜູ້ເຖິງພ້ອມດ້ວຍສັມມາສະມາທິ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອຍະຖາພູຕະຍານທັສສະນະມີຢູ່ ນິພພິທາແລະວິຣາຄະຂອງພິກຂຸຜູ້ເຖິງພ້ອມດ້ວຍຍະຖາພູຕະຍານທັສສະນະ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອນິພພິທາແລະວິຣາຄະມີຢູ່ ວິມຸຕຕິຍານທັສສະນະຂອງພິກຂຸຜູ້ເຖິງພ້ອມດ້ວຍນິພພິທາແລະວິຣາຄະ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ.

ພິກຂຸທັງຫລາຍ! ຕົ້ນໄມ້ທີ່ມີກິ່ງແລະໃບບໍຣິບູນ ແມ່ນແຕ່ສະເກັດຂອງຕົ້ນໄມ້ນັ້ນ ກໍເຖິງຄວາມບໍຣິບູນ, ແມ່ນແຕ່ເປືອກຂອງຕົ້ນໄມ້ນັ້ນ ກໍເຖິງຄວາມບໍຣິບູນ, ແມ່ນແຕ່ມອກຂອງຕົ້ນໄມ້ນັ້ນ ກໍເຖິງຄວາມບໍຣິບູນ, ແມ່ນແຕ່ແກ່ນຂອງຕົ້ນໄມ້ນັ້ນ ກໍເຖິງຄວາມບໍຣິບູນ ສັນໃດ, ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ສັມມາສະມາທິຂອງພິກຂຸຜູ້ມີສີລ ເຖິງພ້ອມດ້ວຍສີລ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອສັມມາສະມາທິມີຢູ່ ຍະຖາພູຕະຍານທັສສະນະຂອງພິກຂຸຜູ້ເຖິງພ້ອມດ້ວຍສັມມາສະມາທິ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອຍະຖາພູຕະຍານທັສສະນະມີຢູ່ ນິພພິທາແລະວິຣາຄະຂອງພິກຂຸຜູ້ເຖິງພ້ອມດ້ວຍຍະຖາພູຕະຍານທັສສະນະ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ, ເມື່ອນິພພິທາແລະວິຣາຄະມີຢູ່ ວິມຸຕຕິຍານທັສສະນະຂອງພິກຂຸຜູ້ເຖິງພ້ອມດ້ວຍນິພພິທາແລະວິຣາຄະ ຍ່ອມເປັນທັມທີ່ເຖິງພ້ອມດ້ວຍອຸປະນິສັຍ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໙-໒໐/໒໔

ໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ

ແລະອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ເຖິງພ້ອມດ້ວຍສີລ

ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈຈາຣິກໄປໃນແຄວ້ນມະຄົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ໄດ້ສະເດັຈເຖິງປາຕະລິຄາມ ອຸປາສົກຊາວບ້ານປາຕະລິຄາມໄດ້ສະດັບຂ່າວວ່າ ພຣະຜູ້ມີພຣະພາຄສະເດັຈຈາຣິກມາໃນແຄວ້ນມະຄົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ໄດ້ສະເດັຈເຖິງປາຕະລິຄາມແລ້ວ ລຳດັບນັ້ນ ອຸປາສົກຊາວປາຕະລິຄາມພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລະໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ