ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ, ບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ, ບໍ່ກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ, ບໍ່ເພັ່ງເບິ່ງ ຈ້ອງເບິ່ງຈັກຂຸຂອງມາຕຸຄາມດ້ວຍຈັກຂຸຂອງຕົນ, ບໍ່ໄດ້ຟັງສຽງມາຕຸຄາມຫົວຢູ່ກໍດີ ເວົ້າຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ຂ້າງນອກຝາກໍດີ ຂ້າງນອກກຳແພງກໍດີ ແລະບໍ່ໄດ້ຕາມຣະນຶກເຖິງກາຣຫົວ ກາຣເວົ້າ ກາຣຫລິ້ນຫົວກັບມາຕຸຄາມໃນກາລກ່ອນ ແຕ່ໄດ້ເຫັນຄະຫະບໍດີກໍດີ ບຸຕຂອງຄະຫະບໍດີກໍດີ ຜູ້ອິ່ມເອີບພັ່ງພ້ອມດ້ວຍກາມຄຸນ ໕ ບຳເຣີຕົນຢູ່ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍກາຣບຳເຣີນັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.

ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ, ບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ, ບໍ່ກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ, ບໍ່ເພັ່ງເບິ່ງ ຈ້ອງເບິ່ງຈັກຂຸຂອງມາຕຸຄາມດ້ວຍຈັກຂຸຂອງຕົນ, ບໍ່ໄດ້ຟັງສຽງມາຕຸຄາມຫົວຢູ່ກໍດີ ເວົ້າຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ຂ້າງນອກຝາກໍດີ ຂ້າງນອກກຳແພງກໍດີ, ບໍ່ໄດ້ຕາມຣະນຶກເຖິງກາຣຫົວ ກາຣເວົ້າ ກາຣຫລິ້ນຫົວກັບມາຕຸຄາມໃນກາລກ່ອນ ແລະບໍ່ໄດ້ເຫັນຄະຫະບໍດີກໍດີ ບຸຕຂອງຄະຫະບໍດີກໍດີ ຜູ້ອິ່ມເອີບພັ່ງພ້ອມດ້ວຍກາມຄຸນ ໕ ບຳເຣີຕົນຢູ່ ແຕ່ປະພຶຕພຣົມມະຈັນຍ໌ໂດຍຕັ້ງ ປາຖນາເພື່ອເປັນເທພພະເຈົ້າຫລືເທວະດາອົງຄ໌ໃດອົງຄ໌ໜຶ່ງວ່າ ເຮົາຈະໄດ້ເປັນເທພພະເຈົ້າຫລືເທວະດາອົງຄ໌ໃດອົງຄ໌ໜຶ່ງດ້ວຍສີລ ພຣົຕ ຕະບະ ຫລືພຣົມມະຈັນຍ໌ນີ້ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍຄວາມປາຖນານັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.

ພຣາມນ໌! ຕາບໃດທີ່ເຮົາຍັງພິຈາຣະນາເຫັນເມຖຸນສັງໂຍຄ ໗ ປະກາຣນີ້ ຢ່າງໃດຢ່າງໜຶ່ງວ່າ ຍັງລະບໍ່ໄດ້ໃນຕົນ ພຽງໃດ, ເຮົາກໍຍັງບໍ່ປະຕິຍານວ່າ ເປັນຜູ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສພຽງນັ້ນ ແຕ່ເມື່ອໃດ ເຮົາບໍ່ພິຈາຣະນາເຫັນເມຖຸນສັງໂຍຄ ໗ ປະກາຣນີ້ ຢ່າງໃດຢ່າງໜຶ່ງວ່າ ຍັງລະບໍ່ໄດ້ໃນຕົນ ເມື່ອນັ້ນ ເຮົາຈຶ່ງປະຕິຍານວ່າ ເປັນຜູ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ. ກໍຍານທັສສະນະເກີດຂຶ້ນແກ່ເຮົາວ່າ ວິມຸຕຂອງເຮົາບໍ່ກຳເຣີບ ຊາຕນີ້ເປັນຊາຕສຸດທ້າຍ ບັດນີ້ພົພໃໝ່ບໍ່ມີອີກ.

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ຊານຸສະໂສນີພຣາມນ໌ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງທ່ານພຣະໂຄດົມ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

໒໓/໕໐-໕໒/໔໗

ທຸສະສີລະສູຕ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ