ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພຣາມນ໌! ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ ແຕ່ຍັງຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ, ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍກາຣບຳເຣີນັ້ນ ຂໍ້ນີ້ຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ (ເມຖຸເນນະ ສັນໂຍ-ເຄນະ) ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.
ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ ແລະບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ ແຕ່ຍັງກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍກາຣເສສວນນັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.
ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ, ບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ ແລະບໍ່ກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ ແຕ່ເພັ່ງເບິ່ງ ຈ້ອງເບິ່ງຈັກຂຸຂອງມາຕຸຄາມດ້ວຍຈັກຂຸຂອງຕົນ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍກາຣເລັງແລນັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.
ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ, ບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ, ບໍ່ກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ ແລະບໍ່ເພັ່ງເບິ່ງ ຈ້ອງເບິ່ງຈັກຂຸຂອງມາຕຸຄາມດ້ວຍຈັກຂຸຂອງຕົນ ແຕ່ໄດ້ຟັງສຽງມາຕຸຄາມຫົວຢູ່ກໍດີ ເວົ້າຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ຂ້າງນອກຝາກໍດີ ຂ້າງນອກກຳແພງກໍດີ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍສຽງນັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.
ພຣາມນ໌! ອີກປະກາຣໜຶ່ງ ສະມະນະຫລືພຣາມນ໌ບາງຄົນໃນໂລກນີ້ ປະຕິຍານວ່າເປັນພຣົມມະຈາຣີໂດຍຊອບ ບໍ່ຮ່ວມຄວາມເປັນຄູ່ໆກັບມາຕຸຄາມ, ບໍ່ຍິນດີກາຣຂັດສີ ລູບໄລ້ ໃຫ້ອາບນ້ຳ ແລະນວດຟັ້ນຂອງມາຕຸຄາມ, ບໍ່ກະຊິກກະຊີ້ ຫລິ້ນຫົວ ສັບໝາກກອກກັບມາຕຸຄາມ, ບໍ່ເພັ່ງເບິ່ງ ຈ້ອງເບິ່ງຈັກຂຸຂອງມາຕຸຄາມດ້ວຍຈັກຂຸຂອງຕົນ ແລະບໍ່ໄດ້ຟັງສຽງມາຕຸຄາມຫົວຢູ່ກໍດີ ເວົ້າຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ຂ້າງນອກຝາກໍດີ ຂ້າງນອກກຳແພງກໍດີ ແຕ່ຕາມຣະນຶກເຖິງກາຣຫົວ ກາຣເວົ້າ ກາຣຫລິ້ນຫົວກັບມາຕຸຄາມໃນກາລກ່ອນ ພໍໃຈ ຊອບໃຈ ເຖິງຄວາມປຶ້ມໃຈດ້ວຍອາກາຣນັ້ນ ແມ່ນແຕ່ຂໍ້ນີ້ກໍຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌. ພຣາມນ໌ ຜູ້ນີ້ເຮົາກ່າວວ່າ ປະພຶຕພຣົມມະຈັນຍ໌ບໍ່ບໍຣິສຸທ ປະກອບດ້ວຍເມຖຸນສັງໂຍຄ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະ ເຮົາກ່າວວ່າ ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.








